ສຳເລັດກອງປະຊຸມເປີດຊອງປະມູນ (ແບບສົມທຽບລາຄາ) ໂຄງການກໍ່ສ້າງຫໍວາງສະແດງ ແລະ ສະໜອງອຸປະກອນຝຶກອົບຮົມວິຊາຊີບ ໃຫ້ແກ່ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ ຢູ່ແຂວງບໍ່ແກ້ວ.

ໃນວັນທີ 24 ກັນຍາ 2026, ຢູ່ທີ່ຫ້ອງປະຊຸມ ສະຫະພັນແມ່ຍິງແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມເປີດຊອງປະມູນ (ແບບສົມທຽບລາຄາ) ໂຄງການກໍ່ສ້າງຫໍວາງສະແດງ ແລະ ສະໜອງອຸປະກອນຝຶກອົບຮົມວິຊາຊີບ ໃຫ້ແກ່ຜູ້ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ຢູ່ແຂວງບໍ່ແກ້ວ.ໂດຍການເປັນປະທານຂອງ ທ່ານ ນາງ ຈັນປິງ ໂສລະທີ, ກຳມະການພັກແຂວງ,ປະທານສະຫະພັນແມ່ຍິງແຂວງບໍ່ແກ້ວ;ມີບັນດາຄະນະກຳມະການປະມູນ, ຜູ້ຕ່າງໜ້າບໍລິສັດ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ຈັນປິງ ໂສລະທີ ໄດ້ມີຄຳເຫັນວ່າ: ໂຄງການກໍ່ສ້າງຫໍວາງສະແດງ ແລະ ສະໜອງອຸປະກອນຝຶກອົບຮົມວິຊາຊີບ ໃຫ້ແກ່ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ ຢູ່ແຂວງບໍ່ແກ້ວ ແມ່ນໄດ້ຮັບການສະໜັບສະໜູນທຶນຊ່ວຍເຫຼືອລ້າຈາກ ລັດຖະບານອິນເດຍ ພາຍໃຕ້ໂຄງການເຫັນຜົນໄວ  ຂອງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ປະຈຳປີ 2026 ໃນມູນຄ່າທັງໝົດ 49,991.37 ໂດລາສະຫະລັດ.ໂຄງການນີ້ຈັດຂຶ້ນເພື່ອສ້າງສິ່ງອຳນວຍຄວາມສະດວກດ້ານສະຖານທີ່ (ອາຄານຫໍວາງສະແດງ) ພ້ອມທັງສະໜອງອຸປະກອນຝຶກອົບຮົມວິຊາຊີບ ເປັນຕົ້ນແມ່ນ: ອຸປະກອນເສີມສວຍ ອຸປະກອນເຮັດອາຫານ/ຂະໜົມ ແລະ ອຸປະກອນຕັດຫຍິບ ເພື່ອຝຶກອົບຮົມໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງທຸກປະເພດ. ທັງນີ້, ກໍເພື່ອຊ່ວຍພັດທະນາຝີມື, ສ້າງອາຊີບທີ່ໝັ້ນຄົງ, ສ້າງລາຍຮັບໃຫ້ເຂົາເຈົ້າ ແລະ ຄອບຄົວ ເພື່ອຫຼຸດຜ່ອນຄວາມສ່ຽງຈາກການຕົກເປັນເຫຍື່ອຂອງຄວາມຮຸນແຮງ ແລະ ການຄ້າມະນຸດ ພ້ອມທັງສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໃນສັງຄົມໃຫ້ເປັນຮູບປະທຳ. ການຈັດກອງປະຊຸມເປີດຊອງປະມູນຄັ້ງນີ້ ແມ່ນດຳເນີນດ້ວຍຄວາມເປີດເຜີຍ, ໂປ່ງໃສ, ຍຸຕິທຳ, ສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ ແລະ ຖືກຕ້ອງຕາມຂໍ້ກຳນົດໃນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສະຫະພັນແມ່ຍິງແຂວງບໍ່ແກ້ວ ແລະ ສະຖານທູດອິນເດຍ ປະຈຳ ສປປ ລາວ. ສໍາລັບການເປີດຊອງປະມູນແບບສົມທຽບລາຄາໃນຄັ້ງນີ້ ມີຜູ້ຕ່າງໜ້າບໍລິສັດຍື່ນຊອງປະມູນ ທັງໝົດ 3 ບໍລິສັດ ຄື: ບໍລິສັດ ແສງຟ້າລີ ກໍ່ສ້າງ, ບໍລິສັດ ພິເອັນບີ ກໍ່ສ້າງ ແລະ ບໍລິສັດ ເມືອງໄພລິນ ກໍ່ສ້າງ ການຄັດເລືອກບໍລິສັດຜູ້ຊະນະການປະມູນຈັດຊື້-ຈັດຈ້າງ ແມ່ນຈະດຳເນີນໄປຕາມຂັ້ນຕອນ, ລະບຽບການ ແລະ ໄລຍະເວລາທີ່ຄະນະກຳມະການໄດ້ກຳນົດໄວ້. ບໍລິສັດທີ່ສະເໜີລາຄາ ແລະ ເງື່ອນໄຂທີ່ເໝາະສົມທີ່ສຸດ ຈະເປັນຜູ້ຊະນະ ແລະ ທາງຄະນະກຳມະການຈະໄດ້ແຈ້ງໃຫ້ຊາບໃນຂັ້ນຕອນຕໍ່ໄປ.

ໃນໂອກາດນິ້. ທ່ານ ນາງ ຈັນປິງ ໂສລະທີ  ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງບໍ່ແກ້ວ ໄດ້ມີຄຳເຫັນເນັ້ນໜັກ ແລະ ຮຽກຮ້ອງໃຫ້ບັນດາຄະນະກຳມະການ ແລະ ທີມງານວິຊາການທີ່ກ່ຽວຂ້ອງ ໃນການດຳເນີນການກວດກາ, ສັງລວມ ແລະ ປະເມີນເອກະສານປະມູນຂອງບັນດາບໍລິສັດຢ່າງລະອຽດ, ກົງໄປກົງມາ ແລະ ຖືກຕ້ອງຕາມຫຼັກການ; ເພື່ອຄັດເລືອກເອົາບໍລິສັດທີ່ມີຄວາມພ້ອມ,ມີມາດຕະຖານ,ມີປະສົບການ ແລະ ມີລາຄາທີ່ເໝາະສົມທີ່ສຸດ ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວມີຄຸນນະພາບ ແລະ ບັນລຸຕາມແຜນການທີ່ວາງໄວ້. ສຳລັບບໍລິສັດທີ່ຊະນະການປະມູນ ຕ້ອງຮັບປະກັນການດຳເນີນງານໃຫ້ໄດ້ຄຸນນະພາບ, ເອົາໃຈໃສ່ດ້ານເຕັກນິກ-ມາດຕະຖານການກໍ່ສ້າງ ແລະ ສຳເລັດຕາມກຳນົດເວລາ. ພາຍຫຼັງສຳເລັດການປະມູນແລ້ວ,ໃຫ້ກອງເລຂາ ກໍຄືຄະນະຮັບຜິດຊອບຄຸ້ມຄອງໂຄງການ ຮີບຮ້ອນສັງລວມ ແລະ ລາຍງານຕໍ່ຄະນະອົງການປົກຄອງແຂວງ ແລະ ສະຖານທູດອິນເດຍ ປະຈຳ ສປປ ລາວ ເພື່ອອະນຸມັດງົບປະມານ ແລະ ກະກຽມຈັດພິທີວາງສີລາເລີກໃນເດືອນຕຸລາ 2026 ທີ່ຈະມາເຖິງນິ້.

ຂ່າວ: ເງິນຫຼົງ ຈິດພູວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa