ຄະນະບໍລິຫານງານພັກເມືອງ ຜາອຸດົມ ສຳເລັດກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ IV ສະໄໝທີ XIII ແລະວາງທິດທາງແຜນການປະຈຳ 3 ເດືອນ ທ້າຍປີ 2026.

ວັນທີ 5 ຕຸລາ 2026ນີ້ ຢູ່ທີ່ສະໂມສອນຂອງເມືອງ ໄດ້ເປີດກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ IV ສະໄໝທີ XIII ແລະວາງທິດທາງແຜນການປະຈຳ 3 ເດືອນທ້າຍປີ 2026.  ພາຍໃຕ້ການເປັນປະທານ ຂອງສະຫາຍ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຜາອຸດົມ ມີບັນສະຫາຍຄະນະປະຈຳພັກ-ກຳມະການພັກເມືອງ ເຂົ້າຮ່ວມ.

ກອງປະຊຸມ ສະຫາຍ ກາງ ມະນີຫວ່າງ ປະທານກອງປະຊຸມ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້: ແມ່ນຈະໄດ້ພ້ອມກັນສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະ 9 ເດືອນຜ່ານມາ ແລະ ວາງທິດທາງແຜນການ 3 ເດືອນທ້າຍປີ 2026, ກໍານົດທິດທາງແຜນການ, ຄາດໝາຍສູ້ຊົນ, ກໍານົດເປັນແຜນງານ, ໂຄງການອັນລະອຽດ ພ້ອມທັງປະກອບຄໍາຄິດ-ຄໍາເຫັນ ຂອງບັນດາສະຫາຍ ໃຫ້ສອດຄ່ອງກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ກໍ່ຄືທິດທາງແຜນການປະຈໍາປີ 2026 ໃຫ້ໄດ້ຮັບຜົນດີ, ຮຽກຮ້ອງມາຍັງບັນດາ ສະຫາຍ ຜູ້ແທນກອງປະຊຸມຈົ່ງພ້ອມກັນປະຕິບັດຕາມວາລະກອງປະຊຸມຢ່າງເຂັ້ມງວດ, ພ້ອມທັງປະກອບຄໍາຄິດ-ຄໍາເຫັນຢ່າງມີຄວາມຮັບຜິດຊອບສູງ ໂດຍສະເພາະແມ່ນບັນດາຕົວເລກ, ຄາດໝາຍ ທີ່ໄດ້ກໍານົດອອກໃນຂົງເຂດທີ່ຕົນເອງຮັບຜິດຊອບ, ເພື່ອເຮັດໃຫ້ມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ IV, ສະໄໝທີ XIII ຂອງເມືອງຜາອຸດົມ ສາມາດຈັດຕັ້ງປະຕິບັດໃຫ້ບັນລຸໝາກຜົນຕົວຈິງ. ໃນນີ້ ຜ່ານມາຄະນະພັກທຸກຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດເປັນກົກ ໃຫ້ພະນັກງານ-ສະມາຊິກພັກ, ທະຫານ-ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຢ່າງທົ່ວເຖິງ ໃຫ້ກໍາແໜ້ນແນວທາງນະໂຍບາຍ, ລະບຽບຂອງພັກ, ກົດໝາຍຂອງລັດ, ໃຫ້ມີຄວາມເຊື້ອໝັ້ນຕໍ່ແນວທາງການນໍາພາ-ຊີ້ນໍາຂອງພັກ-ລັດ. ເປັນຕົ້ນແມ່ນການຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງອົງຄະນະພັກເມືອງໃຫ້ປະກົດຜົນເປັນຈິງ. ແລະແຕ່ລະຂົງເຂດວຽກງານກໍ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຈົນມີຜົນສຳເລັດຫຼາຍດ້ານ, ຈາກນັ້ນ ກອງປະຊຸມຕ່າງໜ້າ ແຕ່ລະຂົງເຂດວຽກງານກໍ່ໄດ້ຜັດປ່ຽນກັນປະກອບຄຳຄິດ-ຄຳເຫັນ ຕາມຄຳຖາມເຈາະຈີ້ມ ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ພ້ອມທັງກຳນົດຈຸມສູມໜ້າວຽກໃນ 3 ເດືອນທ້າຍປີໃຫ້ລະອຽດ ແລະ ມີຜົນສຳເລັດໃຫ້ດີຂື້ນກວ່າເກົ່າ.

ສະຫາຍ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຜາອຸດົມ ໄດ້ມີເຫັນເໜັ້ນ ໃຫ້ຄະນະບໍລິຫານງານພັກເມືອງ ຈົ່ງພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍດ້ວຍຄວາມຮັບຜິດຊອບສູງ, ພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດໜ້າທີວຽກງານວິຊາສະເພາະຂອງຕົນ ໃຫ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍ ທີ່ໄດ້ກຳນົດໄວ້, ຫັນເອົາມະຕິກອງປະຊຸມຄັ້ງນີ້: ໄປຜັນຂະຫຍາຍຢູ່ຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫມີຜົນສຳເລັດເປັນກ້າວໆ.

ຂ່າວ-ພາບ: ພອນສະຫວັນ ມະນີສີີ.

ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa