ການແຂ່ງຂັນຊ່ວງເຮືອ ເພື່ອສົ່ງເສີມການຄ້າ-ການທ່ອງທ່ຽວ ແລະ ສ້າງບັນຍາກາດພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວໃຫ້ມີຂະບວນການຟົດຟື້ນ.

ໃນວັນທີ 3 ຕຸລາ 2026, ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ແຂວງບໍ່ແກ້ວ, ໄດ້ຈັດງານແຂ່ງຂັນຊ່ວງເຮືອ 12 ສີພາຍ ຢູ່ທີ່ທ່າແມ່ນ້ຳຂອງດອນຊາວ, ເພື່ອສົ່ງເສີມການຄ້າ-ການທ່ອງທ່ຽວ ແລະ ສ້າງບັນຍາກາດພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວໃຫ້ມີຂະບວນການຟົດຟື້ນຂື້ນກວ່າເກົ່າ ເຂົ້າຮ່ວມ ມີທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ, ມີບັນດາຕ່າງແຂກຮັບເຊີນໜ້າພະແນກການ, ກົມກອງຫ້ອງການ, ບັນດາເມືອງ, ພາກສ່ວນທີ່ກ່ຽວຂ້ອງ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ການແຂ່ງຂັນຊ່ວງເຮືອ 12 ສີພາຍ ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ແຂວງບໍ່ແກ້ວປີນີ້ ມີທີມເຮືອຊ່ວງ ເຂົ້າຮ່ວມຊີງໄຊຈຳນວນ 8 ລຳ ລວມມີ: ທີມເຮືອຊ່ວງນາວາດອກເຜິ້ງຄຳ 1,  ນາວາດອກເຜິ້ງຄຳ 2, ບ້ານຮົມເຢັນ 1, ບ້ານຮົມເຢັນ 2, ບ້ານສີເມືອງງາມ, ອຳເພຊຽງແສນ, ຍອດນາວາ ແລະ ນຳໂຊກສັ່ງລຸຍ, ບັນຍາກາດພາຍໃນງານເຕັມໄປດ້ວຍຄວາມຄຶກຄື້ນ ຈາກຜູ້ເຂົ້າຮ່ວມຊົມ ແລະ ບັນດາສີພາຍໄດ້ພ້ອມພຽງກັນອອກແຮງພາຍເຮືອຢ່າງເຕັມກຳລັງໄດ້ສ້າງສີສັນ ແລະ ຄວາມຕື່ນເຕັ້ນໃຫ້ແກ່ຜູ້ຊົມເຮັດໃຫ້ບັນຍາກາດບໍລິເວນແຄມນ້ຳຂອງມີຄວາມຄຶກຄື້ນຫຼາຍຂຶ້ນ, ຖືເປັນອີກໜຶ່ງກິດຈະກຳທີ່ຊ່ວຍສ້າງສີສັນໃຫ້ແກ່ພື້ນທີ່ດອນຊາວ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ທີ່ສາມາດດຶງດູດຜູ້ຄົນໃຫ້ເຂົ້າມາຮ່ວມຊົມ ແລະ ສ້າງໂອກາດໃຫ້ກິດຈະການຄ້າ ແລະ ການບໍລິການພາຍໃນພື້ນທີ່ມີຄວາມຄຶກຄື້ນ, ມີຄວາມໝາຍ ຄວາມສຳຄັນຕໍ່ການສົ່ງເສີມການທ່ອງທ່ຽວ ແລະ ເປັນການສືບສານ ແລະ ເຜີຍແຜ່ມູນເຊື້ອວັດທະນະທຳອັນດີງາມຂອງຊາດໃຫ້ສືບທອດຕໍ່ໄປ.

ໂອກາດນີ້ທາງອົງການຄຸ້ມຄອງ ແລະ ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ມອບໃບຍ້ອງຍໍໃຫ້ບັນດາພະແນກການ, ກົມກອງຫ້ອງການ, ບັນດາເມືອງ, ບໍລິສັດ, ຫ່າງຮ້ານ ແລະ ບຸກຄົນ ໃຫ້ມີຜົນງານໃນການປະກອບສ່ວນເຂົ້າໃນການຈັດງານໃນຄັ້ງນີ້ ໃຫການມອບໂດຍ ທ່ານ ຄຳສະແຫວງ ວິໄລພົງ ຮັກສາການ ຫົວໜ້າອົງການຄຸ້ມຄອງ ແລະ ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ.

ສຳລັບຜົນການແຂ່ງຂັນຊ່ວງເຮືອ 12 ສີພາຍ ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ອັນດັບທີ 1 ແມ່ນ ທີມນຳໂຊກສັ່ງລຸຍ ໄດ້ຮັບຂັນ 1 ໜ່ວຍພ້ອມເງິນສົດ 20 ລ້ານກີບ, ອັນດັບທີ 2 ແມ່ນ ທີມອຳເພີຊຽງຂອງ ໄດ້ຮັບຂັນ 1 ໜ່ວຍພ້ອມເງິນສົດ 15 ລ້ານກີບ, ອັນດັບທີ 3 ແມ່ນ ທີມຍອດນາວາ ໄດ້ຮັບຂັນ 1 ໜ່ວຍພ້ອມເງິນສົດ 10 ລ້ານກີບ ແລະ ອັນດັບທີ 4 ແມ່ນ ທີມບ້ານຮົ່ມເຢັນ 1 ໄດ້ຮັບ ເງິນສົດ 7 ລ້ານກີບ ແລະ ລາງວັນຊົມເຊີຍ ໄດ້ຮັບເງິນສົດທີມລະ 5 ລ້ານກີບ.

ຂ່າວ-ພາບ: ສາຍສະໝອນ ແກ້ວວິສິດ-ພອນໄຊ ແກ້ວປະເສີດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa