
ໃນວັນທີ 14 ຕຸລາ 2026 ນີ້, ຢູ່ທີ່ພະແນກ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ “5 ເປັນເຈົ້າ”ປະຈຳປີ 2026 ແລະ ທິດທາງແຜນການ ປີ 2027.ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ບຸນຍົກ ແສງສະຫວ່າງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ,ມີປະທາ-ຮອງປະທານກຳມະບານຮາກຖານພະແນກ,ຄະນະຮັບຜິດຊອບການປະເມີນ, ແລະ ສະມາຊິກກຳມະບານເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ສົມສະຫວັນ ອິນດາວົງ ຄະນະບໍລິຫານງານສະຫະພັນກຳມະບານແຂວງ, ປະທານກຳມະບານຮາກຖານພະແນກ ປະທານກອງປະຊຸມ ໄດ້ຜ່ານບົດກ່າວຈຸດປະສົງ ແລະ ເຊື່ອມຊຶມບົດແນະນຳ ເລກທີ 299/ສກລ, ກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ “5 ເປັນເຈົ້າ”ຂອງສະຫະພັນກຳມະບານລາວ, ແຈ້ງການຂອງສະຫະພັນກຳມະບານແຂວງ ເລກທີ 109/ສກຂ , ພ້ອມທັງຜ່ານແຜນການປະເມີນຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ “5 ເປັນເຈົ້າ”ປະຈຳປີ 2026 ຂອງກຳມະບານຮາກຖານພະແນກ ວທ,ຈາກນັ້ນ,ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ “5 ເປັນເຈົ້າ”ປະຈຳປີ 2026 ແລະ ທິດທາງແຜນການ ປີ 2027. ເຊິ່ງຈຸດປະສົງ ແລະ ລະດັບຄາດໝາຍຂອງຂໍ້ແຂ່ງຂັນ “5 ເປັນເຈົ້າ”ທີ່ສູນກາງສະຫະພັນກຳມະບານລາວວາງອອກ ແມ່ນເພື່ອເສີມຂະຫຍາຍກຳລັງແຮງສັງລວມຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານບັນດາເຜົ່າ ໃຫ້ມີສະຕິຕື່ນຕົວ, ເປັນເຈົ້າການໃນການພັດທະນາຕົນເອງຢ່າງຮອບດ້ານ, ຕັ້ງໜ້າເຂົ້າຮ່ວມການຈັດຕັ້ງປະຕິບັດແນວທາງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ.ຂໍ້ແຂ່ງຂັນ “5 ເປັນເຈົ້າ”ປະກອບມີ: ເປັນເຈົ້າການ ຝຶກຝົນຫຼໍ່ຫຼອມທາງດ້ານການເມືອງ-ແນວຄິດ,ເປັນເຈົ້າການ ປະຕິບັດກົດໝາຍ ແລະ ລະບຽບການຂອງລັດ;ເປັນເຈົ້າການ ພັດທະນາຕົນເອງ ແລະ ການຈັດຕັ້ງ;ເປັນເຈົ້າການ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ;ເປັນເຈົ້າການ ປະຕິບັດໜ້າທີ່ວິຊາສະເພາະຢ່າງປະດິດສ້າງ. ໃນກອງປະຊຸມ, ຄະນະຮັບຜິດຊອບ ແລະ ສະມາຊິກກຳມະບານ ໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງບົດສະຫຼຸບ ເພື່ອໃຫ້ມີເນື້ອໃນອຸດົມສົມບູນ ແລະ ເປັນເອກະພາບກັນໃນການສືບຕໍ່ຈັດຕັ້ງປະຕິບັດໃຫ້ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້.
ໃນໂອກາດນີ້, ສະຫາຍ ນາງ ບຸນຍົກ ແສງສະຫວ່າງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ໄດ້ສະແດງຄວາມຊົມເຊີຍຕໍ່ການຈັດຕັ້ງກຳມະບານ ແລະ ສະມາຊິກກຳມະບານທຸກສະຫາຍ ທີ່ມີຄວາມຫ້າວຫັນ, ຕື່ນຕົວ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “5 ເປັນເຈົ້າ” ຢ່າງເປັນຂະບວນຟົດຟື້ນ, ເຮັດໃຫ້ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນແຕ່ລະດ້ານສະເລ່ຍບັນລຸເກືອບ 90%. ພ້ອມດຽວກັນນັ້ນ,ສະຫາຍ ຍັງມີຄໍາເຫັນເນັ້ນໜັກໃຫ້ຄະນະຮັບຜິດຊອບປະເມີນ ແລະ ຄະນະກຳມະບານ ພາຍຫຼັງສຳເລັດກອງປະຊຸມແລ້ວໃຫ້ຮີບຮ້ອນສັງລວມ ແລະ ລາຍງານຜົນການປະເມີນໃຫ້ສະຫະພັນກຳມະບານແຂວງຮັບຊາບທັນເວລາ ພ້ອມທັງສະເໜີພິຈາລະນາຢັ້ງຢືນ ແລະ ຮັບຮອງເປັນກຳມະບານ “5 ເປັນເຈົ້າບັນຫາສຳຄັນ, ຄະນະກຳມະບານ ແລະ ສະມາຊິກກຳມະບານ ທຸກສະຫາຍ ຕ້ອງໄດ້ນຳເອົາທິດທາງແຜນການໄປຈັດຕັ້ງຜັນຂະຫຍາຍໃຫ້ມີຜົນສຳເລັດ, ສືບຕໍ່ຮັກສາມູນເຊື້ອນາມມະຍົດກຳມະບານຮາກຖານ “5 ເປັນເຈົ້າ” ໄວ້ໃຫ້ໝັ້ນຄົງ ແລະ ໃຫ້ໄດ້ຮັບທຸງໄຊສະໄໝທີ 2 ຕື່ມອີກ.
#ຂ່າວ: ເງິນຫຼົງ ຈິດພູວົງ.