ພິທີ ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງ 11 ໜ່ວຍພັກທົ່ວຕາແສງນໍ້າຍອນ ປະຈຳປີ 2025.

ທ້າຍອາທິດຜ່ານມານີ້, ຄະນະກໍາມະການປົກຄອງຕາແສງນໍ້າຍອນ ຈັດພິທີຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງ 11 ໜ່ວຍພັກທົ່ວຕາແສງນໍ້າຍອນ ປະຈຳປີ 2025 ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ, ມີບັນດາຄະນະປະຈໍາ, ກໍາມະການພັກເມືອງ, ປະທານຄະນະກໍາມະການປົກຄອງຕາແສງ, ເລຂາ-ຮອງເລຂາໜ່ວຍພັກ ຕະຫຼອດຮອດສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.

ໃນພິທີ ສະຫາຍ ບຸນທອງ ວິລະພັນ ກໍາມະການພັກເມືອງ, ປະທານຄະນະກໍາມະການປົກຄອງແຕ່ແສງນໍ້າຍອນ ໄດ້ຂຶ້ນຜ່ານບົດສະຫຼູບການຊີ້ນໍາໆພາກໍ່ສ້າງໝ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການປະຈໍາປີ 2026 ທັງ 11 ໜ່ວຍພັກເປັນໜ່ວຍພັກເອກະລາດຢູ່ພາຍໃຕ້ການຊີ້ນຳ – ນຳພາຂອງອົງຄະນະພັກເມືອງ ກັບ ອົງຄະນະພັກຮາກຖານຕາແສງນໍ້າຍອນ ແລະ ໄດ້ເຄື່ອນໄຫວຊີ້ນຳ – ນໍາພາຕາມພາລະບົດບາດ, ສິດ ແລະ ໜ້າທີ່ຕາມພັກ – ລັດມອບໝາຍ, ໃນໄລຍະຜ່ານມາ ຄະນະກໍາມະການປົກຄອງຕາແສງ ນໍ້າຍອນ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນວຽກງານທີ່ສຳຄັນ, ເອົາໃຈໃສ່ນຳເອົາແນວທາງ, ມະຕິຂອງພັກ, ນະໂຍບາຍ, ຄຳສັ່ງ, ລະບຽບກົດໝາຍຂອງລັດ ມາເຜີຍແຜ່ໃຫ້ແກ່ສະມາຊິກພັກ-ພະນັກງານຢູ່ໃນຄວາມຮັບຜິດຊອບຂອງຕົນໂດຍຢຶດໝັ້ນ 5 ຫຼັກການ 3 ທິດນໍາຂອງພັກ, ເອົາໃຈໃສ່ຫັນເອົາແນວທາງຂອງພັກຫັນເປັນແຜນອັນລະອຽດຂອງໜ່ວຍພັກ ໂດຍສອດຄ່ອງກັບໜ້າວຽກງານ, ຈາກນັ້ນ, ສະຫາຍ ໂຊ່ນ ອີນທະໄຊ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ  ວ່າດ້ວຍການມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໜ້ນ ປະຈຳປີ 2025 ຊຶ່ງມີໜ່ວຍພັກບ້ານນໍ້າຍອນເກົ່າ, ໜ່ວຍພັກບ້ານນໍ້າຍອນໃໝ່, ໜ່ວຍພັກບ້ານປະນະ, ໜ່ວຍພັກບ້ານປາກງາວ, ໜ່ວຍພັກໂຮງຮຽນ ມຕົ້ນນໍ້າຍອນ, ໜ່ວຍພັກບ້ານດອນຄູນ, ໜ່ວຍພັກບ້ານນໍ້າແສນ, ໜ່ວຍພັກບ້ານນໍ້າແລ, ໜ່ວຍພັກໂຮງຮຽນປະຖົມປາກງາວ, ໜ່ວຍພັກໂຮງຮຽນປະຖົມນໍ້າແສນ ແລະ ໜ່ວຍພັກໂຮງຮຽນ ມຕົ້ນ ປາກງາວ, ໃຫ້ກຽດຂຶ້ນມອບ ໃບຢັ້ງຢືນໜ່ວຍພັກປອດໃສ,   ເຂັ້ມແຂງ, ໜັກແໜ້ນ ຂອງສະຫາຍ ສະຫາຍ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ, ພ້ອມທັງມີຄໍາເຫັນຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດທາງຄະນະໜ່ວຍພັກຍາດມາໄດ້ໃນໄລຍະຜ່ານມາ  ສະຫາຍໄດ້ເນັ້ນໜັກໃຫ້ໜ່ວຍພັກທັງ 11 ສືບຕໍ່ຄົ້ນຄ້ວາ, ກໍາແໜ້ນຕໍ່ແນວທາງນະໂຍບາຍ, ມະຕິ, ຄໍາສັງ, ກົດລະບຽບຂອງພັກໃຫ້ໜັກແໜ້ນ ແລະ ເຮັດໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຢ່າງຕໍ່ເນື່ອງ, ເປັນຕົ້ນແມ່ນຕ້ອງໄດ້ກໍາໃຫ້ແໜ້ນຕາມ 5 ຫລັກການ, 3 ທິດນໍາຂອງ ພັກ, ສິດ ແລະ ໜ້າທີ່ຂອງຄະນະໜ່ວຍພັກ, ສິດໜ້າທີ່ຂອງສະມາຊິກພັກ; ກໍາໃຫ້ໄດ້ ສິດ ແລະ ໜ້າທີ່ວຽກງານວິຊາສະເພາະຂອງຕົນ, ຕັ້ງໜ້າຝຶກຝົນຫລໍໍ່ຫລອມຕົນເອງໃຫ້ມີຄວາມຮູ້, ຄວາມສາມາດ, ໃຫ້ມີຄຸນສົມບັດ ສິນທໍາປະຕິວັດ ເພື່ອເປັນ ແບບຢ່າງນໍາໜ້າໃຫ້ແກ່ໜ່ວຍພັກອື່ນ, ສືບຕໍ່ຂະຫຍາຍພັກ ແລະ ເປັນໃຈກາງການເຕົ້າໂຮມຄວາມສາມັກຄີພາຍໃນ ແລະ ພາຍນອກ. ເພີ່ມທະວີຍົກສູງຄວາມຮັບຜິດຊອບຂອງຕົນ ຕໍ່ໜ້າທີ່ການເມືອງ ທີ່ການຈັດຕັ້ງຂັ້ນເທີງມອບໝາຍ ໃຫ້ມີຜົນສຳເລັດ, ພ້ອມດຽວກັນນີ້, ຄອບຄົວທ່ານ ໄຊຍະຄໍາ ຈຽມແກ້ວ ໄດ້ນໍາເອົາຕູ້ນໍ້າຮ້ອນ-ນໍ້າເຢັນ ມາມອບໃຫ້ຫ້ອງການຄະນະກໍາມະການປົກຄອງຕາແສງນໍ້າຍອນ ຈໍານວນ 1 ໜ່ວຍ ມູນຄ່າ 3.500.000 ກີບ, ທ່ານ ສອນແລງ  ແລະ  ທ່ານ ສຸວັນ ແກ້ວມະນີວົງ ມອບເສື້ອ ຈໍານວນ 15 ຜືນ ມູນຄ່າ 2.700.000 ກີບ ຮັບໂດຍ ບຸນທອງ ວິລະພັນ ກໍາມະການພັກເມືອງ, ປະທານຄະນະກໍາມະການປົກຄອງແຕ່ແສງນໍ້າຍອນ ພ້ອມທັງມອບໃບຍ້ອງຍໍໃຫ້ຜູ້ປະກອບສ່ວນຕືມອີກ.

ພາບ,ຂ່າວ: ບຸນຈັນ ບຸນປັນຍາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa