
ໃນຕອນບ່າຍຂອງວັນທີ 8 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມ ແນວລາວສ້າງຊາດແຂວງ, ກໍາມະບານຮາກຖານ ແນວລາວສ້າງຊາດແຂວງ ບໍ່ແກ້ວ ໄດ້ເປີດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ “5 ເປັນເຈົ້າ” ປະຈຳປີ 2026. ໂດຍການເປັນປະທານຂອງ ສະຫາຍ ຄຳໝັ້ນ ວັນນະສຸກ, ປະທານກໍາມະບານຮາກຖານ ແນວລາວສ້າງຊາດແຂວງ,ຮອງປະທານແນວລາວສ້າງຊາດແຂວງ ເຂົ້າຮ່ວມມີ ສະຫາຍ ສົມສັກ ປິ່ນແກ້ວ, ຄະນະປະຈໍາພັກແຂວງ, ເລຂາໜ່ວຍພັກ, ປະທານແນວລາວສ້າງຊາດແຂວງ,ມີບັນດາສະຫາຍຄະນະຮາກຖານ ແລະ ສະມາຊິກກຳມະບານພາຍໃນຮາກຖານເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ຄຳໝັ້ນ ວັນນະສຸກ ໄດ້ເຊື່ອມຊຶມມະຕິຂອງຄະນະປະຈຳພັກແຂວງ ສະບັບເລກທີ 996/ຄປພຂ, ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ຕໍ່ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ “5 ເປັນເຈົ້າ” ຂອງກຳມະບານລາວຢູ່ແຂວງບໍ່ແກ້ວ; ພ້ອມທັງຜ່ານເນື້ອໃນ “5 ເປັນເຈົ້າ” ສະບັບເລກທີ 298/ສກລ, ວ່າດ້ວຍການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ “5 ເປັນເຈົ້າ” ຂອງກຳມະບານລາວ.
ຈາກນັ້ນ, ສະຫາຍ ສົມຈັນ ແຊ່ລີ, ຮອງປະທານກໍາມະບານຮາກຖານ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “5 ເປັນເຈົ້າ” ປະຈຳປີ 2026 ແລະ ທິດທາງແຜນການ ປີ 2027, ພ້ອມທັງຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “5 ເປັນເຈົ້າ” ຂອງຮາກຖານກຳມະບານ. ກໍາມະບານຮາກຖານ ແນວລາວສ້າງຊາດແຂວງ ເປັນຮາກຖານໜຶ່ງທີ່ຂຶ້ນກັບການຊີ້ນໍາ-ນໍາພາຂອງໜ່ວຍພັກ, ປະຈຸບັນມີສະມາຊິກກໍາມະບານທັງໝົດ 17 ສະຫາຍ (ຍິງ 9 ສະຫາຍ). ຕະຫຼອດໄລຍະຜ່ານມາ, ຄະນະປະທານກຳມະບານຮາກຖານໄດ້ຖືເອົາການຝຶກຝົນຫຼໍ່ຫຼອມທາງດ້ານການເມືອງ-ແນວຄິດເປັນບັນຫາຕົ້ນຕໍ, ໂດຍຖືເອົາການສຳຫຼວດກວດກາ, ການຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນ ເປັນບັນຫາສຳຄັນຕິດພັນກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ໜ້າທີ່ການເມືອງ; ຊຸກຍູ້ສົ່ງເສີມສະມາຊິກພາຍໃນຮາກຖານໃຫ້ມີຄວາມດຸໝັ່ນຂະຫຍັນພຽນ, ຕັ້ງໜ້າປັບປຸງແບບແຜນວິທີການເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ຂັ້ນລຸ່ມປະຕິບັດຕາມຂັ້ນເທິງ. ໃນກອງປະຊຸມ, ສະມາຊິກກຳມະບານແຕ່ລະສະຫາຍກໍໄດ້ຜ່ານໃບປະເມີນຂອງຕົນເອງ ເພື່ອໃຫ້ໝູ່ຄະນະໄດ້ປະກອບຄຳຄິດຄຳເຫັນ ຕຳນິຕິຊົມກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕາມເນື້ອໃນຂໍ້ແຂ່ງຂັນ “5 ເປັນເຈົ້າ” ທີ່ສະຫະພັນກຳມະບານລາວໄດ້ວາງອອກ.
ໃນໂອກາດນິ້,ສະຫາຍ ສົມສັກ ປິ່ນແກ້ວ ຄະນະປະຈໍາພັກແຂວງ, ເລຂາໜ່ວຍພັກ, ປະທານແນວລາວສ້າງຊາດແຂວງ ໄດ້ສະແດງຄວາມຊົມເຊີຍຕໍ່ກັບຜົນງານ ແລະ ຜົນສຳເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງມີຄໍາເຫັນຮຽກຮ້ອງມາຍັງຄະນະຮາກຖານກຳມະບານ ຕະຫຼອດຮອດສະມາຊິກກໍາມະບານທຸກສະຫາຍ ໃຫ້ກຳແໜ້ນເນື້ອໃນ, ເຊື່ອມຊຶມບັນດາເອກະສານຕ່າງໆ ເຊັ່ນ: ບົດແນະນຳ ແລະ ກົດລະບຽບຂອງສະຫະພັນກຳມະບານລາວ; ຊ່ວຍປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ ເພື່ອບໍ່ໃຫ້ເສຍຜົນປະໂຫຍດ; ສືບຕໍ່ຮັກສາມູນເຊື້ອໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງແຕ່ລະສະຫາຍໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ; ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານການເມືອງ-ແນວຄິດ, ຄຸນສົມບັດສິນທໍາປະຕິວັດ ໃຫ້ແກ່ຖັນແຖວສະມາຊິກກໍາມະບານພາຍໃນຮາກຖານຂອງຕົນຢ່າງເປັນປົກກະຕິຕໍ່ເນື່ອງ; ສືບຕໍ່ສ້າງເສດຖະກິດຄອບຄົວຂອງຕົນເອງໃຫ້ມັ່ງຄັ່ງເຂັ້ມແຂງ, ແລະ ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດຕາມທິດທາງແຜນການທີ່ໄດ້ວາງອອກໃຫ້ປະກົດຜົນເປັນຈິງ.
ຂ່າວ:ນັກຂ່າວ ແນວລາວສ້າງຊາດ ແຂວງບໍ່ແກ້ວ