ທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາແຂວງບໍ່ແກ້ວເປີດຕົວແທນຍົກລະດັບບີຄອມຊຸບເປີເອເຈ້ນຢູ່ເມືອງຜາອຸດົມ.

ໃນວັນທີ 6 ຕຸລາ 2026 ນີ້. ທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາແຂວງບໍ່ແກ້ວ ໄດ້ຈັດພິທີເປີດຕົວແທນຍົກລະດັບບີຄອມຊຸບເປີເອເຈ້ນ ຢູ່ເມືອງຜາອຸດົມ ໂດຍການເຂົ້າຮ່ວມ ພິທີ ຂອງທ່ານ ກາງ ມະນີຫວ່າງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຜາອຸດົມ, ມີທ່ານ ຫົງຄໍາ ເພັດດາວົງ ຫົວຫນ້າທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາແຂວງບໍ່ແກ້ວ, ມີທ່ານ ນາງ ໝອນ ພົມໄຂ ເຈົ້າຂອງຮ້ານຕົວແທນຂອງທະນາຄານການຄ້າຕ່າງປະເທດລາວປະຈໍາເມືອງຜາອຸດົມ, ມີຫົວໜ້າ-ຮອງຫົວໜ້າຫ້ອງການກ່ຽວຂ້ອງອ້ອມຂ້າງເມືອງ, ສອງກອງບັນຊາການ ປກຊ-ປກສ, ກອງພັນໃຫຍ່ 302, ຫົວໜ້າ-ຮອງຫົວໜ້າທະນາຄານໜ່ວຍບໍລິການ, ລັດວິສາຫະກິດພາຍໃນເມືອງເຂົ້າຮ່ວມ.

ພິທີ ທ່ານ ຫົງຄໍາ ເພັດດາວົງ ຫົວຫນ້າທະນາຄານການຄ້າຕ່າງປະເທດລາວສາຂາແຂວງບໍ່ແກ້ວ ໄດ້ກ່າວເປີດ ພິທີ ເຊິ່ງທ່ານໃຫ້ຮູ້ວ່າ ທະນາຄານການຄ້າຕ່າງປະເທດລາວບໍລິການເງິນດ່ວນຊຸມຊົນເປັນໜຶ່ງໃນຜະລິດຕະພັນທາງດ້ານການເງິນດິຈິຕອນຮູບແບບໃໝ່ທີ່ໃຫ້ບໍລິການໃນຮູບແບບການຂະຫຍາຍຕົວແທນ ຂອງທະນາຄານຊຶ່ງໄດ້ຮັບການຮ່ວມມື ແລະສະໜັບໜູນຈາກໂຄງການຫລຸດຜ່ອນຄວາມທຸກຍາກ ( MAFIPP ) ແລະການສະໜັບສະໜູນຂອງທະນາຄານແຫ່ງ ສປປ ລາວ ແລະເປັນທະນາຄານແຫ່ງທຳອີດໃນປະເທດລາວທີ່ມີການຂະຫຍາຍຕົວແທນ ຂອງທະນາຄານບີຄອມເອເຈ້ນ ( BCOME Agent ) ໄປສູ່ຊຸມຊົນໃນເຂດທ້ອງຖິ່ນຕ່າງໆ. ໂດຍສະເພາະແມ່ນເຂດທີ່ຢູ່ຫ່າງໄກສອກຫຼີກ. ຈຸດປະສົງ ແມ່ນເພື່ອເອື້ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າ ໃຫ້ສາມາດເຂົ້າເຖິງການບໍລິການທາງດ້ານການເງິນ ໂດຍການສ້າງຕົວແທນຂອງທະນາຄານການຄ້າຕ່າງປະເທດລາວເພື່ອບໍລິການໃກ້ບ້ານທ່ານ ທີ່ມີຄວາມທັນສະໄໝ, ປອດໄພ, ສະດວກສະບາຍ, ວ່ອງໄວ, ປະຢັດເວລາ ແລະຄ່າໃຊ້ຈ່າຍໃນການເດີນທາງ ໂດຍທີ່ທ່ານບໍ່ຈໍາເປັນຕ້ອງເຂົ້າມາໃຊ້ບໍລິການທີ່ທະນາຄານ, ການຂະຫຍາຍຕົວແທນ ບໍລິການເງິນດ່ວນຊຸມຊົນ ສາມາດໃຫ້ບໍລິການ ຝາກ-ຖອນ-ໂອນ, ເປີດບັດ ATM BCOME, ໂອນເງິນຂ້າມທະນາຄານ, ຮັບຊໍາລະຄ່ານໍ້າປະປາ, ຄ່າໄຟຟ້າ, ຄ່າໂທລະສັບ, ຄ່າເຊົ່າສິນເຊື່ອ ຈ່າຍງວດລົດ, ບໍລິການຊື້-ຂາຍປະກັນໄພ ເປັນຕົ້ນ ແມ່ນ(ປະກັນໄພລາວວຽດ), ຊຳລະປະກັນໄພລົດ,ປະກັນໄພຊີວິດ,ປະກັນໄພທີ່ຢູ່ອາໄສ,ປະກັນໄພສຸຂະພາບ ແລະອື່ນໆ. ການຍົກລະດັບ ຂີດຄວາມສາມາດ ຂອງຕົວແທນ BCOME ກາຍເປັນ BCOME Super Agent ເພື່ອໃຫ້ຕົວແທນ ສາມາດບໍລິການໄດ້ທຽບເທົ່າກັບທະນາຄານ ແລະເປັນໜ່ວຍບໍລິການໜື່ງ ຂອງທະນາຄານການຄ້າຕ່າງປະເທດລາວ ສາມາດບໍລິການຮັບຟອມເປີດບັນຊີ, ເປີດບັດ ATM, ຮັບສະໝັກ BCEL One ແລະ One Pay ເລົ່ານີ້ເປັນຕົ້ນ.

ໂອກາດນີ້, ທ່ານ ກາງ ມະນີຫວ່າງ ເລຂາຄະນະບໍລິຫານງານພັກເມືອງ ໄດ້ມີຄໍາເຫັນໂອ້ລົມຕໍ່ ພິທີ ກ່ອນອື່ນທ່ານໄດ້ສະແດງຄວາມຍິນດີກັບເຈົ້າຂອງຮ້ານທີ່ເປັນຕົວແທນຂອງທະນາຄານການຄ້າຕ່າງປະເທດລາວບໍລິການເງິນດ່ວນຊຸມຊົນ ແລະທ່ານໄດ້ສະແດງຄວາມຂອບໃຈມາຍັງທະນາຄານການຄ້າຕ່າງປະເທດລາວທີ່ໄດ້ອໍານວຍຄວາມສະດວກໃຫ້ແກ່ຕົວແທນບໍລິການດ້ານການເງິນຕ່າງໆ. ຢູ່ພາຍໃນເມືອງຜາອຸດົມ ແລະຫວັງຢ່າງຍິ່ງວ່າໃນຕໍ່ໜ້າຕົວແທນຂອງທະນາຄານການຄ້າຕ່າງປະເທດລາວບໍລິການເງິນດ່ວນຊຸມຊົນຈະມີນະໂຍບາຍປ່ອຍເງິນກູ້ເປັນແຫຼ່ງທຶນທີ່ມີດອກເບ້ຍຕໍ່າໃຫ້ແກ່ປະຊາຊົນທີ່ເປັນຄອບຄົວທຸກຍາກເພື່ອຊ່ວຍຫຼຸດຜ່ອນການກູ້ຢືມເງິນນອກລະບົບທີ່ມີດອກເບ້ຍສູງ. ຕອນທ້າຍຂອງ ພິທີ ຄະນະປະທານ ໄດ້ພ້ອມກັນຕັດລິບບິນຮັບຮອງເອົາການເປີດຮ້ານນາງ ໝອນ ພົມໄຂ ເປັນຕົວແທນບີຄອມຊຸບເປີເອເຈ້ນຂອງທະນາຄານການຄ້າຕ່າງປະເທດລາວ ສາຂາແຂວງບໍ່ແກ້ວ ປະຈໍາເມືອງຜາອຸດົມ ຢ່າງເປັນທາງການ ໂດຍຊ່ອງໜ້າຂອງຜູ້ເຂົ້າຮ່ວມ.

ພາບ-ຂ່າວ: ໂສພາ ທິບພະວົງ. ວິຊາການຂ່າວຄະນະໂຄສະນາອົບຮົມເມືອງຜາອຸດົມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa