ເມືອງເມິງ ລະນຶກມູນເຊື້ອວັນຄູແຫ່ງຊາດລາວ ຄົບຮອບ 32 ປີ.

ວັນທີ 5 ຕຸລາ 2026 ນີ້ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດພິທີປາຖະກະຖາເລົ່າຄືນມູູນເຊື້ອວັນຄູແຫ່ງຊາດລາວ ຄົບຮອບ 32 ປີ ໂດຍການເປັນປະທານຂອງທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາທ່ານ ຄະນະປະຈໍາ-ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອໍານວຍການໂຮງຮຽນ-ໂຮງໝໍ, ຫົວໜ້າລັດວິສາຫະກິດ, ຄູ-ອາຈານ, ພະນັກງານ-ລັດຖະກອນ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ສີວິໄລ ສີແສນດີ ໄດ້ໃຫ້ກຽດເລົ່າຄືນມູນເຊື້ອ ປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ, ເຊິ່ງໃນເມືອກ່ອນເຫັນວ່າການສຶກສາຂອງລາວ ແມ່ນມີຄວາມຫຍຸ້ງຍາກຫຼາຍພໍສົມຄວນ, ໂດຍອາໄສວັດວາອາຮາມເປັນບ່ອນສຶກສາຮໍ່າຮຽນ, ວິຊາທີ່ຮຽນສ່ວນຫຼາຍແມ່ນການວາດ-ແຕ້ມ, ອັກສອນທໍາ ແລະ ຄາຖາອາຄົມ ເຊິ່ງຖືເອົາຊັ້ນຈາກການບວດເປັນການຕີລາຄາເຖິງລະດັບຄວາມຮູ້. ເຊິ່ງພາຍຫຼັງປະເທດເຮົາຕົກເປັນຫົວເມືອງຂຶ້ນຂອງຝຣັ່ງ ການສຶກສາຂອງລາວກໍ່ຍິ່ງບໍ່ໄດ້ຮັບການພັດທະນາ ເຊິ່ງໃນປີ 1905 ທົ່ວປະເທດມີໂຮງຮຽນພຽງແຕ່ 2 ແຫ່ງຄື: ຫຼວງພະບາງ ແລະ ວຽງຈັນ, ຄົນລາວທີ່ໄດ້ເຂົ້າຮຽນແມ່ນມີນ້ອຍທີ່ສຸດ ເຊິ່ງໃນນັ້ນໄດ້ມີ ທ້າວຄໍາ ໄດ້ຮຽນຈົບໃນຊັ້ນ ປ6, ຕໍ່ມາທ້າວຄໍາໄດ້ເຂົ້າຮ່ວມການອົບຮົມຄູເຊິ່ງຖືວ່າເປັນຄັ້ງທໍາອິດໃນປະຫວັດສາດຂອງລາວ ແລະ ໄດ້ເລີ່ມເປັນຄູສິດສອນໃນວັນທີ 7 ຕຸລາ 1907, ຍ້ອນຄວາມຮັກຊາດຂອງນາຍຄູຄໍາ ຈຶ່ງໄດ້ເອົາໃຈໃສ່ສຶກສາໃຫ້ພະສົງທີ່ຈະມາເປັນຄູໃຫ້ມີຈິດໃຈຮັກຊາດ ເພື່ອບໍ່ໃຫ້ຊາດລາວເຊື່ອມເສຍ, ປີ 1913 ນາຍຄູຄໍາໄດ້ສອນຢູ່ໂຮງຮຽນ ພີເອຕັບໂພແລັງ ໃນການສິດສອນຂອງນາຍຄູຄໍາໄດ້ສຶກສາໃຫ້ຄົນລາວຮູ້ຮັກຊາດ, ຮັກຄວາມເປັນທໍາ ບໍ່ຍອມຈໍານົນຕໍ່ສັດຕູ. ຈົນມາຮອດປີ 1920 ຂະບວນການຕໍ່ສູ້ຂອງນາຍຄູຄໍາໄດ້ລະເບີດຂຶ້ນຢູ່ທີ່ວຽງຈັນ ເຊິ່ງການຕໍ່ສູ້ໄດ້ດໍາເນີນໄປຢ່າງຮຸນແຮງ ນາຍຄູຄໍາຖືກຝຣັ່ງຈັບຕົວ ແລະ ນໍາໄປຂັງຄຸກ ພາຍຫຼັງຖືກຄຸມຂັງໄດ້ໄລຍະໜຶ່ງນາຍຄູຄໍາໄດ້ໂຕນອອກຈາກຄຸກ ແລ້ວໄປອາໄສຢູ່ນໍາພີ່ນ້ອງຢູ່ທີ່ບາງກອກປະເທດໄທ ແລະ ເສຍຊີວິດໃນເວລາຕໍ່ມາ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ປະເທດຊາດກໍ່ໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານການສຶກສາຂອງລາວໃນການສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດ ນໍາພາປະເທດຊາດໄປສູ່ຄວາມຮຸ່ງເຮືອງສີວິໄລ ແລະ ເພື່ອເປັນການລະນຶກເຖິງຄຸນງາມຄວາມດີ ແລະ ເຊີດຊູນໍ້າໃຈຮັກຊາດຂອງນາຍຄູຄໍາພັກ ແລະ ລັດຖະບານຈຶ່ງໄດ້ກໍານົດເອົາວັນທີ່ 7 ຕຸລາ ເຊິ່ງເປັນມື້ເຂົ້າຮັບລາດຊະການຂອງນາຍຄູຄໍາ ເປັນວັນຄູແຫ່ງຊາດລາວ ນັບແຕ່ປີ 1994 ເປັນຕົ້ນມາ ຈົນເຖິງປັດຈຸບັນ.

ໃນພິທີຍັງໄດ້ມີການມອບຂອງຂວັນລາງວັນ ແລະ ໃບຍ້ອງຍໍ່ໃຫ້ແກ່ນ້ອງນັກຮຽນທີ່ເຂົ້າຮ່ວມກິດຈະກໍາການແຕ້ມຮູບ ໃນຫົວຂໍ້ໂຮງຮຽນໃນຝັນຂອງຂ້ອຍ ເພຶ່ອເປັນການຝຶກທັກສະ ແລະ ສົ່ງເສີ່ມພອນສະຫວັນຈີນນະນາການ ໂດຍຄວາມຄິດຂອງນ້ອງນ້ອຍນັກຮຽນ ຕື່ມອີ່ກ.

ພາບ-ຂ່າວ: ອຸ່ນຄໍາ ຂັນວາລິດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa