









ໃນວັນທີ 24 ກັນຍາ 2026 ນີ້ ຢູ່ເດີ່ນໂຮງຮຽນປະຖົມບ້ານຫ້ວຍແອ່ນ ໄດ້ຈັດພິທີປະກາດຮັບຮອງເອົາບ້ານ ຫ້ວຍແອ່ນ, ບ້ານ ຫ້ວຍສາກ, ບ້ານ ຫາດສາກ, ບ້ານ ຫ້ວຍຮາວ, ບ້ານ ຫ້ວຍແສດ ແລະ ບ້ານ ປາກໂຊະ ເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ຂອງເມືອງປາກທາ ແຂວງບໍ່ແກ້ວ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີ ສະຫາຍ ບຸນພັດ ສີສົມບັດ ປະທານຄະນະກຳມະການປົກຄອງເມືອງປາກທາ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານເມືອງປາກທາ, ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ, ຕະຫຼອດຮອດອຳນາດການປົກຄອງ ແລະ ປະຊາຊົນພາຍໃນ 6 ບ້ານເຂົ້າຮ່ວມ.
ສະຫາຍ ພັນໂທ ສັງທອງ ບຸດສາ ຫົວໜ້າການເມືອງກອງບັນຊາການທະຫານເມືອງປາກທາ ຕາງໜ້າໃຫ້ 6 ບ້ານ ຜ່ານບົດສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານ ການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ຕະຫຼອດໄລຍະຜ່ານມາວ່າ: ອຳນາດການປົກຄອງແຕ່ລະບ້ານໄດ້ມີການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງດໍາເນີນແຜນການສ້າງບ້ານ ແລະ ຄອບຄົວປ້ອງກັນຊາດເຂັ້ມແຂງໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ ນຳພາແນວຄິດເປັນກົກໂດຍການນຳເອົາມະຕິຄຳສັ່ງຕ່າງໆຂອງພັກ, ກົດໝາຍຂອງລັດ, ເອກະສານກ່ຽວກັບວຽກງານປ້ອງກັນຊາດ ມາຈັດຕັ້ງເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ, ມີຄວາມສະດຸ້ງໄວຕື່ນຕົວປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດຢ່າງຕັ້ງໜ້າ, ເປັນເຈົ້າການຕິດຕາມສະພາບກຸ່ມຄົນທີ່ບໍ່ຫວັງດີພາຍໃນບ້ານ ແລະ ຂອບເຂດຂອງຕົນຮັບຜິດຊອບ ແລະ ສາມາດແກ້ໄຂສະພາບໄດ້ທັນເວລາ. ບ້ານ ຫ້ວຍແອ່ນ, ບ້ານ ຫ້ວຍສາກ, ບ້ານ ຫາດສາກ, ບ້ານ ຫ້ວຍຮາວ, ບ້ານ ຫ້ວຍແສດ ແລະ ບ້ານ ປາກໂຊະ ມີລະບົບການຈັດຕັ້ງຄົບຊຸດ, ມີທ່າແຮງບົ່ມຊ້ອນຫຼາຍດ້ານທີ່ເປັນເງື່ອນໄຂຂໍ້ສະດວກໃນການພັດທະນາເສດຖະກິດ-ສັງຄົມເຮັດໃຫ້ບ້ານໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເຮັດໃຫ້ຄອບຄົວຫຼຸດພົ້ນ ອອກຈາກຄວາມທຸກຍາກ. ຜ່ານການລົງເກັບກໍາຂໍ້ມູນ ແລະ ປະເມີນຜົນຂອງໜ່ວຍງານທີ່ກ່ຽວຂ້ອງເຫັນວ່າ: ທັງ 6 ບ້ານ ສາມາດປະຕິບັດໄດ້ຕາມມາດຖານເງື່ອນໄຂກວມເອົາ 95%, ຈາກຜົນສຳເລັດດັ່ງກ່າວສາມາດຮັບຮອງເອົາ 6 ບ້ານທີ່ຂຶ້ນກັບເມືອງປາກທາ ເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ເປັນບ້ານທີ 13, 14, 15, 16, 17,18 ຂອງເມືອງປາກທາ ແລະ ບ້ານທີ 58, 59, 60, 61, 62, 63 ຂອງແຂວງບໍ່ແກ້ວ ພ້ອມທັງມອບໃບຢັ້ງຢືນໃຫ້ແກ່ ຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງຢ່າງສົມກຽດ. ໃນຕອນທ້າຍພິທີ ຍັງໄດ້ ເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນອີກດ້ວຍ.
ໂດຍ: ພາກ ສຸທິປັນຍາ