



ບ້ານປາກງາວ ຕາແສງນໍ້າຍອນ ໄດ້ຈັດການແຂ່ງຂັນເຮືອຊ່ວງ ເນື່ອງໃນໂອກາດບຸນປະເພນີອອກພັນສາ ປະຈຳປີ2026 ຢູ່ທ່າວັດປາກນໍ້າງາວ ໃນວັນທີ 10 ຕຸລານີ້, ເຂົ້າຮ່ວມມີ ທ່ານ ຈອມແພງ ວິໄລສານ ເລຂາຄະນະບໍລິຫານງານພັກເມືອງຫ້ວຍຊາຍ, ມີທ່ານ ບຸນຄົງ ວົງຄຳຈັນ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ, ມີບັນດາຄະນະພັກຜູ້ຊີ້ນຳກຸ່ມບ້ານ, ຄະນະພັກຮາກຖານປົກຄອງຕາແສງ, ອົງການປົກຄອງບ້ານ, ການຈັດຕັ້ງ, ແຂກຖຶກເຊີນ ນັກກິລາສີພາຍເຮືອຊ່ວງ ແລະ ປະຊາຊົນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ພາຍໃນງານ ທ່ານ ບຸນທອງ ວິລະພັນ ປະທານຄະນະກໍາມະການປົກຄອງຕາແສງນໍ້າຍອນ ໄດ້ໃຫ້ຮູ້ ຈຸດປະສົງວ່າ: ເພື່ອສືບຕໍ່ອະນຸກລັກ ແລະ ສົ່ງເສີມຮີດຄອງປະເພນີອັນດີງາມ ຂອງຊາດເວົ້າລວມ ເວົ້າສະເພາະຂອງປະຊາຊົນບັນດາເຜົ່າ ທົ່ວຕາແສງນໍ້າຍອນ ໂດຍສະເພາະ ຢູ່ບ້ານປາກງາວໄວ້ໃຫ້ໝັ້ນຄົງ ເປັນການສ້າງສາຍສຳພັນ, ຮັດແໜ້ນຄວາມສາມັກຄີຂອງປະຊາຊົນ ໃຫ້ນັບມື້ແໜ້ນແຟ້ນ ຕິດພັນ ການສົ່ງເສີມການທ່ອງທ່ຽວຢູ່ເຂດຕາແສງນໍ້າຍອນ ໃຫ້ກັບມາຄຶກຄື້ນອີກຄັ້ງ ການແຂ່ງຂັນເຮືອຊ່ວງຄັ້ງນີ້ ມີທີມນັກກິລາສີພາຍເຮືອຊ່ວງທັງໝົດ 18 ທີມ ໃນນີ້ເຮືອຊ່ວງເພດຍິງ ມີ 6 ທີມ, ເພດຊາຍ 12 ທີມ ເຮືອແຕ່ລະລຳບັນຈຸສີພາຍ 10-11 ສີພາຍ. ເຊິ່ງເລີ້ມການແຂ່ງຂັນແຕ່ເວລາ 10 ໂມງຕົ້ນໄປ ດ້ວຍບັນຍາກາດອັນເບີກບານມ່ວນຊືນຂອງຜູ້ຊົມ, ກອງຜູ້ເຊຍ ແລະ ນ້ຳໃຈຂອງນັກກິລາເຮືອຊ່ວງ. ຜ່ານການແຂ່ງຂັນທີມທີສາມາດຍາດໄດ້ ອັນດັບທີ 1 ປະເພດທີມຍິງ ໄດ້ແກ່ສີພາຍເຮືອຊ່ວງບ້ານດອນຄູນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2 ລ້ານກີບ, ອັນດັບທີ 2 ໄດ້ແກ່ເຮືອຊ່ວງ ຄຸ້ມ 1 ບ້ານປາກງາວ ໄດ້ຮັບຂັນລາງວັນ 1 ໜ່ວຍ, ພ້ອມເງິນສົດ 1 ລ້ານ 5 ແສນກີບ ອັນດັບທີ 3 ໄດ້ແກ່ເຮືອຊ່ວງບ້ານນໍ້າແສນ ໄດ້ຮັບລາງວັນເງິນສົດ 1 ລ້ານກີບ ແລະ ທີມເຮືອຊ່ວງເພດຊາຍ ອັນດັບທີ 1 ຮ່ວມໄດ້ແກ່ສີພາຍເຮືອຊ່ວງ ຮ້ານໂບນັກ+ທີມງານຫານສອງ ໄດ້ຂັນລາງວັນ 1 ໜ່ວຍ, ພ້ອມເງິນສົດ 3 ລ້ານ 5 ແສນກີບ, ອັນດັບທີ 3 ໄດ້ແກ່ສີພາຍບ້ານດອນຄູນ ໄດ້ຮັບເງິນສົດ 1 ລ້ານກີບ ໃຫ້ກຽດມອບລາງແຕ່ລະປະເພດ ໂດຍແມ່ນ ປະທານ ແລະ ຄະນະປະທານ ຕາມລໍາດັບ ທັງນີ້ເພື່ອພ້ອມກັນສືບສານຮີດຄອງປະເພນີ ການແຂ່ງ ຂັນເຮືອຊ່ວງ ເນື່ອງໃນໂອກາດບຸນປະວໍລະນາອອກພັນ ໃຫ້ຄົງຢູ່ກັບຊາດລາວ ກໍ່ຄືປະຊາຊົນຢູ່ພາຍໃນຕາແສງນໍ້າຍອນຕະຫຼອດໄປ
ພາບ,ຂ່າວ: ບຸນຈັນ ບຸນປັນຍາ