
ໃນຕອນບ່າຍຂອງວັນທີ 7 ຕຸລາ 2026 ນີ້, ຄະນະສະມາ ຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ນຳພາໂດຍ ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະ ທານສະພາປະຊາຊົນແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂຳນັບ ແລະ ອວຍພອນ ທ່ານ ສະເຫຼີມໄຊ ກົມມະສິດ ໃນໂອກາດທີ່ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳ ແໜ່ງນາຍົກລັດທະມົນຕີ ແຫ່ງ ສປປ ລາວ ຢ່າງເປັນທາງການ.
ໃນໂອກາດອັນພິເສດນີ້, ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ໄດ້ຕາງໜ້າໃຫ້ແກ່ອົງການປົກຄອງ, ສະພາປະຊາ ຊົນແຂວງ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງບໍ່ແກ້ວ ສະແດງຄວາມຍິນດີ ແລະ ອວຍພອນໄຊອັນປະເສີດ ເຖິງ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດທະມົນຕີ ແຫ່ງ ສປປ ລາວ ຈົ່ງມີແຕ່ຄວາມຜາສຸກ ແລະ ປະສົບຜົນສຳເລັດທຸກການ ຊີ້ນຳ-ນຳພາ ວຽກງານບໍລິຫານປະເທດຊາດ ພັດ ທະນາສູ່ຄວາມຈະເລີນຮຸ່ງເຮືອງ ຕາມຄາດໝາຍທີ່ກຳນົດໄວ້ໃນແຕ່ລະໄລຍະ
ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ທີ່ໄດ້ນຳເອົາຄຳອວຍພອນອັນອົບ ອຸ່ນ ມານະທີ່ນີ້ ແລະ ຈະສຸມທຸກສະຕິປັນຍາ, ເຫື່ອແຮງ ເພື່ອຮັບໃຊ້ປະເທດຊາດ ແລະ ປະຊາຊົນ, ພ້ອມທັງຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງບັນດາແຂວງ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.
#ພາບ: ສຸພາສອນ ຄຳພາວົງ
#ຂ່າວ: ຈ.ຈັນທະລິດ