ສະຫະພັນກຳມະບານແຂວງ ຮ່ວມກັບສະມາຄົມຮ່ວມຄິດ ສົມທົບກັບຄະນະກຳມະການຂັ້ນເມືອງ ລົງຊຸກຍູ້, ຕິດຕາມ ການສ້າງສັນຍາແຮງງານໃຫ້ແກ່ຊາວສວນກ້ວຍ ເມືອງເມິງ ແຂວງບໍ່ແກ້ວ.

ລະຫວ່າງວັນທີ 22-26 ກັນຍາ 2026 ຜ່ານມານີ້, ສະຫະພັນກໍາມະບານແຂວງ ຮ່ວມກັບສະມາຄົມຮ່ວມຄິດ ແລະ ຄະນະຮັບຜິດຊອບຂັ້ນເມືອງ ໄດ້ລົງສ້າງສັນຍາຮ່ວມ ກັບບໍລິສັດປູກກ້ວຍຫອມ 3 ບໍລິສັດຄື: ບໍລິສັດສວນກ້ວຍ ເລົາເຢ, ບໍລິສັດສວນກ້ວຍ ອາແປວ ແລະ ບໍລິສັດສວນກ້ວຍ ອາເຈີ, ເຊິ່ງບໍລິສັດດັ່ງກ່າວຢູ່ໃນ 3 ບ້ານເປົ້າໝາຍຂອງໂຄງການຄື: ບ້ານ ຖໍ້າພະບາດ, ບ້ານ ນໍ້າຄາລື້ ແລະ ບ້ານ ຫ້ວຍທາດ. ເປັນກຽດເຂົ້າຮ່ວມໂດຍທ່ານ ນິລະພົບ ທອງສະຫວັດ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີສະຫະພັນກໍາມະບານແຂວງ, ສະມາຄົມຮ່ວມຄິດ, ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ຂອງເມືອງ, ບັນດາຫົວໜ້າແຕ່ລະບໍລິສັດສວນກ້ວຍຫອມ ແລະ ກຳມະກອນ ຢູ່ພາຍໃນສວນກ້ວຍເຂົ້າຮ່ວມ.

ສະຫະພັນກໍາມະບານແຂວງ ຮ່ວມກັບສະມາຄົມຮ່ວມຄິດ ສົມທົບກັບຄະນະກໍາມະການຂັ້ນເມືອງ ລົງຊຸກຍູ້, ຕິດຕາມ ການສ້າງສັນຍາແຮງງານໃຫ້ແກ່ຊາວສວນກ້ວຍ ໃນຄັ້ງນີ້ ເພື່ອລົງມາສ້າງສັນຍາແຮງງານຮ່ວມກັນ ລະຫວ່າງ ບໍລິສັດສວນກ້ວຍຫອມ ກັບ ຜູ້ອອກແຮງງານ ທັງນີ້ກໍເພື່ອອຳນວຍຄວາມສະດວກໃຫ້ແກ່ບໍລິສັດສວນກ້ວຍຫອມ ແລະ ຜູ້ອອກແຮງງານກໍຄື: ກຳມະກອນ ໄດ້ຮັບຮູ້, ເຂົ້າໃຈຕໍ່ລະບຽບກົດໝາຍ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະຫະພັນກຳມະບານລາວ ໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງກຳມະບານລາວ, ກຳມະກອນ ຊາວຜູ້ອອກແຮງງານ ແລະ ປະຕິບັດຕາມກົດໝາຍວ່າດ້ວຍແຮງງານ ໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ໄດ້ຈັດຕັ້ງປະຕິບັດຕາມລະບຽບກົດໝາຍທີ່ໄດ້ວາງອອກໃຫ້ເຂັ້ມງວດ ທັງເປັນການຄຸ້ມຄອງແຮງງານໃຫ້ເຂົ້າສູ່ລະບຽບກົດໝາຍ ບໍ່ເອົາລັດ-ເອົາປຽບເຊິ່ງກັນ ແລະ ກັນ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ພັດທະນາເມືອງເມິງເຮັດໃຫ້ເມືອງເມິງ ຫຼຸດພົ້ນອອກຈາກຄວາມທຸກຍາກໄປເທື່ອລະກ້າວ.

ໃນໂອກາດດຽວກັນນີ້ ທ່ານ ນິລະພົບ ທອງສະຫວັດ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນໄດ້ມີຄຳເຫັນໂອ້ລົມ ກ່ອນອື່ນ ທ່ານໄດ້ສະແດງຄວາຂອບໃຈມາຍັງ ອຳນວຍການບໍລິສັດ ຕະຫຼອດຮອດກຳມະກອນພາຍໃນບໍລິສັດ ທີ່ໄດ້ເສຍສະລະເວລາເຂົ້າຮ່ວມສ້າງສັນຍາແຮງງານຈົນໄດ້ຮັບຜົນສຳເລັດ ແລະ ໃຫ້ບັນດາຜູ້ອຳນວຍການບໍລິສັດ ແລະ ກຳມະກອນ ຊາວຜູ້ອອກແຮງງານ ທັງພາຍໃນ ແລະ ຕ່າງປະເທດ ພາຍຫຼັງທີ່ໄດ້ສ້າງສັນຍາຮ່ວມກັນແລ້ວ ໃຫ້ບໍລິສັດ ແລະ ຜູ້ອອກແຮງງານ ໃຫ້ຈັດຕັ້ງປະຕິບັດຕາມສັນຍາແຮງງານ ກໍຄື ຂໍ້ກຳນົດ, ກົດລະບຽບຕ່າງໆ ໃຫ້ເຂັ້ມງວດ ແລະ ໃຫ້ໄດ້ຮັບຜົນດີ ເພື່ອຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບຄວາມຍຸຕິທຳ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນການຄຸ້ມຄອງແຮງງານໃຫ້ເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ.

ພາບ-ຂ່າວ: ສ່ອງແກ້ວ ທຳມະວົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa