ປະຊາຊົນບ້ານເປົ້າໝາຍ ເມືອງຫ້ວຍຊາຍ ໄດ້ຮັບເຕົາໄຟປະຢັດພະລັງງານ ຈາກສະພາກາແດງ ແລະ ບໍລິສັດ ສິບໂປ້ SIPCO ສສ ຫວຽດນາມ.

ໃນຕອນບ່າຍຂອງວັນທີ 30 ກັນຍາ 2026 ນີ້, ຢູ່ທີ່ສຳນັກງານຫ້ອງການປົກຄອງຕາແສງ ບ້ານພິບຸນທອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ໄດ້ມີພິທີມອບ-ຮັບ ແລະ ແຈກຢາຍເຕົາໄຟປະຢັດພະລັງງານ ໃຫ້ແກ່ປະຊາຊົນບ້ານເປົ້າໝາຍ. ໂດຍການເຂົ້າຮ່ວມເປັນປະທານມອບ ແລະ ໂອ້ລົມຂອງ ທ່ານ ຄຳແສງ ສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ; ທ່ານ ດຣ. ນາງ ຄຳຫຼ້າ ໄຍຮຽງອ່ອນ ຫົວໜ້າອົງການກາແດງແຂວງບໍ່ແກ້ວ,ມີບັນດາຄະນະນຳເມືອງ, ພະນັກງານປົກຄອງຕາແສງ ອຳນາດການປົກຄອງບ້ານ ແລະ ພີ່ນ້ອງປະຊາຊົນບ້ານອຸດົມ ເຂົ້າຮ່ວມ.

ໂອກາດນິ້, ທ່ານ ຄຳແສງ ສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ ໄດ້ມີຄຳເຫັນວ່າ: ເຕົາໄຟປະຢັດພະລັງງານທີ່ນຳມາແຈກຢາຍໃນຄັ້ງນີ້ ແມ່ນໄດ້ຮັບການຊ່ວຍເຫຼືອລ້າຈາກ ສະພາກາແດງ ສສ ຫວຽດນາມ ແລະ ບໍລິສັດ ສິບໂປ້ SIPCO ສສ ຫວຽດນາມ ຜ່ານອົງການກາແດງແຂວງບໍ່ແກ້ວ. ການຊ່ວຍເຫຼືອດັ່ງກ່າວ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເພື່ອປະກອບສ່ວນຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ, ຊ່ວຍຫຼຸດຜ່ອນລາຍຈ່າຍ ແລະ ປະຢັດເວລາໃນການຈັດຫາເຊື້ອໄຟ, ຫຼຸດຜ່ອນການນຳໃຊ້ຟືນ ແລະ ການຕັດໄມ້ທຳລາຍປ່າ, ຫຼຸດຜ່ອນການປ່ອຍຄວັນໄຟ ແລະ ກ໊າຊຄາບອນ ເພື່ອປົກປັກຮັກສາສິ່ງແວດລ້ອມຢ່າງຍືນຍົງ, ພ້ອມທັງຊ່ວຍປັບປຸງສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍໃນຄົວເຮືອນໃຫ້ດີຂຶ້ນ.

ພ້ອມນີ້, ທ່ານຮອງປະທານຄະນະກຳມະການປົກຄອງແຂວງ ຍັງໄດ້ເນັ້ນຢ້ຳໃຫ້ປະຊາຊົນນຳໃຊ້ເຕົາຕາມວິຊາການແນະນຳ ເພື່ອໃຫ້ເກີດປະໂຫຍດຍາວນານທີ່ສຸດ, ເພາະເຕົາປະຢັດພະລັງງານນີ້ ແມ່ນເຄື່ອງຊ່ວຍເຫຼືອລ້າທີ່ມອບໃຫ້ຄອບຄົວເປົ້າໝາຍຮັບໃຊ້ພາຍໃນຄົວເຮືອນ, ຫ້າມນຳໄປຊື້-ຂາຍ, ແລກປ່ຽນ ຫຼື ໂອນໃຫ້ບຸກຄົນອື່ນຢ່າງເດັດຂາດ. ໃນການນຳໃຊ້ ບໍ່ໃຫ້ນຳໃຊ້ນ້ຳໜັກການຕົ້ມ-ແກງ ເກີນ 20 ກິໂລກຣາມ ເພາະຈະເຮັດໃຫ້ເຕົາຊຳຣຸດ ຫຼື ແຕກຫັກໄດ້ງ່າຍ ແລະ ລະມັດລະວັງບໍ່ໃຫ້ນ້ຳຕົກໃສ່ໃນຂະນະທີ່ເຕົາຍັງຮ້ອນ. ນອກຈາກນີ້, ຍັງໄດ້ມອບໃຫ້ອຳນາດການປົກຄອງບ້ານ ແລະ ຕາແສງ ຄຸ້ມຄອງການແຈກຢາຍໃຫ້ມີຄວາມຮຽບຮ້ອຍ; ກໍລະນີລາຍຊື່ຊ້ຳກັນໃຫ້ຮັບ 1 ໜ່ວຍ; ກໍລະນີເຄື່ອງບໍ່ພໍ ໃຫ້ບູລິມະສິດຄອບຄົວທຸກຍາກ ແລະ ມີຄວາມຈຳເປັນກ່ອນ; ແລະ ກໍລະນີເຈົ້າໂຕມາຮັບເອງບໍ່ໄດ້ ໃຫ້ອຳນາດການປົກຄອງເຊັນຢັ້ງຢືນຮັບຕ່າງ.

ສຳລັບໂຄງການຮ່ວມມືລະຫວ່າງ ອົງການກາແດງແຫ່ງຊາດລາວ, ສະພາກາແດງ ສສ ຫວຽດນາມ ແລະ ບໍລິສັດ SIPCO ສສ ຫວຽດນາມ ໃນການຊ່ວຍເຫຼືອລ້າເຕົາໄຟປະຢັດພະລັງງານ ຊຸດທີ I ຢູ່ເມືອງຫ້ວຍຊາຍ ມີທັງໝົດ 6 ຕາແສງ, 61 ບ້ານ, ລວມມີ 9,141 ໜ່ວຍ, ມູນຄ່າທັງໝົດ 114,262 ໂດລາສະຫະລັດ. ສຳລັບການມອບ-ຮັບຕົວຈິງໃນມື້ນີ້ ແມ່ນໄດ້ແຈກຢາຍໃຫ້ປະຊາຊົນບ້ານອຸດົມ ຈຳນວນ 219 ໜ່ວຍ (ຄອບຄົວລະ 1 ໜ່ວຍ) ເຊິ່ງສ້າງຄວາມດີອົກດີໃຈ ແລະ ຮອຍຍິ້ມໃຫ້ແກ່ປະຊາຊົນທີ່ເຂົ້າມາຮັບເຄື່ອງໃນຄັ້ງນີ້ເປັນຢ່າງຍິ່ງ.

ຂ່າວ: ເງິນຫຼົງ ຈິດພູວົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa