ກໍາມະບານຮາກຖານໂຮງໝໍເມືອງເມິງ ປະເມີນຜົນການຈັດຕັ້ງປະຕິບັດເນື້ອໃນ ຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2026.

ວັນທີ 2 ຕຸລາ 2026 ຜ່ານມານີ້, ກໍາມະບານຮາກຖານໂຮງໝໍເມືອງເມິງ ປະເມີນຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2026 ໂດຍການເປັນປະທານຂອງສະຫາຍ ນາງ ມະນີວັນ ອິນທະພອນ ຮອງປະທານກໍາມະບານຮາກຖານໂຮງໝໍເມືອງເມິງ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ຕຸ້ຍ ເພັດສົງຄາມ ກໍາມະການພັກເມືອງ ປະທານສະຫະພັນກໍາມະບານເມືອງ ແລະ ສະຫາຍ ນາງ ຈິນດາວອນ ສຸວັນທອງ ເລຂາໜ່ວຍພັກ ມີບັນດາສະຫາຍປະທານ-ຮອງປະທານ ແລະ ສະມາຊິກກຳມະບານ ພາຍໃນຮາກຖານເຂົ້າຮ່ວມ.

ກອງປະຊຸມ ສະຫາຍ ສິງທອງ ແກ້ວສິງທອງ ໄດ້ຜ່ານເນື້ອໃນ 5 ເປັນເຈົ້າ ສະບັບເລກທີ 299/ສກລ ແລະ ສະຫາຍ ນາງ ມະນີວັນ ອິນທະພອນ ຮອງປະທານກໍາມະບານຮາກຖານໂຮງໝໍເມືອງເມິງ, ໄດ້ຜ່ານບົດສະຫຼູບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າປະຈຳປີ 2026 ແລະ ທິດທາງແຜນການ ປີ 2027 ແລະ ຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບຂະບວນການແຂ່ງຂັນ 5 ເປັນເຈົ້າ ຂັ້ນຮາກຖານ; ເຊິ່ງໃຫ້ຮູ້ວ່າ: ກໍາມະບານຮາກຖານໂຮງໝໍ ເປັນຮາກຖານໜຶ່ງທີ່ຂຶ້ນກັບການຊີ້ນໍາ-ນໍາພາ ຂອງໜ່ວຍພັກ, ກໍາມະບານຮາກຖານໂຮງໝໍເມືອງ ປະກອບມີສະມາຊິກກໍາມະບານທັງໝົດ 21 ສະຫາຍ, ຍິງ 14 ສະຫາຍ, ຕະຫຼອດໄລຍະຜ່ານມາຄະນະປະທານກຳມະບານຮາກຖານພວກເຮົາແມ່ນ ໄດ້ຖືເອົາການຝຶກຝົນຫຼໍ່ຫຼອມທາງດ້ານການເມືອງແນວຄິດເປັນບັນຫາຕົ້ນຕໍ, ໂດຍຖືເອົາການສຳຫຼວດກວດກາ, ການຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນເປັນບັນຫາສຳຄັນ ຕິດພັນກັບການຈັດຕັ້ງປະຕິບັດດ້ານວິຊາສະເພາະ, ທິດສະດີການເມືອງ, ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ຊຸກຍູ້ສົ່ງເສີ່ມສະມາຊິກພາຍໃນຮາກຖານໃຫ້ມີຄວາມດຸໝັ່ນຂະຫຍັນພຽນ, ຕັ້ງໜ້າປັບປຸງແບບແຜນວິທີການເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບຂັ້ນລຸ່ມປະຕິບັດຕາມຂັ້ນເທິງເຊິງສະແດງອອກໃນດ້ານວິຊາສະເພາະ ໃນກອງປະຊຸມສະມາຊິກກຳມະບານແຕ່ລະສະຫາຍກໍ່ໄດ້ຜ່ານໃບປະເມີນຂອງຕົນເອງ ເພື່ອໃຫ້ໜູ່ຄະນະໄດ້ປະກອບຄຳຄິດຄຳເຫັນຕຳນິຕິຊົມກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນຕາມເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກຳມະບານລາວທີ່ໄດ້ວາງອອກ.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ຕຸ້ຍ ເພັດສົງຄາມ ປະທານສະຫະພັນກໍາມະບານເມືອງ, ໄດ້ມີຄຳເຫັນເໜັ້ນໜັກ ກ່ອນອື່ນສະຫາຍໄດ້ຍ້ອງຍໍຊົມເຊີຍ ຕໍ່ກັບຜົນງານ ແລະ ຜົນສຳເລັດ ທີ່ຍາດມາໄດ້ໃນໄລຍະທີ່ຜ່ານມາ, ຮຽກຮ້ອງມາຍັງຄະນະສະຫະພັນກຳມະບານ ຕະຫຼອດຮອດສະມາຊິກກໍາມະບານທຸກສະຫາຍ ໃຫ້ກຳແໜ້ນ, ເຊື່ອມຊຶມບັນດາເອກະສານຕ່າງໆເຊັນ: ຂໍ້ມູນ, ບົດແນະນຳ ແລະ ກົດລະບຽບ ຂອງສະຫະພັນກຳມະບານລາວ ທີ່ໄດ້ວາງອອກ; ຊ່ວຍປົກປ້ອງສິດ-ຜົນປະໂຫຍດອັນຊອບທໍາ ຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງບັນດາເຜົ່າ ເພື່ອບໍ່ໃຫ້ອັບປະໂຫຍດ, ສຶບຕໍ່ຮັກສາມູນເຊື້ອໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ຂອງແຕ່ລະສະຫາຍໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກ່ວາເກົ່າ, ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານການເມືອງແນວຄິດ, ຄຸນສົມບັດສິນທໍາປະຕິວັດ ໃຫ້ແກ່ຖັນແຖວສະມາຊິກກໍາມະບານພາຍໃນຮາກຖານຂອງຕົນໃຫ້ເປັນປົກກະຕິຕໍ່ເນືອງ, ສຶບຕໍ່ສ້າງເສດຖະກິດຄອບຄົວຂອງຕົນເອງໃຫ້ຮັງມີເຂັ້ມແຂງ ແລະ ພ້ອມກັນສຶບຕໍ່ຈັດຕັ້ງປະຕິບັດຕາມທິດທາງແຜນການທີ່ໄດ້ວາງອອກໃຫ້ປະກົດຜົນເປັນຈິງ.

ພາບ-ຂ່າວ: ສ່ອງແກ້ວ ທຳມະວົງ

ກວດກແກ້: ອຸ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa