


ວັນທີ 29 ກັນຍາ 2026 ນີ້ ຢູ່ທີ່ສະໂມສອນເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງ ເປີດກວ້າງຄັ້ງທີ VIII ສະໄໝທີ VIII ປີ 2026 ໂດຍການເປັນປະທານຂອງ ສະຫາຍ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາສະຫາຍ ຄະນະບໍລິຫານງານພັກເມືອງ ສະໄໝທີ VIII, ປະທານ – ຮອງປະທານຄະນະກໍາມະການປົກຄອງເມືອງ, ພະແນກການທີ່ກ່ຽວຂ້ອງ ຂອງແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ປະທານຄະນະກໍາມະການປົກຄອງຕາແສງທັງ 3 ຕາແສງ, ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ, ອໍານວຍການໂຮງຮຽນ-ໂຮງໝໍ, ຫົວໜ້າລັດວິສາຫະກິດໄຟຟ້າ-ນໍ້າປະປາ ແລະ ທະນາຄານພັດທະນາຊົນນະບົດ, ອົງການໄອຍະການປະຈໍາເມືອງ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ສະຫາຍ ຫຸມແກ້ວ ອ້ອຍແຂມທອງ ຮອງເລຂາພັກເມືອງ, ປະທານກວກກາພັກ-ລັດເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈໍາ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026 ຂອງຄະນະບໍລິຫານງານພັກເມືອງເມິງ ໃນໄລຍະທີ່ຜ່ານມາອົງຄະນະພັກເມືອງເມິງ ໄດ້ເພີ່ມທະວີການນໍາພາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວພະນັກງານ – ລັດຖະກອນ, ສະມາຊິກພັກ, ທະຫານ, ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າອ້ອມຂ້າງເມືອງ ເປັນປົກກະຕິ ແລະ ໄດ້ເຮັດໜ້າທີ່ເປັນກະບອກສຽງ ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງການນໍາ ແລະ ຂ່າວອື່ນໆ ພາຍໃນເມືອງ ຜ່ານລະບົບໂທລະໂຄ່ງຂອງເມືອງ, ວິທະຍຸຂອງແຂວງ ແລະ ທາງສື່ອອນລາຍຕ່າງໆ ປັດຈຸບັນທົ່ວເມືອງມີ 3 ອົງຄະນະພັກຕາແສງ, ມີ 1 ຄະນະພັກຮາກຖານ, ມີ 62 ໜ່ວຍພັກ ມີສະມາຊິກພັກ ທັງໝົດ 1.017 ຍິງ 299 ສະຫາຍ, ສະມາຊິກພັກສໍາຮອງມີ 62 ສະຫາຍ, ຍິງ 20 ສະຫາຍ; ໄດ້ເປີດຮຽນສະໜັບສະໜຸນພັກໃຫ້ມະຫາຊົນກ້າວໜ້າໄດ້ 40 ສະຫາຍ, ຍິງ 14 ສະຫາຍ; ຮຽນກົດລະບຽບພັກ 36 ສະຫາຍ, ຍິງ 09 ສະຫາຍ, ຮັບມະຫາຊົນກ້າວໜ້າ ເຂົ້າເປັນພັກສໍາຮອງໄດ້ 21 ສະຫາຍ, ຍິງ 7 ສະຫາຍ ແລະ ເລື່ອນສະມາຊິກພັກສໍາຮອງຂື້ນເປັນສະມາຊິກພັກສົມບູນໄດ້ 9 ສະຫາຍ, ຍິງ 3 ສະຫາຍ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ໄດ້ເອົາໃຈໃສ່ຈັດຕັ້ງລະບົບປະຈໍາການ, ກໍາລັງປະຈໍາການ, ໃນການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ, ຕິດຕາມສະພາບຮອບດ້ານ, ປ້ອງກັນປົດຄ້າຍ, ອອກເຄື່ອນໄຫວສາລະເວ ແລະ ອອກເຄື່ອນໄຫວຍາວ, ໄດ້ຜັດປ່ຽນກໍາລັງຢູ່ຈຸດຕ່າງໆພາຍໃນເມືອງ, ພ້ອມທັງຕິດຕາມສະພາບຮອບດ້ານ, ອອກເຄື່ອນໄຫວສາລະເວນ້ອຍ ເພື່ອເຮັດໃຫ້ສະພາບພາຍໃນເມືອງມີຄວາມສະຫງົບປອດໄພ, ຜ່ານມາ ປກສ ເມືອງໄດ້ເອົາໃຈໃສ່ໃນການຕິດຕາມ-ກວດກາປະເພດຄະດີຕ່າງໆ ເຊິ່ງເກີດຂຶ້ນທັງໝົດ 13 ເລື່ອງ, ມີຜູ້ຖືກຫາ 20 ຄົນ, ຂອງກາງຢາເສບຕິດປະເພດຢາບ້າຈໍານວນ 381.000 ເມັດ ແລະ ພາຫະນະທີ່ນໍາໃຊ້ເຂົ້າໃນການກະທໍາຜິດຈໍານວນໜຶ່ງ; ຂົງເຂດເສດຖະກິດ: ໄລຍະ 09 ເດືອນຜ່ານມາເທົ່າກັບ 28 ຕື້ 750 ລ້ານກ່ວາກີບ, ການຜະລິດອຸດສາຫະກໍາ ແລະ ຫັດຖະກຳ ປະຕິບັດໄດ້ 2 ຕື້ 500 ລ້ານກ່ວາກີບ ທຽບໃສ່ແຜນການ 09 ເດືອນຜ່ານມາແມ່ນ ເພີ່ມຂຶ້ນ 1,05 %, ມູນຄ່າຈໍລະຈອນສີນຄ້ານໍາເຂົ້າ ສາມາດປະຕິບັດໄດ້ 11 ຕື້ 629 ລ້ານກ່ວາກີບ, ເມື່ອທຽບໃສ່ແຜນການຜ່ານມາແມ່ນ ເພີ່ມຂຶ້້ນ 3,41 %, ມູນຄ່າຈໍລະຈອນສິນຄ້າສົ່ງອອກ ປະຕິບັດໄດ້ 14 ຕື້ 621 ລ້ານກ່ວາກີບ ທຽບໃສ່ແຜນການຜ່ານມາແມ່ນຫຼຸດລົງ 3,73 %, ຊີ້ນໍາ-ນໍາພາຂະແໜງການທີ່ກ່ຽວຂ້ອງຈັດຕັ້ງປະຕິບັດດ້ານລາຍຮັບປະຕິບັດໄດ້: 19 ຕື້ 597 ລ້ານກວ່າກີບ ເທົ່າກັບ 59,91% ຂອງແຜນການປີ, ໃນນັ້ນລາຍຮັບພາຍໃນເມືອງປະຕິບັດໄດ້: 1 ຕື້ 743 ລ້ານກວ່າກີບ ເທົ່າກັບ 56,79% ຂອງແຜນການປີ, ພ້ອມທັງຄຸ້ມຄອງລາຍຈ່າຍ ປະຕິບັດໄດ້ທັງໝົດ: 18 ຕື້ 971 ລ້ານກວ່າກີບ ເທົ່າກັບ 57,99% ຂອງແຜນການປີ; ໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາການປູກ-ການລ້ຽງຂອງປະຊາຊົນ: ຕິດຕາມການຜະລິດເຂົ້າປນາປີໃນເນື້ອທີ່ນາທັງໝົດ 1.248,83 ເຮັກຕາ ແລະ ການປູກເຂົ້າໄຮ່ເນີນສູງ ມີເນື້ອທີ່ທັງໝົດ 1,898,83 ເຮັກຕາ ແລະ ໄດ້ຊຸກຍູ້ປະຊາຊົນປູກພຶດຜັກໃນລະດູຝົນໃນເນື້ອທີ່ທັງໝົດ 69,85 ເຮັກຕາ, ຂົງເຂດວັດທະນະທໍາ-ສັງຄົມ: ຄະນະພັກພວກເຮົາ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ວຽກງານໃນຂົງເຂດວັດທະນະທໍາ – ສັງຄົມ ຖືເອົາການຍົກສູງຄຸນນະພາບການສຶກສາ, ເອົາການກັນພະຍາດ, ສົ່ງເສີມສຸຂະພາບໃຫ້ປະຊາຊົນເປັນຕົ້ນຕໍ ແລະ ເອົາການປິ່ນປົວເປັນສໍາຄັນ, ອານຸລັກວັດທະນະທໍາບັນດາເຜົ່າ; ຄຸ້ມຄອງແຮງງານ ແລະ ປະຕິບັດນະໂຍບາຍປະກັນສັງຄົມ ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ສະຫະພັນແມ່ຍິງ ແລະ ຊາວໜຸ່ມ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເຊິ່ງໃນດ້ານວຽກງານວິຊາສະເພາະ ແລະ ຂົງເຂດວຽກງານອື່ນໆກໍໄດ້ຮັບຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ ໃນກອງປະຊຸມ ບັນດາທ່ານຜູ້ແທນກອງປະຊຸມແຕ່ລະຂົງເຂດວຽກງານໄດ້ປະກອບຄໍາຄິດຄໍາເຫັນ ເພຶ່ອປັບປຸງບັນຫາດ້ານອ່ອນ ແລະ ຂໍ້ຄົງຂ້າງເພຶ່ອນໍາໄປສຶບຕໍ່ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດໃນຕໍ່ໜ້າ.
ໃນຕອນທ້າຍຂອງກອງປະະຊຸມ ສະຫາຍ ສີວິໄລ ສີແສນດີ ກໍາມະການພັກແຂວງ ເລຂາພັກເມືອງ ໄດ້ມີຄໍາເຫັນເໜັ້ນໜັກໃຫ້ຄະນະພັກທຸກຂັ້ນໃຫ້ສືບຕໍ່ສຶກສາອົບຮົມ ນໍາພາແນວຄິດ ສ້າງສະຕິຕື່ນຕົວ, ສະຕິເປັນເຈົ້າຂອງທຸກການຈັດຕັ້ງ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີສ່ວນຮ່ວມໃນການເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນວຽກທົ່ວປ່ວງຊົນ, ຮັກສາສະຖຽນລະພາບທາງດ້ານການເມືອງ, ເຮັດໃຫ້ຂອບເຂດຄວາມຮັບຜິດຊອບມີຄວາມສະຫງົບປອດໄພ, ຄະນະພັກແຕ່ລະຂັ້ນຕ້ອງໄດ້ຍົກສູງຄວາມຮັບຜິດຊອບ ກໍ່ຄືອົງການປົກຄອງແຕ່ລະຂັ້ນໃຫ້ຊຸກຍູ້ສົ່ງເສີ່ມການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃຫ້ຖືເປັນວຽກທີ່ສໍາຄັນ, ໃຫ້ເອົາໃຈໃສ່ຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃຫ້ດໍາເນີນທຸລະກິດໃຫ້ມີປະສິດທິຜົນ ແລະ ໃຫ້ມີຄຸນນະພາບໃໝ່, ໃຫ້ເອົາໃຈໃສ່ຂຸດຄົ້ນລາຍຮັບໃຫ້ໄດ້ຕາມແຜນການທີ່ວາງໄວ້, ເອົາໃຈໃສ່ຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍຢ່າງໄເຂັ້ມງວດ ສ້າງໃຫ້ຄົນມີສະຕິເຄົາລົບ ແລະ ປະຕິບັດກົດໝາຍ, ສຸມໃສ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍຖືຄຸນນະພາບເປັນກົກ ພະຍາຍາມຂະຫຍາຍສະມາຊິກພັກ, ຂະຫຍາຍໜ່ວຍພັກໃຫ້ມີຄຸນນະພາບ ພ້ອມກັນສຶບຕໍ່ຈັດຕັ້ງປະຕິບັດຕາມທິດທາງແຜນການ 3 ເດືອນທ້າຍປີ ໃຫ້ລຸຕາມຈຸດປະສົງລະດັບຄາດໝາຍທີ່ວາງໃວ້ ແນ່ໃສ່ຮັບປະກັນດ້ານປະລິມານ ແລະ ຄຸນນະພາບໃຫ້ສູງຂື້ນກ່ວາເກົ່າ.
ພາບ-ຂ່າວ: ອຸ່ນຄໍາ ຂັນວາລິດ