17. ການປະກາດແຕ່ງຕັ້ງ ຮອງຜູ້ອຳນວຍການ ລັດວິສາຫະກິດນ້ຳປະປາ ແຂວງບໍ່ແກ້ວ ຜູ້ໃໝ່.

ໃນຕອນບ່າຍຂອງວັນທີ 8 ຕຸລາ 2026 ນີ້, ຢູ່ທີ່ລັດວິສາຫະກິດນ້ຳປະປາ ແຂວງບໍ່ແກ້ວ ໄດ້ມີພິທີປະກາດແຕ່ງຕັ້ງ ຮອງຜູ້ອຳນວຍການ ລັດວິສາຫະກິດນ້ຳປະປາ ແຂວງບໍ່ແກ້ວຜູ້ໃໝ່.ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ດາວ ໄຊເສດຖາ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ; ມີບັນດາຄະນະຜູ້ອຳນວຍການ ລັດວິສາຫະກິດນ້ຳປະປາແຂວງ, ແຂກຖືກເຊີນຈາກພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ສິນໄຊ ສີລິປັນຍາ, ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງແຂວງ ວ່າດ້ວຍການແຕ່ງຕັ້ງ ຮອງຜູ້ອຳນວຍການ ລັດວິສາຫະກິດນ້ຳປະປາ ແຂວງບໍ່ແກ້ວ.ໂດຍຕົກລົງເຫັນດີແຕ່ງຕັ້ງ ທ່ານ ຄຳພັດ ຄຳມຸງຄຸນ ຫົວໜ້າຫ້ອງການຈັດຕັ້ງ-ບໍລິຫານ ແລະ ກວດກາ ຂຶ້ນດຳລົງຕຳແໜ່ງເປັນ ຮອງຜູ້ອຳນວຍການ ລັດວິສາຫະກິດນ້ຳປະປາ ແຂວງບໍ່ແກ້ວ.ຈາກນັ້ນ, ທ່ານ ນາງ ດາວ ໄຊເສດຖາ ໄດ້ໃຫ້ກຽດມອບຂໍ້ຕົກລົງໃຫ້ ຮອງຜູ້ອຳນວຍການຜູ້ໃໝ່ ເພື່ອເປັນຫຼັກຖານຢັ້ງຢືນຢ່າງເປັນທາງການ.

ໃນໂອກາດນິ້, ທ່ານ ນາງ ດາວ ໄຊເສດຖາ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ;ໄດ້ສະແດງຄວາມຊົມເຊີຍ ຕໍ່ທ່ານ ຄຳພັດ ຄຳມຸງຄຸນ ທີ່ມີຜົນງານດີເດັ່ນໃນໄລຍະຜ່ານມາ ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງ ເຂົ້າໃນການປະຕິບັດໜ້າທີ່ວຽກງານ ຈົນສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ. ທ່ານໄດ້ເນັ້ນຢ້ຳວ່າ:ການປະກາດແຕ່ງຕັ້ງດຳລົງຕຳແໜ່ງໃໝ່ໃນຄັ້ງນີ້ ແມ່ນສະແດງເຖິງຄວາມໄວ້ວາງໃຈ ແລະ ຄວາມເຊື່ອໝັ້ນຢ່າງສູງ ຂອງຄະນະພັກຂັ້ນເທິງ ແລະ ຄະນະພັກ-ຄະນະອຳນວຍການ ຕໍ່ກັບບຸກຄົນທີ່ມີຄຸນສົມບັດ, ທັດສະນະການເມືອງ, ມີຄວາມຮູ້-ຄວາມສາມາດ, ຄວາມຮັບຜິດຊອບສູງ ແລະ ປະສົບການ.ພ້ອມທັງ ເນັ້ນໃຫ້ຜູ້ທີ່ໄດ້ຮັບຕຳແໜ່ງໃໝ່ ຕ້ອງເພີ່ມທະວີໃນການຄົ້ນຄວ້າ,ຮໍ່າຮຽນເອົາບົດຮຽນໃໝ່ໆຢ່າງຮອບດ້ານ ຈາກນໍາໝູ່ຄະນະ,ປັບປຸງແບບແຜນວິທີເຮັດວຽກ ເພື່ອສືບຕໍ່ບໍລິການນ້ຳປະປາໃຫ້ມີຄຸນນະພາບ ແລະ ຕອບສະໜອງຄວາມຕ້ອງການຂອງປະຊາຊົນຢ່າງທົ່ວເຖິງ ແລະ ມີປະສິດທິພາບສູງ.ຕ້ອງຮັກສາ ແລະ ເສີມຂະຫຍາຍຄວາມສາມັກຄີພາຍໃນ ຄະນະອຳນວຍການ, ພະນັກງານ ແລະ ກຳມະກອນ ລັດວິສາຫະກິດນ້ຳປະປາ ໃຫ້ເປັນຈິດໜຶ່ງໃຈດຽວ, ເປັນແບບຢ່າງທີ່ດີໃນການດຳລົງຊີວິດ ແລະ ການເຮັດວຽກ, ພ້ອມທັງນຳພາອົງກອນກ້າວໄປສູ່ຄວາມສຳເລັດຢ່າງເຂັ້ມແຂງ ແລະ ຍືນຍົງ.

ທ່ານ ຄຳພັດ ຄຳມຸງຄຸນ ຮອງຜູ້ອຳນວຍການ ລັດວິສາຫະກິດນ້ຳປະປາ ແຂວງຜູ້ໃໝ່ ໄດ້ຂຶ້ນຮັບຄຳໂອວາດ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະສືບຕໍ່ຈົງຮັກພັກດີຕໍ່ພັກ-ລັດ ແລະ ການຈັດຕັ້ງທຸກຂັ້ນ; ຈະສຸມທຸກສະຕິປັນຍາ, ເຫື່ອແຮງ ແລະ ຄວາມຮູ້-ຄວາມສາມາດ ມານຳໃຊ້ເຂົ້າໃນການນຳພາ-ຊີ້ນຳວຽກງານຕົວຈິງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍຢ່າງມີຫົວຄິດປະດິດສ້າງ; ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປັບປຸງ ແລະ ພັດທະນາວຽກງານນ້ຳປະປາ ແຂວງບໍ່ແກ້ວ ໃຫ້ນັບມື້ມີຄວາມເຕີບໃຫຍ່ຂະຫຍາຍຕົວ,ມີຄວາມເຂັ້ມແຂງ ແລະ ເດີນໜ້າຢ່າງບໍ່ຢຸດຢັ້ງ.

#ຂ່າວ:ເງິນຫຼົງ ຈິດພູວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa