ໂຮງຮຽນ ມສ ປຸ່ງລາດສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32.

ໃນຕອນເຊົ້າຂອງວັນທີ 7 ຕຸລາ 2026 ນີ້. ຢູ່ທີ່ສະໂມສອນໂຮງຮຽນ ມສ ປຸ່ງລາດ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດ ພິທີ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ວັນທີ 7 ຕຸລາ 1994 – 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ສົມຫວັງ ອິນທະວົງ ຜູ້ອໍານວຍການໂຮງຮຽນມສ ປຸ່ງລາດ, ເປັນກຽດເຂົ້າຮ່ວມ ພິທີ ຂອງທ່ານກາງ ມະນີຫວ່າງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຜາອຸດົມ, ທ່ານ ເພັງມະນີ ລໍມະນີ ກໍາມະການພັກເມືອງ ຫົວຫ້ອງການສຶກສາວິທະຍາສາດ ແລະກິລາເມືອງ, ມີຄູ-ອາຈານ, ຄະນະພັດທະນາການສຶກສາ, ສະມາຄົມພໍ່ແມ່ນັກຮຽນ, ແຂກເຊີນ ພ້ອມດ້ວຍນ້ອງໆນັກຮຽນເຂົ້າຮ່ວມ. ພິທີ ທ່ານ ສົມຫວັງ ອິນທະວົງ ຜູ້ອໍານວຍການໂຮງຮຽນມສ ປຸ່ງລາດ ໄດ້ເລົ່າປະຫວັດຄວາມເປັນມາ ຂອງວັນຄູແຫ່ງຊາດ ແລະປະຫວັດຂອງ “ນາຍຄູຄຳ” ເຊິ່ງເປັນບຸກຄົນຮຸ່ນບຸກເບີກໃນວົງການຂອງຄູລາວທັງຊາດ ເນື້ອໃນດັ່ງກ່າວ ໄດ້ສະທ້ອນໃຫ້ເຫັນເຖິງຮາກຖານ ແລະຄຸນຄ່າຂອງອາຊີບຄູ, ທີ່ໄດ້ສືບທອດຈາກຄູຮຸ່ນກ່ອນ ມາສູ່ຄູຮຸ່ນປັດຈຸບັນ ໂດຍມີຫົວໃຈສຳຄັນ ຄື ການອຸທິດຕົນໃຫ້ແກ່ການສຶກສາ ແລະການສ້າງຄົນ ການສະເຫຼີມສະຫຼອງວັນຄູ ບໍ່ແມ່ນພຽງແຕ່ການລະນຶກເຖິງຄູ-ອາຈານເທົ່ານັ້ນ ແຕ່ຍັງເປັນໂອກາດສຳຄັນໃນການທົບທວນບົດບາດ, ໜ້າທີ່ ແລະຄວາມຮັບຜິດຊອບຂອງວິຊາຊີບຄູ ຕໍ່ການພັດທະນາຄົນ ແລະສັງຄົມ ຄູເປັນຜູ້ມີບົດບາດໂດຍກົງໃນການອົບຮົມສັ່ງສອນ, ຖ່າຍທອດຄວາມຮູ້ຄວາມສາມາດ, ຝຶກຝົນທັກສະ, ປູກຝັງຄຸນນະທຳ, ສ້າງຈິດສຳນຶກໃຫ້ແກ່ນັກຮຽນ ໃຫ້ເປັນພົນລະເມືອງດີທີ່ມີຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທໍາປະຕິວັດ ແລະມີຄວາມຮັບຜິດຊອບຕໍ່ຄອບຄົວ ໃນສັງຄົມ, ໃນສະພາບການສຶກສາປັດຈຸບັນ ບົດບາດຂອງຄູຍິ່ງມີຄວາມສຳຄັນ, ນອກຈາກການສິດສອນຕາມຫຼັກສູດແລ້ວ, ຄູຍັງຕ້ອງປັບຕົວໃຫ້ທັນກັບການປ່ຽນແປງ, ພັດທະນາວິທີການສອນ, ນຳໃຊ້ຄວາມຮູ້ ແລະທັກສະໃໝ່ ເພື່ອຍົກສູງຄຸນນະພາບຜູ້ຮຽນ, ສ້າງຄູໃຫ້ມີຄຸນນະພາບ, ມີຈັນຍາບັນ-ຈັນຍາທໍາຕໍ່ວິຊາຊີບ, ຮັກອາຊີບ ແລະເປັນປັດໃຈສໍາຄັນຕໍ່ການຍົກສູງຄຸນນະພາບການສຶກສາ. ພິທີ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາຂອງໂຮງຮຽນ ມສ ປຸ່ງລາດ. ຈາກນັ້ນ ນ້ອງນັກຮຽນໄດ້ຂຶ້ນອ່ານສານອວຍພອນຄູເພື່ອລະນຶກເຖິງຄຸນງາມຄວາມດີຂອງຄູ-ອາຈານ ຜູ້ທີ່ໄດ້ສິດສອນ ພ້ອມທັງມອບຂອງຂັວນໃຫ້ແກ່ຄູ-ອາຈານ ແລະຄະນະນໍາຂອງໂຮງຮຽນ ກໍ່ໄດ້ມອບຂອງຂວັນໃຫ້ແກ່ອາດີດຜູ້ອໍານວຍການໂຮງຮຽນ ມສ ປຸ່ງລາດ ແລະການນໍາຂອງເມືອງ, ມອບໃບຍ້ອງຍໍຂອງພະແນກສຶກສາ, ວິທະຍາສາດ ແລະກິລາແຂວງໃຫ້ແກ່ ຄູ-ອາຈານ ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນສ້າງຄຸນງາມຄວາມດີທາງດ້ານເຫື່ອແຮງ, ສະຕິປັນຍາ ແລະທຶນຮອນເຂົ້າໃນການພັດທະນາວຽກງານການສຶກສາ, ວິທະຍາສາດ ແລະກິລາແຂວງບໍ່ແກ້ວ ປະຈໍາສົກຮຽນ 2025-2026 ມອບໂດຍທ່ານກາງ ມະນີຫວ່າງ ເລຂາຄະນະບໍລິຫານງານພັກເມືອງ ຮັບໂດຍ ຄູ-ອາຈານ ຈໍານວນ 9 ທ່ານ, ຍິງ 1 ທ່ານ. ຕອນທ້າຍຂອງ ພິທີ ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງສິນລະປະບົດຟ້ອງຈາກນ້ອງໆນັກຮຽນນໍາອີກ.

ພາບ-ຂ່າວ: ໂສພາ ທິບພະວົງ. ວິຊາການຂ່າວຄະນະໂຄສະນາອົບຮົມເມືອງຜາອຸດົມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa