ຄະນະກວດກາພັກ-ອົງການກວດກາລັດ ເມືອງເມິງ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກວດກາ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ (2026-2030).

ວັນທີ 8 ຕຸລາ 2026 ນີ້ ຄະນະກວດກາພັກ-ອົງການກວດກາລັດ ເມືອງເມິງ ແຂວງບໍ່ແກ້ວ ໄດ້ສະຫຼຸບຕີລາຄາຜົນສໍາເລັດການຈັດຕັ້ງປະຕິບັດແຜນພັດທະນາວຽກງານກວດກາ 5 ປີ (2021-2025) ພ້ອມທັງຜ່ານຮ່າງແຜນພັດທະນາວຽກງານກວດກາ 5 ປີຕໍ່ໜ້າ (2026-2030) ໂດຍການເປັນປະທານຂອງ ສະຫາຍ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ປອ ສົມຄິດ ວົງປັນຍາ ຄະນະປະຈໍາພັກແຂວງ, ປະທານກວດກາພັກ-ລັດ ແຂວງບໍ່ແກ້ວ ມີບັນດາທ່ານ ຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຄະນະພັກຮາກຖານ, ຄະນະພັກຄະນະກໍາມະການປົກຄອງຕາແສງ, ສອງກອງບັນຊາການ ປກຊ-ປກສ, ເລຂາ-ຮອງເລຂາໜ່ວຍພັກເຂົ້ຮ່ວມ.

ໃນກອງປະຊຸມ ສະຫາຍ ຫຸມແກ້ວ ອ້ອຍແຂມທອງ ຮອງເລຂາພັກເມືອງ, ປະທານກວດກາພັກຫຼລັດເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ 5 ປີ 2021-2025 ໃນໄລຍະທີ່ຜ່ານມາ ຄະນະກວດກາເມືອງເມິງ ໄດ້ເນັ້ນໃສ່ການເພີ່ມທະວີຄວາມເຂັ້ມແຂງໃນການຕິດຕາມ, ກວດກາ ແລະ ສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງຢ່າງເດັດຂາດ ເຖິງວ່າໃນໄລຍະ 5 ປີຜ່ານມາ ຈະມີສະພາບຄວາມຫຍຸ້ງຍາກຈາກຜົນກະທົບທາງດ້ານເສດຖະກິດ-ສັງຄົມ, ບັນຫາເງິນເຟີ້, ຄ່າຄອງຊີບສູງ ແລະ ໄພພິບັດທໍາມະຊາດກໍຕາມ; ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດຂອງຄະນະບໍລິຫານງານພັກເມືອງເມິງ, ຄະນະກວດກາແຂວງບໍ່ແກ້ວ ແລະ ຄວາມເອົາໃຈໃສ່ຂອງຖັນແຖວພະນັກງານກວດກາທົ່ວເມືອງ, ການຈັດຕັ້ງປະຕິບັດວຽກງານກວດກາແມ່ນໄດ້ຮັບຜົນສໍາເລັດຢ່າງຮອບດ້ານ ເຊິ່ງສະແດງອອກໃນບັນດາຂົງເຂດວຽກງານເປັນຕົ້ນແມ່ນ: ວຽກງານຕິດຕາມ-ກວດກາພັກ: ທົ່ວເມືອງ ມີ 1 ອົງຄະນະພັກ, ມີ 3 ອົງຄະນະພັກຕາແສງ, ມີ 1 ຄະນະພັກຮາກຖານ, ມີ 34 ໜ່ວຍພັກ (ໃນນັ້ນມີໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 33 ໜ່ວຍພັກ ກວມ 77%) ແລະ ມີສະມາຊິກພັກທັງໝົດ 964 ສະຫາຍ (ຍິງ 276 ສະຫາຍ) ໃນໄລຍະຜ່ານມາ ໄດ້ຮັບສະມາຊິກພັກສົມບູນໃໝ່ 226 ສະຫາຍ. ພ້ອມດຽວກັນນັ້ນ ໄດ້ຕິດຕາມ, ກວດກາ ແລະ ດໍາເນີນວິໄນຕໍ່ສະມາຊິກພັກທີ່ຜິດຕໍ່ລະບຽບພັກໃນຮູບແບບຕ່າງໆທັງໝົດ 24, ຍິງ 1 ສະຫາຍ ໃນນັ້ນຂັ້ນກ່າວເຕື່ອນ 5 ສະຫາຍ, ຂັ້ນໂຈະຮ່ວມຊີວິດພັກ 6 ສະຫາຍ ແລະ ຂັ້ນລຶບຊື່ອອກຈາກພັກ 13 ສະຫາຍ, ຍິງ 1 ສະຫາຍ; ວຽກງານກວດກາລັດ: ໄດ້ຕິດຕາມ, ກວດກາການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ມີທັງໝົດ   3 ໂຄງການ, ມີມູນຄ່າລວມຂອງໂຄງການ 81 ຕື້ກ່ວາກີບຄື: ໂຄງການເບຕົງທາງຊອຍ ມີ 2 ສັນຍາ; ສັນຍາທີ 1 ໃນມູນຄ່າ 38 ຕື້ 140 ລ້ານກ່ວາກີບ, ສາມາດຈັດຕັ້ງປະຕິບັດໄດ້ 18 ຕື້ 904 ລ້ານກ່ວາກີບ ເທົ່າກັບ  49,56% ແລະ ຍັງຄ້າງ 50,44%, ສັນຍາທີ 2 ໃນມູນຄ່າສັນຍາ 42 ຕື້ 127 ລ້ານກີບ, ປະຕິບັດໄດ້ 33 ຕື້ 928 ລ້ານກ່ວາກີບ ເທົ່າກັບ 78,35% ແລະ ຍັງຄ້າງ 21,65% , ໂຄງການຊ່ວຍເຫຼືອຂອງສາກົນທີ່ໄດ້ມີການກໍ່ສ້າງຮົ້ວໂຮງຮຽນ, ສ້າງໂຮງຮຽນປະຖົມ ຈອມແຈ້ງ ແລະ ຮົ້ວໂຮງຮຽນບ້ານຫ້ວຍສ້ານ ລວມມູນຄ່າ 1 ຕື້ 716 ລ້ານກ່ວາກີບ ຜ່ານການຕິດຕາມ, ກວດກາເຫັນວ່າ: ໂຄງການຈັດຕັ້ງປະຕິບັດກໍ່ສ້າງສໍາເລັດແລ້ວມີ ຈໍານວນ 4 ໂຄງການ ແລະ ກໍ່ສ້າງບໍ່ທັນສໍາເລັດຈໍານວນ 2 ໂຄງການ ລວມມູນຄ່າ 27 ຕື້ 434 ລ້ານກ່ວາກີບ,ໂຈະການກໍ່ສ້າງຊົ່ວຄາວຊ່ວງຝົນ; ຂັ້ນຕອນຈັດຕັ້ງ ປະຕິບັດໂຄງການສ່ວນຫຼາຍ ໄດ້ປະຕິບັດຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ, ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ແລະ ນິຕິກຳອື່ນໆ ທີ່ກ່ຽວຂ້ອງ ແລະ ໄດ້ກໍານົດແຜນພັດທະນາວຽກງານກວດກາ 5 ປີ 2026-2030, ຄະນະກວດກາພັກເມືອງເມິງ ໄດ້ກໍານົດທິດທາງລວມ ແລະ ຄາດໝາຍສູ້ຊົນເປັນຕົ້ນແມ່ນ: ຈະຍົກສູງບົດບາດການນໍາພາຂອງພັກ, ເພີ່ມທະວີຍົກສູງຄວາມສັກສິດໃນການຄຸ້ມຄອງລັດດ້ວຍກົດໝາຍ, ເພີ່ມທະວີສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢ່າງເດັດຂາດ, ປັບປຸງການຈັດຕັ້ງຂອງຄະນະກວດກາພັກ, ອົງການກວດກາລັດ ແລະ ພະນັກງານທີ່ເຮັດວຽກງານກວດກາ ໃຫ້ມີຄຸນນະພາບສູງຂື້ນ, ກຳນົດທິດທາງແກ້ໄຂຢ່າງມີຈຸດສຸມໃນແຕ່ລະໄລຍະ ພ້ອມທັງນໍາພາຈັດຕັ້ງປະຕິບັັດ ໃຫ້ປະກົດຜົນເປັນຈິງ ແລະອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ສື່ມວນຊົນ ແລະ ພົນລະເມືອງທຸກຊັ້ນຄົນ ມີສ່ວນຮ່ວມວຽກງານຕິດຕາມ-ກວດກາ ໃນການປະຕິບັດໜ້າທີ່ຂອງພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ເຈົ້າໜ້າທີ່ຂອງລັດທຸກພາກສ່ວນ ໃນຂອບເຂດພາຍໃນເມືອງ ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານກວດກາມີຄວາມສັກສິດ, ໂປ່ງໃສ, ຍຸຕິທໍາ ແລະ ມີປະສິດທິຜົນສູງສຸດ.

ໃນຕອນທ້າຍຂອງກອງປະຊຸມ ຄະນະປະທານພິທີໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ສະຫາຍໄດ້ເໜັ້ນໜັກບາງບັນຫາເປັນຕົ້ນ: ໃຫ້ສຶບຕໍ່ແກ້ໄຂບັນຫາຂໍ້ຄົງຂ້າງ ໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍ ໂດຍສະເພາະ ກວດກາພັກ- ກວດກາລັດ ເປັນຕົ້ນກວດກາບັນດາໂຄງການຕ່າງໆ ຂອງພັກ-ລັດ ໃຫ້ເປັນລະບົບ ແລະ ຖືກຕ້ອງຕາມຂັ້ນຕອນ, ຂໍ້ກໍານົດ ແລະ ລະບຽບການຕ່າງໆ ທີ່ໄວ້ວາງອອກໃຫ້ເຂັ້ມງວດ, ໃຫ້ເອົາໃຈໃສ່ຕໍ່ການດໍາເນີນຊິວິດການເມືອງ ກໍ່ຄືດໍາເນີນຊີວິດພັກ ໃນການຈັດຕັ້ງປະຕິບັດຕາມກົດລະບຽບພັກ ໂດຍການຕິດຕາມກວດກາ, ຕໍານິຕິຊົມກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ  ໃຫ້ທົ່ວເຖິງ, ໃຫ້ເລິກເຊິ່ງ ແລະ ໃຫ້ເປັນປົກກະຕິ,ຄະນະພັກຕ້ອງເປັນເຈົ້າການ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ, ຂອງອົງຄະນະພັກແຂວງ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ສຶບຕໍ່ຕິດຕາມກວດກາໃນການສວຍໃຊ້ໜ້າທີ່ຕໍາແໜ່ງ ໃນການສໍ້ລາດບັງຫຼວງ ຫາຜົນປະໂຫຍດສວນຕົວ ໃຫ້ຈັດຕັ້ງປະຕິບັດຕາມລະບຽບກົດໝາຍໃຫ້ເດັດຂາດ ແລະ ໃຫ້ຄະນະພັກທຸກຂັ້ນສຶບຕໍ່ຕິດຕາມກວດກາລັດ ຂອງແຕ່ລະຂະແໜງການ ໂດຍຈັດຕັ້ງປະຕິບັດຕາມລັດຖະກໍາມະນູນ, ລະບຽບກົດໝາຍ ແລະ ການຈັດຕັ້ງປະຕິບັດນະໂຍບາຍຕ່າງໆ ໃຫ້ມີຄວາມໂປ່ງໃສ, ຍຸຕິທໍາ, ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກ່ວາເກົ່າ ແລະ ພ້ອມທັງກ່າວປິດກອງປະຊຸມຢ່າງເປັນທາງການ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa