






ໃນວັນທີ 2 ຕຸລາ 2026 ນີ້, ໄດ້ມີພິທີປະກາດແຕ່ງຕັ້ງເຈົ້າອະທິການວັດ ແລະ ສະຫຼຸບລາຍງານການບູລະນະກໍ່ສ້າງຢູ່ທີ່ວັດໂພນສະຫວ່າງ ໄຊຍະມຸງຄຸນ ບ້ານໂພນສະຫວ່າງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໂດຍການເຂົ້າຮ່ວມຂອງ ທ່ານ ທອງພັນ ຈັນທະວົງ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງຫ້ວຍຊາຍ, ພຣະອາຈານ ແປັບ ໂພທິສັກ ຄະນະປະຈຳ ອພສ ແຂວງ, ປະທານ ອພສ ເມືອງຫ້ວຍຊາຍ,ມີບັນດາ ພຣະເຖຣານຸເຖຣະ, ຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວເມືອງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ອຳນາດການປົກຄອງຕາແສງນ້ຳປຸກ, ການຈັດຕັ້ງບ້ານໂພນສະຫວ່າງ, ບ້ານດ່ານຖິ່ນ, ບ້ານໂພນໄຊ ແລະ ອອກຕົນຍາດໂຍມ.
ໃນພິທີໄດ້ເລີ່ມຕົ້ນດ້ວຍການນຳພາໄຫວ້ພຣະລັດຕະນະໄຕຣ ໂດຍປະທານອົງການພຸດທະສາສະໜາສຳພັນລາວ (ອພສ) ເມືອງ. ຈາກນັ້ນ, ຄະນະຮັບຜິດຊອບໄດ້ຜ່ານບົດສະຫຼຸບລາຍງານການບູລະນະກໍ່ສ້າງສາລາຜາມໄຊອະເນກປະສົງ (ບ່ອນຊ່ວງເຮືອປະເພນີ) ຄືນໃໝ່, ພາຍຫຼັງທີ່ຖືກວາຕະໄພລົມພາຍຸພັດ ເຮັດໃຫ້ຫຼັງຄາຫັກເປ່ເພເສຍຫາຍທັງໝົດ ໃນຄືນວັນທີ 7 ພຶດສະພາ 2026 ທີ່ຜ່ານມາ ພາຍຫຼັງເກີດເຫດການດັ່ງກ່າວ, ພຣະອາຈານ ທອງ ອິນທະພອນ ເຈົ້າອະທິການວັດໂພນສະຫວ່າງ ໄຊຍະມຸງຄຸນ ພ້ອມດ້ວຍພຣະສົງ-ສາມະເນນ ໄດ້ປຶກສາຫາລືຮ່ວມກັບ ຄະນະພັກ, ອຳນາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ ບ້ານໂພນສະຫວ່າງ ເພື່ອລະດົມທຶນ ແລະ ວັດຖຸປັດໄຈ ຈາກຜູ້ມີຈິດໃຈໃສສັດທາ ທັງພາຍໃນ ແລະ ພາຍນອກ. ການບູລະນະສ້ອມແປງໄດ້ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ວັນທີ 5 ສິງຫາ 2026 ແລະ ສາມາດສຳເລັດສົມບູນໃນວັນທີ 6 ກັນຍາ 2026 ໂດຍມີມູນຄ່າການສ້ອມແປງຫຼັງຄາທັງໝົດ 98.963.000 ກີບ (ຈາກມູນຄ່າການກໍ່ສ້າງເດີມທັງໝົດ 425.497.000 ກີບ). ພ້ອມດຽວກັນນີ້, ຍັງໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງເມືອງ ວ່າດ້ວຍການຮັບຮອງແຜນທິດທາງ 5 ປີຕໍ່ໜ້າ ແລະ ຂໍ້ຕົກລົງວ່າດ້ວຍການອະນຸມັດສ້າງຕັ້ງກອງທຶນສົ່ງເສີມການສຶກສາສົງ.
ໃນພິທີ, ຄະນະຮັບຜິດຊອບໄດ້ຜ່ານມາດຖານການເປັນເຈົ້າອະທິການວັດ, ຜ່ານຂໍ້ຕົກລົງຂອງປະທານ ອພສ ເມືອງ ວ່າດ້ວຍການປະກາດແຕ່ງຕັ້ງເຈົ້າອະທິການວັດ, ໂດຍໄດ້ປະກາດແຕ່ງຕັ້ງ ພຣະອາຈານ ທອງ ອິນທະພອນ ເປັນ ເຈົ້າອະທິການວັດໂພນສະຫວ່າງ ໄຊຍະມຸງຄຸນ ບ້ານໂພນສະຫວ່າງ
ພຣະອາຈານ ພູມມີ ອຳພອນດວງຈິດ ເປັນ ເຈົ້າອະທິການວັດທາດແກ້ວມະນີແສງ ບ້ານດ່ານຖິ່ນ ທ່ານອາຈານ ໄຊ ສຸກສະຫວັດດີ ເປັນ ອາຈານວັດປະຈຳເມືອງຫ້ວຍຊາຍ ອົງການປົກຄອງທ້ອງຖິ່ນ
ຈາກນັ້ນ, ທ່ານ ທອງພັນ ຈັນທະວົງ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງຫ້ວຍຊາຍ ໄດ້ມອບໃບຍ້ອງຍໍຂອງປະທານຄະນະກຳມະການປົກຄອງເມືອງຫ້ວຍຊາຍ ໃຫ້ແກ່ ພຣະອາຈານ ທອງ ອິນທະພອນ. ພຣະອາຈານ ແປັບ ໂພທິສັກ ຄະນະປະຈຳ ອພສ ແຂວງ, ປະທານ ອພສ ເມືອງຫ້ວຍຊາຍ ໄດ້ມອບໃບຍ້ອງຍໍຂອງ ອພສ ເມືອງ ໃຫ້ແກ່ຄະນະຮັບຜິດຊອບການບູລະນະ ແລະ ຄະນະສັດທາຜູ້ຮ່ວມສ້າງ. ພ້ອມນີ້, ພຣະອາຈານ ທອງ ອິນທະພອນ ກໍ່ໄດ້ມອບໃບຂອບໃຈຂອງເຈົ້າອະທິການວັດ ໃຫ້ແກ່ຄະນະສັດທາທີ່ໄດ້ຮ່ວມບໍລິຈາກ ແລະ ຊ່ວຍເຫຼືອນຳອີກ.
ນອກຈາກນັ້ນ, ໃນພິທີຍັງໄດ້ຮັບຟັງການປະກອບຄຳເຫັນຈາກຫຼາຍພາກສ່ວນກ່ຽວກັບ ການສ້າງສາລາໃຫ້ຖືກຕ້ອງຕາມສິລະປະລວດລາຍລາວ ແລະ ມີປະຫວັດຈະແຈ້ງ ເພື່ອຂຶ້ນທະບຽນເປັນມໍລະດົກ.ການປະກອບເອກະສານບວດ ແລະ ການສ້າງສາພັດທະນາວັດ.ການສົ່ງເສີມການສຶກສາ ແລະ ການຄຸ້ມຄອງດູແລໃຫ້ມີຄວາມຍືນຍົງຕະຫຼອດໄປ.
#ຂ່າວໂດຍ: ເງິນຫຼົງ ຈິດພູວົງ.
#ພາບ: ພາກສ່ວນກ່ຽວຂ້ອງ