ພະແນກຍຸຕິທໍາແຂວງ ເຜີຍແຜ່ ແລະ ແນະນໍາກ່ຽວກັບການສ້າງນິຕິກຳໃຫ້ແກ່ພະນັກງານ-ລັດຖະກອນ.

ໃນວັນທີ 24 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງບໍ່ແກ້ວ, ໄດ້ຈັດກອງປະຊຸມເຜີຍແຜ່ແລະ ແນະນໍາກ່ຽວກັບການສ້າງນິຕິກຳໃຫ້ແກ່ພະນັກງານ-ລັດຖະກອນ ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ສຸລິເດດ ບັນດາກອນ, ຫົວໜ້າພະແນກຍຸຕິທຳແຂວງ, ມີຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ຄະນະຮັບຜິດຊອບໄດ້ເຜີຍແຜ່ກົດໝາຍວ່າດ້ວຍ ການສ້າງນິຕິກຳ ສະບັບເລກທີ 06/ສພຊ, ລົງວັນທີ 16 ພະຈິກ 2021 ແລະ ຄໍາແນະນໍາກ່ຽວກັບການຈັດຕັ້ງປະບັດກົດໝາຍວ່າດ້ວຍເອກະສານ ສະບັບເລກທີ 02/ພນ, ລົງວັນທີ09 ມີນາ 2021 ພ້ອມທັງແນະນໍາເຕັກນິກ ແລະ ຂັ້ນຕອນຂອງການສ້າງເອກະສານຢ່າງລະອຽດ, ການເຜີຍແຜ່ໃນຄັ້ງນີ້ກໍເພື່ອເຮັດໃຫ້ສະມາຊິກພັກ ແລະ ພະນັກງານລັດຖະກອນພາຍໃນພະແນກຍຸຕິທໍາເຂົ້າໃຈຢ່າງເລິກເຊິ່ງຕໍ່ຂັ້ນຕອນຕ່າງໆ ແລະ ກຳແໜ້ນຕໍ່ກັບເນື້ອໃນສໍາຄັນ ທີ່ກໍານົດຢູ່ໃນຄຳແນະນຳ ແລະ ກົດໝາຍສະບັບດັ່ງກ່າວ ແລະ ໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຢ່າງຖືກຕ້ອງ.

ຂ່າວ: ພຸດທະຈັກ ວິໄລພອນ

ພາບ: ນ. ປະທຸມພອນ ເລືອງລິຍາສັກ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa