
ຂະແໜງຂົນສົ່ງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ສົມທົບກັບ ພະແນກຕຳຫຼວດຈະລາຈອນແຂວງບໍ່ແກ້ວ ໄດ້ເກັບກຳສະຖິຕິການເກີດອຸປະຕິເຫດ ເພື່ອຫາທາງແກ້ໄຂບັນຫາໃນໄລຍະ 1 ເດືອນຜ່ານມາ.ສາມາດສະຫຼຸບເຫັນວ່າ: ມີອຸປະຕິເຫດເກີດຂຶ້ນທັງໝົດ 11 ຄັ້ງ, ມີຜູ້ບາດເຈັບເລັກນ້ອຍ 2 ຄົນ, ບາດເຈັບສົມຄວນ 4 ຄົນ ແລະ ບໍ່ມີຜູ້ເສຍຊີວິດ. ມີພາຫະນະເປ່ເພເລັກນ້ອຍ 9 ຄັນ, ເປ່ເພສົມຄວນ 12 ຄັນ ແລະ ເປ່ເພໃຊ້ການບໍ່ໄດ້ 1 ຄັນ.
ສາເຫດຕົ້ນຕໍຂອງການເກີດອຸປະຕິເຫດ:ຍ້ອນຜູ້ຂັບຂີ່ດື່ມສິ່ງມຶນເມົາ ຂາດສະຕິໃນການຂັບຂີ່ ເຮັດໃຫ້ລົດເສຍຫຼັກ ຫຼຸດໂຄ້ງ, ຕຳຂອນກາງທາງ, ຕຳເສົາໄຟຟ້າ ແລະ ສິ່ງກີດຂວາງຢູ່ແຄມທາງ ຂັບຂີ່ລົດດ້ວຍຄວາມໄວສູງ ແລະ ບໍ່ປະຕິບັດຕາມປ້າຍສະແດງເຕືອນຈະລາຈອນ.ຂາດການກວດກາສະພາບເຕັກນິກກ່ອນການຂັບຂີ່ ຫຼື ບໍ່ໄດ້ນຳລົດເຂົ້າກວດກາສະພາບເຕັກນິກຕາມກຳນົດເວລາ (6 ເດືອນ ຫຼື 1 ປີ)ສະພາບເສັ້ນທາງສ່ວນຫຼາຍເປັນທາງພູດອຍ, ມີໂຄ້ງຊັນ ແລະ ອັນຕະລາຍ ເຮັດໃຫ້ຜູ້ຂັບຂີ່ເສຍຫຼັກໄດ້ງ່າຍ.
ເພື່ອຫຼຸດຜ່ອນ ແລະ ແກ້ໄຂບັນຫາອຸປະຕິເຫດຕາມເສັ້ນທາງຫຼວງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ຕໍາຫຼອດຈາລະຈອນແຂວງ ຂໍຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນຈົ່ງປະຕິບັດຕາມກົດລະບຽບຈະລາຈອນທາງບົກຢ່າງເຂັ້ມງວດ, ມີສະຕິ ແລະ ບໍ່ປະໝາດໃນທຸກໆການຂັບຂີ່”ດື່ມຢ່າງມີສະຕິ, ເມົາບໍ່ຂັບ” ຫ້າມດື່ມສິ່ງມຶນເມົາແລ້ວຂັບຂີ່ພາຫະນະຢ່າງເດັດຂາດ.ຕ້ອງກວດກາສະພາບເຕັກນິກຂອງພາຫະນະຕົນເອງຢ່າງເປັນປົກກະຕິກ່ອນການເດີນທາງ.ຈຳກັດຄວາມໄວຕາມປ້າຍແນະນຳໃນແຕ່ລະເສັ້ນທາງ. ເມື່ອຮອດຈຸດໂຄ້ງອັນຕະລາຍ ຫຼື ທາງຄ້ອຍຊັນ ຕ້ອງຜ່ອນຄວາມໄວ ແລະ ລົງເກຍຕໍ່າທຸກຄັ້ງ.
ດ້ວຍຄວາມຫວັງດີ ແລະ ຫ່ວງໄຍ ຈາກ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ,ຕໍາຫຼວດຈາລະຈອນແຂວງບໍ່ແກ້ວ.
#ຂ່າວໂດຍ: ຄໍາໄພ ສີຫາລາດ ຍທຂ.
#ກວດແກ້ຂ່າວ: ເງິນຫຼົງ ຈິດພູວົງ.