
ໃນຕອນເຊົ້າຂອງວັນທີ 02 ຕຸລາ 2026 ທ່ານ ປອ ສົມຄິດ ວົງປັນຍາ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ, ຫົວໜ້າອົງການກວດກາລັດ ແລະ ຫົວໜ້າອົງການຕ້ານສໍ້ລາດບັງຫຼວງ ແຂວງບໍ່ແກ້ວ, ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວ ຕິດຕາມ, ຊຸກຍູ້ວຽກງານກວດກາຮອບດ້ານ ຢູ່ພະແນກຍຸຕິທໍາແຂວງບໍ່ແກ້ວ, ມີຄະນະພັກ, ຄະນະພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງພາຍໃນພະແນກຍຸຕິທໍາແຂວງເຂົ້າຮ່ວມຢາງພ້ອມພຽງ.
ໃນການລົງເຄື່ອນໄຫວ ຕິດຕາມ, ຊຸກຍູ້ວຽກງານກວດກາຮອບດ້ານໃນຄັ້ງນີ້ ທ່ານ ສຸລິເດດ ບັນດາກອນ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໝ້າພະແນກຍຸຕິທໍາແຂວງ ໄດ້ລາຍງານການຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດວຽກງານກວດກາຮອບດ້ານຂອງພະແນກຍຸຕິທໍາແຂວງ ໃນໄລຍະ 09 ເດືອນຜ່ານມາ ຊຶ່ງທ່ານໃຫ້ຮູ້ວ່າ: ຄະນະພັກ, ຄະນະພະແນກ ໄດ້ຖືເອົາວຽກງານກວດກາ ເປັນວຽກງານທີ່ສໍາຄັນຕົ້ນຕໍ ພ້ອມທັງເອົາໃຈໃສ່ໃນການຕິດຕາມ, ກວດກາ, ຊຸກຍູ້ການນໍາພາ-ຊີ້ນໍາຂອງສະມາຊິກພັກ ໃນການປະຕິບັດແນວທາງນະໂຍບາຍຂອງພັກ, ບັນດາມະຕິຄໍາສັ່ງ, ລະບຽບພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ວຽກງານປັບປຸງກໍ່ສ້າງພັກແມ່ນໄດ້ປະຕິບັດຖືກຕ້ອງຕາມກົດລະບຽບຂອງພັກ, ປັດຈຸບັນມີສະມາຊິກພັກທັງໝົດ 26 ສະຫາຍ, ຍິງ 13 ສະຫາຍ, ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ມີຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໂດຍຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນ ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງກັນວາງທິດທາງແຜນການ, ວິທີແກ້ໄຂໃນຕໍ່ໜ້າຢ່າງລະອຽດ.
ໂອກາດນິ້, ທ່ານ ປອ ສົມຄິດ ວົງປັນຍາ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ, ຫົວໜ້າອົງການກວດກາລັດ ແລະ ຫົວໜ້າອົງການຕ້ານສໍ້ລາດບັງຫຼວງ ແຂວງບໍ່ແກ້ວ ໄດ້ມີຄໍາເຫັນເໜັ້ນໜັກບາງບັນຫາໃຫ້ ຄະນະພັກ, ຄະນະພະແນກ ແລະ ສະມາຊິກພັກ ຈົ່ງຍົກສູງພາລະບົດບາດການຊີ້ນໍາ-ນໍາພາຕໍ່ໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງເອົາໃຈໃສ່ ແລະ ຈັດຕັ້ງປະຕິບັດວຽກງານກວດກາຢ່າງເປັນປົກກະຕິ, ສຶກສາການເມືອງແນວຄິດ ແລະ ຜັນຂະຫຍາຍມະຕິ, ຄຳສັ່ງ ແລະ ເອກະສານສຳຄັນຕ່າງໆ ໃຫ້ສະມາຊິກພັກຢ່າງເປັນປົກກະຕິ.
ພາບ-ຂ່າວ: ພຸດທະຈັກ ວິໄລພອນ