ເມືອງປາກທາ ຈັດງານບຸນຊ່ວງເຮືອປະເພນີ ປະຈຳປີ 2026 ເພື່ອສົ່ງເສີມການທ່ອງທ່ຽວ ແລະ ອະນຸລັກວັດທະນະທຳທ້ອງຖິ່ນ.

ວັນທີ 1 ຕຸລາ 2026 ເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດງານບຸນຊ່ວງເຮືອປະເພນີ ປະຈຳປີ 2026 ຂຶ້ນຢ່າງ ຄຶກຄື້ນ ທີ່ທ່າຜາມໄຊແມ່ນຳ້ຂອງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພົ.ວ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ, ທ່ານ ສາລີ ວັນນະສານ  ກຳມະການພັກແຂວງ, ເລຂາພັກເມືອງ, ມີບັນດາທ່ານການນໍາ, ອາດິດການນໍາພັກ-ລັດຂອງແຂວງ, ຂອງເມືອງທັງພາຍໃນ ແລະ ຕ່າງແຂວງ, ບັນດາອົງການຈັດງຕັັ້ງລັດວິສາຫະກິດ ແລະ ເອກະຊົນ, ທະນາຄານ, ບັນດາອົງການຈັດຕັັ້ງບ້ານ, ນັກທຸລະກິດ, ຜູ້ປະກອບການ ຕະຫຼອດຮອດພໍ່ແມ່ປະຊາຊົນຊາວເມືອງປາກທາເຂົ້າຮ່ວມຢ່າງໜາແໜ້ນ.

ພິທີ ທ່ານ ບຸນພັດ ສີສົມບັດ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງປາກທາ ໄດ້ກ່າວເປີດງານໃນຄັ້ງນີ້ວ່າ: ການຈັດງານບຸນຊ່ວງເຮືອປະເພນີໃນປີນີ້ ຈັດຂຶ້ນພາຍໃຕ້ບັນຍາກາດອັນສະຫງ່າລາສີ ເພື່ອເປັນການສືບສານ ແລະ ອະນຸລັກຮັກສາຮີດຄອງປະເພນີ, ວັດທະນະທຳອັນດີງາມຂອງທ້ອງຖິ່ນ ທີ່ເຄີຍປະຕິບັດກັນມາແຕ່ດົນນານ, ຍັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວຂອງເມືອງປາກທາ ໃຫ້ມີຄວາມຄຶກຄື້ນ ແລະ ເປັນການກະຕຸ້ນເສດຖະກິດພາຍໃນເມືອງ ງານບຸນຊ່ວງເຮືອປະເພນີ ເມືອງປາກທາປີນີ້ ບໍ່ພຽງແຕ່ແມ່ນການແຂ່ງຂັນກິລາທາງນ້ຳເທົ່ານັ້ນ, ແຕ່ມັນແມ່ນການສະແດງອອກເຖິງ ຄວາມຜູກແໜ້ນຄວາມສາມັກຄີ , ເປັນການສະແດງພະລະກໍາລັງ, ເປັນການພົບປະຢ້ຽມຢາມຖາມຂ່າວ ບ້ານເໜືອ-ບ້ານໃຕ້ຕາມວິຖີຊີວິດຂອງຊາວບ້ານພາຍໃນເມືອງປາກທາ ທີ່ມີມາແຕ່ດັັ້ງເດີມໂດຍ ແທ້. ພ້ອມທັງເປັນການຈັດພິທີບູຊາຄອບໄວສິ່ງສັກສິດ ເຈົ້ານໍ້າແດນດິນ ແລະ ບູຊາພະຍານາກຕາມຮີດຄອງປະເພນີ ອັນດີງາມ ເພືີ່ອກາບໄຫວ້ວິງວອນຂໍພອນສິ່ງສັກສິດທັງປວງຄູ່ບ້ານຄູ່ເມືອງ ຈົົ່ງມາປົກປັກ ຮັກສາ ເມືອງບ້ານ ໃຫ້ຢູ່ເຢັນເປັນສຸກ, ມີຄວາມຈະເລີນຮຸ່ງເຮືອງ ແລະ ສີວິໄລ. ແຕ່ມາຮອດປີນີ້ທາງ ຄະນະປະຈໍາພັກເມືອງ, ອົງການປົກຄອງເມືອງ ສົມທົບກັບອົງການຈັດຕັັ້ງບ້ານ ໄດ້ຄົ້ນຄວ້າຕົກລົງເຫັນດີ ເປັນເອກະພາບຍົກລະດັບງານບຸນຊ່ວງເຮືອປະເພນີທີ່ເຄີຍຈັດຜ່ານມາ ຂື້ນເປັນບຸນປະເພນີຂອງເມືອງ ເຊິີ່ງໄດ້ກໍານົດເອົາທຸກໆ ແຮມ 5 ຄໍໍ່າ ເດືອນ 9 ຫຼື 10 ຫຼັງບຸນຫ ໍ່ເຂົັ້າສະຫຼາກ ເປັນມື້ຊ່ວງເຮືອຂອງທຸກໆ ປີຢູ່ເມືອງປາກທາຂອງພວກເຮົາ. ການຈັດງານບຸນຊ່ວງເຮືອປະເພນີໃນປີນີ້ພວກເຮົາໄດ້ກໍານົດໃຫ້ມີຫຼາຍກິດຈະກໍາເປັນຕົ້ນ: ການແຂ່ງຂັນຊ່ວງເຮືອ 15 ສ ພາຍ ເຊິ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 14 ລໍາທີ່່ມາຈາກບັນດາບ້ານຕ່າງໆ ພາຍໃນຕາແສງ ແລະ ຫົວໜ່ວຍທຸລະກິດ; ຈັດການປະກວດການຕົບແຕ່ງເຮືອຊ່ວງ; ການຈັດການປະ ກວດອາຫານຂອງບັນດາເຜົ່າ; ຈັດຕະຫຼາດນັດ ເພື່ອວາງຂາຍສິນຄ້າ, ອາຫານພື້ນບ້ານເອກະລັກຂອງບັນດາເຜົ່າ ແລະ ອື່ນໆ ບັນຍາກາດການແຂ່ງຂັນຄຶກຄື້ນມ່ວນຊື່ນ ແລະ ສ້າງຄວາມຕື່ນເຕັ້ນໃຫ້ແກ່ຜູ້ຊົມ ດ້ວຍສຽງໂຮ່ຮ້ອງເຊຍ ຈາກກອງເຊຍແຄມຝັ່ງນ້ຳຂອງ ສ້າງສີສັນໃຫ້ງານບຸນມີຄວາມເບີກບານມ່ວນຊື່ນເປັນພິເສດ. ຜ່ານການແຂ່ງຂັນ ເຮືອຊ່ວງທີ່ສາມາດຍາດໄດ້ແຊ້ມປີນີ້ ໄດ້ແກ່ເຮືອຊ່ວງ ບ້ານໂພນທອງ, ໄດ້ຮັບລາງວັນຂັນເງິນ 1 ໜ່ວຍ, ແລະ ຂັນປະຈຳປີ 1 ໜ່ວຍ ພ້ອມທັງເງີນສົດ 9.000.000 ກີບ, ປະເພດທີ 2 ໄດ້ແກ່ເຮືອຊ່ວງບ້ານ ກ້ອນຕື່ນ ໄດ້ຮັບຂັນປະຈຳປີ 1 ໜ່ວຍພ້ອມທັງເງີນສົດ 7.000.000 ກີບ, ປະເພດທີ 3 ໄດ້ແກ່ເຮືອຊ່ວງ ໂຮງງານດິນບ໋ອກອາພາພອນ ໄດ້ຮັບຂັນປະຈຳປີ 1 ໜ່ວຍພ້ອມທັງເງີນສົດ 5.000.000 ກີບ, ປະເພດທີ 4 ໄດ້ແກ່ເຮືອຊ່ວງບ້ານ ຫາດສະ ໄດ້ຮັບລາງວັນເປັນເງິນສົດ 3.000.000 ກີບ, ນອກຈາກນັ້ນຍັງມີລາງວັນຊົມເຊີຍໃຫ້ເຮືອທີ່ຕົກຮອບໄປນັ້ນລຳລະ 2.000.000 ກີບ.

ຂ່າວ: ວັນະເດດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa