ທ່ານເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງບໍ່ແກ້ວ ເຂົ້າອວຍພອນ ທ່ານປະທານສະພາແຫ່ງຊາດ.

ໃນຕອນເຊົ້າວັນທີ 7 ຕຸລາ 2026, ທີ່ຫ້ອງຮັບແຂກສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ10 ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ນຳພາໂດຍ ທ່ານ ພົນຈັດຕະ ວາ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ ຕາງໜ້າຄະນະນຳແຂວງ ກໍ່ຄືປະຊາຊົນຊາວແຂວງບໍ່ແກ້ວ ໄດ້ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນມາຍັງທ່ານ ສອນໄຊ ສີພັນດອນ ທີ່ໄດ້ຮັບການດຳລົງຕຳແໜ່ງປະທານສະພາແຫ່ງຊາດ.

ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການສູນ ກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ ກໍໄດ້ກ່າວສະແດງຄວາມຍິນດີ, ຊົມເຊີຍ ແລະ ອວຍພອນ ມາຍັງທ່ານ ສອນໄຊ ສີພັນດອນ ທີ່ໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ ຈາກທຸກພາກສ່ວນ ໃຫ້ດຳລົງຕຳແໜ່ງປະທານສະພາແຫ່ງຊາດ. ພ້ອມທັງ, ສະ ແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການ ຄວາມຮູ້, ຄວາມສາມາດຂອງທ່ານ ຈະສາມາດຜ່ານຜ່າສິ່ງທ້າທາຍຕ່າງໆ ແລະ ນຳພາປະເທດຊາດ ພັດທະນາສູ່ຄວາມຈະເລີນຮຸ່ງເຮືອງ ຕາມຄາດໝາຍໃນແຕ່ລະໄລຍະທີ່ກຳນົດໄວ້.

#ພາບ: ສຸພາສອນ ຄຳພາວົງ

#ຂ່າວ: ຈ.ຈັນທະລິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa