ອົງການປົກຄອງເມືອງເມິງ ຈັດກອງປະຊຸມສອງແສງລາຍງານວຽກທີ່ພົ້ນເດັ່ນ ປະຈໍາໄຕມາດ III ແລະ ວາງທິດທາງແຜນການປະຈໍາໄຕມາດ IV ປີ 2026.

ວັນທີ 23 ກັນຍາ 2026 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມສອງແສງລາຍງານວຽກທີ່ພົ້ນເດັ່ນ ປະຈໍາໄຕມາດ III ແລະ ວາງທິດທາງແຜນການປະຈໍາໄຕມາດ IV ປີ 2026 ໂດຍການເປັນປະທານຂອງທ່ານ ວັນນາ ຄໍາສີປະເສີດ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງເມິງ, ມີປະທານ-ຮອງປະທານຄະນະກໍາມະການປົກຄອງເມືອງ, ປະທານ,ຮອງປະທານຄະນະກໍາມະການປົກຄອງຕາແສງນໍ້າເມິງ, ຕາແສງນໍ້າຍູ້ ແລະ ຕາແສງຜາດໍາ, ຫົວໜ້າຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ ແລະ ຕະຫຼອດຮອດພະນັກງານກ່ຽວຂ້ອງ ຂອງເມືອງເຂົ້າຮ່ວມ.

ໃນກອງປະຊຸມທ່ານ ສີວິໄລ ສີຫາລາດ ຮອງປະທານຄະນະກໍາມະການປົກຄອງເມືອງ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ໄດ້ຜ່ານບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງຕົນ ເປັນຕົ້ນແມ່ນ: ວຽກງານເສດຖະກິດໄດ້ເອົາໃຈໃສ່ຊີ້ນໍາ ນໍາພາ ແລະ ສຸມໃສ່ບັນດາຕົວເລກຄາດໝາຍສູ້ຊົນຕ່າງໆຄື: ວຽກງານການເງິນ: ອີ່ງຕາມຕົວເລກແຜນການປະຈຳປີ 2026 ທັງໝົດ 32 ຕື້ 714 ລ້ານກວ່າກີບ. ປະຕິບັດລາຍຮັບ ຮອດວັນທີ 11 ກັນຍາ 2026 ທັງໝົດ 19 ຕື້ 597 ລ້ານກວ່າກີບ, ເທົ່າກັບ 59,90% ຂອງແຜນການປີ (ລາຍຮັບດຸ່ນດ່ຽງຈາກແຂວງ 17 ຕື້ 302 ລ້ານກວ່າກີບ, ລາຍຮັບພາຍໃນ 1 ຕື້ 743 ລ້ານກວ່າກີບ; ດ້ານລາຍຈ່າຍແຜນການປີ 2026  ຈໍານວນ 32 ຕື້ 731 ລ້ານກວ່າກີບ; ຮອດປັດຈຸບັນປະຕິບັດໄດ້ 18 ຕື້ 968 ລ້ານກວ່າກີບ ເທົ່າກັບ 57,98 % ຂອງແຜນການປີ, ທຽບໃສໄລ່ຍະດຽວກັນຂອງປີຜ່ານມາເພີ້ມຂື້ນ  29%;  ທະນາຄານພັດທະນາຊົນນະບົດໜ່ວຍບໍລິການເມືອງເມິງ: ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດປອຍສິນເຊື່ອໃຫ້ກັບປະຊາຊົນບັນດາເຜົ່າ ເຂົ້ໃນການປູກ-ການລ້ຽງໃຫ້ເປັນສິນຄ້າສົ່ງອອກນັບມື້ນັບຫຼາຍຂຶ້ນ ເຊິ່ງສະແດງອອກໃນແຕ່ລະວຽກງານຄື: ວຽກງານລະດົມເງິນຝາກ: ຍອດເງິນຝາກທັງໝົດ 2 ຕື້ 804 ລ້ານກວ່າກີບ ວຽກງານສິນເຊື່ອ: ຍອດສິນເຊື່ອທ້າຍເດືອນ: 13 ຕື້ 349 ລ້ານກວ່າກີບ, ປ່ອຍອອກໃນເດືອນ: 0 ກີບ (0% ຂອງແຜນປ່ອຍ); ເກັບຕົ້ນທຶນໃນເດືອນໄດ້ 302 ລ້ານກວ່າກີບ (ເທົ່າກັບ 147.6% ຂອງແຜນການເດືອນ); ຍອດໜີ້ປົກກະຕິ 10 ຕື້ 264 ລ້ານກວ່າກີບ (ເທົ່າກັບ 76,88%); ຍອດໜີ້ NPL (ໜີ້ກາຍສັນຍາ): 3 ຕື້ 85 ລ້ານກວ່າກີບ (ເທົ່າກັບ23,12%); ວຽກງານກະສິກໍາ ແລະ ສິ່ງແວດລ້ອມ: ໄດ້ເອົາໃຈໃສ່ຕິດຕາມການປູກພືດລະດູຝົນ ເປັນຕົ້ນແມ່ນເຂົ້ານາປີ ເຊີ່ງມີເນື້ອທີ່ປັກດໍາຕົວຈິງທັງໝົດ 1.248 ກວ່າເຮັດຕາ, ເຂົ້າໄຮ່ເນີນສູງມີ 650 ເຮັດຕາ, ພືດລົ້ມລຸກປະເພດຕ່າງໆ ມີເນື້ອທີ່ 66 ກວ່າເຮັດຕາ ເຊິ່ງທັງໝົດນັ້ນແມ່ນຢູ່ໃນຊ່ວງບົວລະບັດຮັກສາ; ລົງຕິດຕາມ, ກວດກາ ແລະ ເກັບກໍາຂໍ້ມູນການບຸກລຸກທໍາລາຍປ່າໄມ້ ເຂດປ່າປ້ອງກັນບ້ານນໍ້າຄາລື້ ມີ 2 ຄອບຄົວ ມີເນື້ອທີ່ປ່າໄມ້ເສຍຫາຍ 18.31 ເຮັກຕາ, ບ້ານຫົວນໍ້າຄາ 17 ຄອບຄົວ, ມີເນື້ອທີ່ປ່າໄມ້ເສຍຫາຍ 25,16 ເຮັດຕ່າ, ຕິດຕາມ ແລະ ອອກເອກະສານເຄື່ອນຍ້າຍຢາງພາລາອອກຕ່າງເມືອງ 2 ຄັ້ງ: ບໍລິສັດ ເປົາເຊິນ 1 ຄັ້ງ ຢາງລີດແຜ່ນ 34 ໂຕນ, ບໍລິສັດ ສາມອ້າຍນ້ອງ 1 ຄັ້ງ 75 ໂຕນ; ວຽກງານອຸດສາຫະກໍາ ແລະ ການຄ້າ: ການຜະລິດອຸດສາຫະກໍາ ແລະ ຫັດຖະກຳ ປະຕິບັດໄດ້ 676 ລ້ານກວ່າກີບ, ມູນຄ່າຈໍລະຈອນສິນຄ້ານໍາເຂົ້າພາຍໃນເມືອງ ປະຕິບັດໄດ້ 2 ຕື້ 258 ລ້ານກວ່າກີບ, ມູນຄ່າຈໍລະຈອນສິນຄ້າສົ່ງອອກສາມາດປະຕິບັດໄດ້ 4 ຕື້ 426 ລ້ານກວ່າກີບ; ບໍລິສັດເຕີຊານລາວມາຍນິງ ມີໂຮງງານໂມ້ຫີນ ແລະ ແຮ່ເຫຼັກ ຈໍານວນ 2 ຈຸດ, ພາຍໃນເດືອນ 7 ນີ້ ໂຮງໂມ້ຫີນ ທັງ 2 ຈຸດ ສາມາດຜະລິດແຮ່ເຫຼັກໄດ້ 3.844,13 ໂຕນ ແລະ ສາມາດສົ່ງແຮ່ອອກໄປ ສ.ປ.ຈີນ ຈໍານວນ 3 ຄັ້ງ ລວມເປັນນໍ້າໜັກ 2.810,93 ໂຕນ; ວຽກງານໂຍທາທິການ ແລະ ຂົນສົ່ງ: ໄດ້ສົມທົບກັບບໍລິສັດທີ່ຮັບຜິດຊອບ ລົງແກ້ໄຂວຽກສຸກເສີນ ເສັ້ນທາງເລກທີ 2203 ຊ່ວງເທດສະບານເມືອງ-ບ້ານຫົວນໍ້າຄາ ໄດ້ 1 ຄັ້ງ, ໂຄງການ ອະນາໄມ ແລະ ຂະຫຍາຍຄອງເດີນເຮືອຈຸດທີ່ຕຶ້ນ ເຂດບ້ານດອນມູນ ລວງຍາວ 3.200 ແມັດ ມີຄວາມຄືບໜ້າຕົວຈິງຂອງວຽກ 37,06%; ຕາແສງນໍ້າຍູ້: ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານ ຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ໂດຍສະເພາະປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະກໍາມະການປົກຄອງຕາແສງທີ່ໄດ້ກໍານົດອອກ ເປັນຕົ້ນແມ່ນ: ໄດ້ລົງເຄື່ອນໄຫວກວດກາສະກັດກັ້ນການລັກລອບຂົນສົ່ງຢາງພາລາອອກຕ່າງເມືອງ, ຊຸກຍູ້ທໍາການຜະລິດຕ່າງໆຕາມລະດູການ, ສົ່ງເສີມການລ້ຽງງົວເປັນຟາມ ແລະ ໜອງປາ ພ້ອມທັງຕິດຕາມກວດກາ ແລະ ຍຶດໄມ້ແປຮູບ ທີ່ຜິດກົດໝາຍໄດ້ 0.4 ຄິວ ແລະ ຈັກສະຕິນ 2 ເຄື່ອງ; ຮ່ວມກັບໂຄງການມອບສັດລ້ຽງ, ເບ້ຍໄມ້ ແລະ ອຸປະກອນກໍ່ສ້າງໃຫ້ແກ່ຄອບຄົວທຸກຍາກໃນ 3 ບ້ານເປົ້າໝາຍຂອງໂຄງການ; ຕາແສງນໍ້າເມິງ: ສໍາເລັດການລົງເຜີຍແຜ່ບັນດາເອກສານຕ່າງໆ ຂອງຄະນະກໍາມະການປົກຄອງເມືອງ, ລົງເກັບກໍາສະຖິຕິແຮງງານ, ນັກລົງທຶນ, ຄົນລາວ, ຄົນຕ່າງປະເທດ, ທີ່ມາເຄື່ອນໄຫວຢູ່ໃນເຂດຕາແສງນໍ້າເມິງ, ໄດ້ເກັບກໍາຂໍ້ມູນການເກັບຊື້ຢາງພາລາ ຂອງບັນດາບໍລິສັດພາຍໃນເມືອງໄດ້ດັ່ງນີ້: ບໍລິສັດ ເບົາເຊີນ ເກັບຊື້ໄດ້ທັງໝົດ 535 ໂຕນ (ລະບົບ 4+1 ໄດ້ 355 ໂຕນ ແລະ 3+2 ໄດ້ 180 ໂຕນ), ບໍລິສັດ 3 ອ້າຍນ້ອງ ເກັບຊື້ໄດ້ 310 ໂຕນ, ບໍລິສັດໄອ່ຮົວ ເກັບຊື້ໄດ້ 17 ໂຕນ ແລະ ນໍາເຂົ້າ 37 ໂຕນ; ຕາແສງຜາດໍາ: ໄດ້ສໍາເລັດການກໍານົດເປົ້າໝາຍສ້າງເປັນຕົວແທນເກັບຊື້ຢາງພາລາ, ສັດລ້ຽງ, ເຂົ້າ ແລະ ເຄື່ອງປ່າ ຂອງດົງ, ປຸກລະດົມພໍ່ແມ່ປະຊາຊົນຈໍານວນ 6 ບ້ານພາຍໃນຕາແສງປະກອບສ່ວນເງິນເຂົ້າກອງທຶນໄພພິບັດຂອງເມືອງ, ສົມທົບກັບ ປກສ ກຸ່ມ ລົງກວດກາອອກໃບພັກເຊົາທີ່ມາເປັນໃພ້ເປັນເຂີຍ, ເຂົ້າກວດ ແລະ ເກັບກໍາຂໍ້ມຸນເຮືອເຫຼັກໃຫຍ່ທີ່ຈອດຢູ່ຝັ່ງລາວ ຈາກນັ້ນ ຕ່າງໜ້າແຕ່ລະຂົງເຂດວຽກງານໄດ້ປະກອບຄໍາຄິດເຫັນ ຢ່າງກົງໄປກົງມາເພຶ່ອແກ້ໄຂບັນຫາຂໍ້ຄົງຄ້າງເພຶ່ອສຶບຕໍ່ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດໃນຕໍ່ໜ້າ.

ໃນຕອນທ້າຍຂອງກອງປະຊຸມທ່ານ ວັນນາ ຄໍາສີປະເສີດ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງເມິງ ໄດ້ສະຫຼຸບສັງລວມ ແລະ ໄດ້ເນັ້ນໜັກໃຫ້ຄະນະກຳມະການປົກຄອງເມືອງທຸກຂັ້ນ ໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວພະນັກງານ ສະມາຊິກພັກ ຕະຫຼອດຮອດປະຊາຊົນບັນດາເຜົ່າ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ເລິກເຊິ່ງຕໍ່ກັບວຽກງານຈຸດສຸມໃນແຕ່ລະດ້ານ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ໄດ້ຮັບຜົນສໍາເລັດໃນຕໍ່ໜ້າ, ສ້າງຄວາມສາມັກຄີໃຫ້ແໜ້ນແຟ້ນ ແລະ ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກ-ຄະນະນຳໃນແຕ່ລະຂັ້ນ ໃຫ້ນໍານິຕິກໍາຕ່າງໆຂອງພັກ-ລັດ ໃຫ້ທົ່ວເຖິງ ໂດຍສະເພາະວຽກງານ ປກຊ-ປກສ ບ້ານໄດ້ຮັບຮູ້ແລະເຂົ້າໃຈຕໍ່ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເພື່ອຫັນປ່ຽນການເຄື່ອນໄຫວໜ້າທີ່ວຽກງານໃຫ້ມີຄຸນນະພາບໃໝ່, ສືບຕໍ່ໃນການພັດທະນາພື້ນຖານໂຄງລາງດ້ານຕ່າງໆຂອງເມືອງເປັນຕົ້ນ: ປັບປຸງລະບົບນໍ້າລີນ, ປັບປຸງເສັ້ນທາງຊອຍພາຍໃນບ້ານ ແລະ ຊຸກຍູ້ປະຊາຊົນເຂົ້າໃນການປູກ-ການລ້ຽງ ໃຫ້ເປັນລະບົບ, ໃຫ້ເປັນຟາມ ແລະ ໃຫ້ຖືກຕ້ອງຕາມຫຼັກການເຕັກນິກຕ່າງໆຂອງວິຊາການ, ສຶບຕໍ່ຈັດຕັ້ງປະຕິບັດຕາມແຜນການຂອງແຕ່ລະກົມກອງຫ້ອງການທີ່ໄດ້ວາງອອກໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ແລະ ສຸມໃສ່ຕໍ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ຕ້ານສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ຢູ່ພາຍໃນເມືອງໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພ.

ຂ່າວ: ອຸ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa