ເມືອງປາກທາ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ.

ວັນທີ 7 ຕຸລາ 2026 ນີ້ເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ ( 7 ຕຸລາ 1994 ຫາ 7 ຕຸລາ 2026 )  ຂື້ນທີ່ສະໂມສອນຂອງເມືອງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ຈັນສຸກ ວັນນະວົງ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ, ຜູ້ຊີ້ນຳຂົງວັດທະນະທຳ-ສັງຄົມ, ມີບັນດາອົງການປົກຄອງບ້ານ, ຄະນະອຳນວຍການໂຮງຮຽນ, ພະນັກງານບໍານານ, ນັກທຸລະກິດ, ຜູ້ປະກອບການ, ຄູອາຈານ, ຜູ້ປົກຄອງນັກຮຽນ ຕະຫຼອດຮອດນ້ອງນັກຮຽນເຂົ້າຮ່ວມ.

ໃນພິທີ ໄດ້ຮັບຊົມການສະແດງ ສິນລະປະວັນນະຄະດີຈາກນ້ອງນັກຮຽນ ແລະ ມອບຊໍ່ດອກໄມ້ໃຫ້ກັບຄູ-ອາຈານ, ຈາກນັ້ນທ່ານ ນາງ ຈັນສຸກ ວັນນະວົງ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ, ຜູ້ຊີ້ນຳຂົງວັດທະນະທຳ-ສັງຄົມ ໄດ້ຂື້ນຜ່ານປະຫວັດຄວາມເປັນມາຂອງ ວັນຄູແຫ່ງຊາດ 07 ຕຸລາ ຄົບຮອບ 32 ປີ (7 ຕຸລາ 1994 -7 ຕຸລາ 2026) ເຊິ່ງໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ ແລະ ການເຕີບໃຫຍ່ຂະຫຍາຍຕົວໃນຂົງເຂດວຽກງານສຶກສາ. ເພື່ອເປັນການເຊີດຊູກຽດສັກສີ, ຖະນະບົດບາດ ແລະ ຍົກສູງຄຸນນະພາບຕົວຈິງດ້ານການຮໍ່າຮຽນ ຂອງລູກຫລານຢູ່ເມືອງຫ້ວຍຊາຍ ຈະໄດ້ຫັນປ່ຽນໄປຕາມແນວທາງໃໝ່, ໃນຂະບວນວິວັດແຫ່ງການພັດທະນາສັງຄົມມະນຸດ ໃຫ້ໄດ້ມີການປ່ຽນແປງໄປຕາມລະບອບ, ຄຳວ່າຄູ ແມ່ນໄດ້ເວົ້າ ແລະ ສືບທອດຕໍ່ກັນມາຫລາຍຊົ່ວຄົນມາແລ້ວ, ຄູໝາຍເຖິງຜູ້ທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການ, ຊຶ່ງນຳເອົາໄປຖ່າຍຖອດໃຫ້ຄົນອື່ນ, ຮູບການຖ່າຍຖອດນັ້ນເອີ້ນວ່າ ການຮຽນ-ການສອນ, ການຮຽນໃນເມື່ອກ່ອນແມ່ນອາໄສພໍ່-ແມ່, ຜູ້ອາວຸໂສ-ຊົງຄຸນວຸດທິເປັນຜູ້ສິດສອນ, ສັ່ງສອນເລື່ອງຮີດຄອງປະເພນີ ຂະນົບທຳນຽມ, ວິຊາອາຄົມຕ່າງໆ ຫລື ສົ່ງລູກຫລານໄປບວດເປັນສັງຄະລີຢູ່ວັດເພື່ອສຶກສາພະທຳ ແລະ ອື່ນໆ, ໃນປີ 1905 ທົ່ວປະເທດມີໂຮງຮຽນພຽງແຕ່ສອງແຫ່ງຄື: ຫລວງພະບາງ ແລະ ວຽງຈັນ ເທົ່ານັ້ນ, ຄົນລາວທີ່ໄດ້ເຂົ້າຮຽນແມ່ນມີໜ້ອຍ, ໃນຈຳນວນດັ່ງກ່າວນັ້ນໄດ້ມີຄົນລາວຄົນໜຶ່ງ ຊື່ວ່າ ທ້າວ ຄຳ ໄດ້ຮຽນຈົບຫ້ອງທີ 1 (ປ6) ມາຮອດປີ 1907 ທ້າວ ຄໍາ ໄດ້ຮັບການຝຶກອົບຮົມວິຊາຄູ ຊຶ່ງຖືວ່າເປັນຄັ້ງທຳອິດໃນປະຫວັດສາດລາວ, ພາຍຫລັງໄດ້ຮັບການຝຶກອົບຮົມແລ້ວ ມາຮອດ ວັນທີ 7 ຕຸລາ 1907 ທ້າວ ຄໍາ ເລີ່ມເປັນຄູສອນ, ຍ້ອນພວກລ່າເມືອງຂຶ້ນເຫັນອິດທິພົນຂອງພະສົງໃນວຽກງານການສຶກສາຂອງລາວ, ຈຶ່ງໄດ້ຫັນນະໂຍບາຍ ເພື່ອຜັນຂະຫຍາຍໂຮງຮຽນໃຫ້ກວ້າງອອກກວ່າເກົ່າ ໂດຍໃຫ້ມີໂຮງຮຽນສ້າງຄູຂຶ້ນໃນປີ 1907 ທີ່ວັດຈັນ ຊຶ່ງມີພະສົງ 50 ກວ່າອົງ ທີ່ໄດ້ເຂົ້າຮຽນ, ທ້າວ ຄໍາ ໄດ້ເປັນຄູສອນຢູ່ໂຮງຮຽນດັ່ງກ່າວ, ປີ 1913 ນາຍຄູຄໍາ ໄດ້ສອນຢູ່ໂຮງຮຽນ ຕັບໂຟແລງ ລວມມີຄູລາວ 3 ຄົນ, ມາຮອດກາງເດືອນພະຈິກ ປີ 1920 ຂະບວນການຕໍ່ສູ້ຂອງປະຊາຊົນລາວນໍາໂດຍນາຍຄູຄໍາ ໄດ້ລະເບີດຂຶ້ນຢູ່ທີ່ວຽງຈັນ, ພາຍຫລັງປະຊາຊົນລາວໄດ້ລຸກຮືຂຶ້ນຢຶດອຳນາດ ໃນວັນທີ 12 ຕຸລາ 1945 ເປັນຕົ້ນມາ ການສຶກສາຈຶ່ງມີລັກຊະນະຄ່ອຍໆປະກົດຕົວຂຶ້ນມາ ແລະ ໄດ້ສະຖາປະນາປະເທດຊາດໃນວັນທີ 2 ທັນວາ 1975 ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງເປັນທາງການ.

ໃນຕອນທ້າຍຂອງພິທີ ຍັງໄດ້ມີການມອບໃບຍ້ອງຍໍ ຂອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍ່ແກ້ວ ໃຫ້ກັບຜູ້ທີ່ມີຜົນງານດີເດັ່ນໃນການສ້າງຄຸນງາມຄວາມດີທາງດ້ານເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດ ແລະ ທຶນຮອນເຂົ້າໃນການປະກອບສວນໃນວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ຈຳນວນ 82 ທ່ານ, ໃຫ້ກຽດມອບໃບຍ້ອງຍໍໂດຍທ່ານ ນາງ ຈັນສຸກ ວັນນະວົງ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ.

ພາບ-ຂ່າວ: ວັນະເດດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa