
ໂຮງງານປຸ່ງແຕ່ງອົບແຫ້ງຫົວດຸກເດື່ອ ບໍລິສັດ ບໍ່ແກ້ວ ຫຼົງເຈີ ພັດທະນາ ກະສິກໍາ ຈໍາກັດ ໄດ້ຈັດ ພິທີ ເປີດໃຊ້ບໍລິການ ຢ່າງເປັນທາງການ ໃນວັນທີ 6 ຕຸລາ 2026 ນິ້.ເປັນໂຮງງານແຫ່ງທໍາອິດຂອງແຂວງ.ຕັ້ງຢູ່ທີ່ ບ້ານ ມົກກະຈອກ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ໃຫ້ກຽດເຂົ້້າຮ່ວມມີ ທ່ານ ຂັນທອງ ທຳມະວົງ ຮອງປະທານຄະນະກຳມະການປົກຄອງແຂວງ,ມີບັນດາ ຄະນະປະທານບໍລິສັດ,ຕ່າງໜ້າຈາກພະແນກການ,ຂະແໜງການທີ່ກ່ຽວຂ້ອງຂອງແຂວງ,ຂອງເມືອງ,ການຈັດຕັ້ງບ້ານນໍ້າຫໍໃຕ້ແລະ ພະນັກງານກໍາມະກອນພາຍໃນໂຮງງານເຂົ້າຮ່ວມ.
ພິທີທາງສາສະໜາໄດ້ນິມົນພຣະສົງ-ສາມະເນນ ໄດ້ມາສູດຖອນ ສູດຖອນເປັນການປັດເປົ່າສິ່ງສິ່ງບໍ່ດີອອກຈາກບໍລິເວນໂຮງງານ ທັງ 4 ແຈ, ເພື່ອຄວາມເປັນສິລິມົງຄຸນ, ເປັນຂວັນກຳລັງໃຈໃຫ້ແກ່ຄະນະຜູ້ບໍລິຫານ ແລະ ພະນັກງານ-ກຳມະກອນຜູ້ປະຕິບັດງານທຸກຄົນ ໃຫ້ມີຄວາມປອດໄພ, ດຳເນີນກິດຈະການດ້ວຍຄວາມຈະເລີນຮຸ່ງເຮືອງ ແລະ ປາສະຈາກເຫດການຕ່າງໆ.
ຈາກ ນັ້ນ, ທ່ານ ຫວງ ອີ່ຢຸນ ປະທານ ບໍລິສັດ ບໍ່ແກ້ວ ຫຼົງເຈີ ພັດທະນາ ກະສິກໍາ ຈໍາກັດ ໄດ້ລາຍງານຫຍໍ້ ໂຮງງານດັ່ງກ່າວເປັນໂຮງງານຂະໜາດກາງ, ມີເນື້ອທີ່ທັງໝົດ 10,000 ຕາແມັດ, ໂດຍແມ່ນການລົງທຶນຂອງເອກະຊົນ 100% ດ້ວຍທຶນຈົດທະບຽນທັງໝົດ 20 ຕື້ກີບ (ໃນນັ້ນ ທຶນຄົງທີ່ 11.9 ຕື້ກີບ ແລະ ທຶນໝູນວຽນ 8.1 ຕື້ກີບ).ການກໍ່ສ້າງໄດ້ເລີ່ມລົງມືມາແຕ່ເດືອນ ມັງກອນ 2024, ເຊິ່ງປະກອບມີ: ອາຄານປຸ່ງແຕ່ງ ແລະ ສາງເກັບສິນຄ້າ 1 ຫຼັງ, ຫ້ອງການ ແລະ ຫໍພັກພະນັກງານ 2 ຫຼັງ, ເຄື່ອງຈັກແປຮູບ 42 ລາຍການ, ພ້ອມທັງລະບົບໄຟຟ້າແຮງສູງ, ລະບົບນ້ໍາປະປາ, ລະບົບບໍາບັດນ້ໍາເປື້ອນ ແລະ ລະບົບປ້ອງກັນສານເຄມີຮົ່ວໄຫຼແບບຄົບຊຸດ.ຈຸດປະສົງຂອງການສ້າງຕັ້ງໂຮງງານ ແມ່ນເພື່ອຊຸກຍູ້ສົ່ງເສີມໃຫ້ປະຊາຊົນພາຍໃນແຂວງ ປູກຫົວດຸກເດື່ອ, ເພື່ອສ້າງລາຍຮັບມີວຽກເຮັດງານທໍາທີ່ໝັ້ນຄົງ, ຫຼຸດຜ່ອນການເຄື່ອນຍ້າຍແຮງງານໄປຕ່າງປະເທດ ແລະ ຫຼຸດຜ່ອນການຖ່າງປ່າເຮັດໄຮ່. ນອກຈາກນີ້, ຍັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕາມທິດສີຂຽວ ແລະ ຍືນຍົງ ໂດຍການແປຮູບຫົວດຸກເດື່ອເປັນຜະລິດຕະພັນເຄິ່ງສໍາເລັດຮູບ ແລະ ສໍາເລັດຮູບ ເພື່ອສະໜອງພາຍໃນ ແລະ ສົ່ງອອກຕ່າງປະເທດ.ທົ່ວແຂວງບໍ່ແກ້ວ ມີເນື້ອທີ່ດິນທີ່ສາມາດຜະລິດຫົວດຸກເດື່ອໄດ້ປະມານ 1,500 ເຮັກຕາ, ເຊິ່ງສາມາດປ້ອນເຂົ້າໂຮງງານໄດ້ເຖິງ 100,000 ໂຕນຕໍ່ປີ (ປະມານ 277 ໂຕນຕໍ່ມື້).ໃນໄລຍະເລີ່ມຕົ້ນ, ທາງບໍລິສັດ ໄດ້ນໍາເຂົ້າແນວພັນ ແລະ ວັດຖຸດິບຈໍາພັນໜຶ່ງຈາກຕ່າງປະເທດ ເຊັ່ນ: ສປ ຈີນ, ໄທ ແລະ ມຽນມາ ໄປຄຽງຄູ່ກັບການສົ່ງເສີມການປູກພາຍໃນແຂວງບໍ່ແກ້ວ ໃນປີ 2026-2027.ບໍລິສັດຈະດໍາເນີນການສົ່ງເສີມການຜະລິດ ໂດຍນໍາໃຊ້ຮູບແບບການຮ່ວມມື 3+2, ທາງບໍລິສັດຮັບຜິດຊອບຄື: ສະໜອງແນວພັນໃຫ້ປະຊາຊົນ,ຈັດສົ່ງວິຊາການລົງຊ່ວຍດ້ານເຕັກນິກການປູກ ຮັບປະກັນການເກັບຊື້ຜົນຜະລິດເຂົ້າໂຮງງານໂດຍກົງ,ສ່ວນປະຊາຊົນມີ ເນື້ອທີ່ດິນສໍາລັບການປູກ,ແຮງງານໃນການປູກ ແລະ ບົວລະບັດຮັກສາ
ໃນໂອກາດນິ້.ທ່ານ ຂັນທອງ ທຳມະວົງ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວມີຄໍາເຫັນວ່າ:ການສ້າງຕັ້ງໂຮງງານແມ່ນຖືກຕ້ອງຕາມລະບຽບກົດໝາຍ ແລະຂໍສະເໜີຕ່າງໆຂອງ ບໍລິສັດ ຂໍມອບໃຫ້ພະແນກການທີ່ກ່ຽວຂ້ອງຂອງເມືອງໃຫ້ການຮ່ວມມື,ສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ ບໍລິສັດ ກໍ່ຄືໂຮງງານປຸ່ງແຕ່ງຫົວເດື່ອ ແຫ່ງນິ້ໄດ້ຈັດຕັ້ງຜະລິດ ຕາມແຜນທີ່ວາງໄວ້,ການສ້າງຕັ້ງໂຮງງານແຫ່ງນິ້,ຈະເປັນປັດໃຈໜຶ່ງໃນການປະກອບສ່ວນໃຫ້ແຂວງ ໃນການສ້າງອາຊີບ ແລະສ້າງລາຍຮັບໃຫ້ແກ່ປະຊາຊົນບັນດາເຜົ່າແຂວງບໍ່ແກ້ວ.
ຈາກນັ້ນ,ໄດ້ໄປທ່ຽວຊົມເບີ່ງໂຮງງານໃນຂັ້ນຕອນການຜະລິດອົບແຫ້ງຫົວດຸກເດື່ອ ແຫ່ງທໍາອິດຢູ່ແຂວງບໍ່ແກ້ວ ເພື່ອສົ່ງເສີມອາຊີບ ແລະ ຜະລິດເປັນສິນຄ້າສະໜອງພາຍໃນ ແລະ ສົ່ງອອກຕ່າງປະເທດ ພ້ອມນິ້,ທາງບໍລິສັດກໍໄດ້ສະເໜີໃຫ້ພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ ຈົ່ງຊ່ວຍຊຸກຍູ້ປະຊາຊົນຫັນມາປູກຫົວດຸກເດື່ອໃຫ້ຫຼາຍຂຶ້ນ ເພື່ອຕອບສະໜອງວັດຖຸດິບປ່ອນໂຮງງານໃຫ້ພໍພຽງ ແລະ ຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ, ພ້ອມທັງອໍານວຍຄວາມສະດວກໃນການນໍາເຂົ້າວັດຖຸດິບຊົ່ວຄາວໃນໄລຍະທີ່ຜົນຜະລິດພາຍໃນຍັງບໍ່ທັນພຽງພໍ.
#ຂ່າວ: ເງິນຫຼົງ ຈິດພູວົງ.