ກົມກໍ່ສ້າງພັກ ຄະນະຈັດຕັ້ງສູນກາງພັກ ລົງຕິດຕາມ, ຊຸກຍູ້ວຽກງານກໍ່ສ້າງພັກ ຢູ່ເມືອງປາກທາ.

ວັນທີ 6 ຕຸລາ 2026 ນີ້, ສະຫາຍ ຄຸນເພັງ ໄຊສະຫວາດ ຮອງຫົວໜ້າກົມກໍ່ສ້າງພັກ ຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍ ທີມງານ ແລະ ສະຫາຍ ສິນໄຊ ສິລິປັນຍາ ຮອງຫົວໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານກໍ່ສ້າງພັກ ຢູ່ເມືອງປາກທາ. ໃຫ້ກຽດຕ້ອນຮັບຄະນະໂດຍ ສະຫາຍ ນາງ ອິນທອງ ເລືອງສີຈັນທອງ, ຮອງເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ພ້ອມດ້ວຍຄະນະຈັດຕັ້ງເມືອງ ແລະ ຄະນະປະທານປົກຄອງຕາແສງປາກທາຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ.

ໃນໂອກາດດັ່ງກ່າວ, ທີມງານກົມກໍ່ສ້າງພັກ ແລະ ແຂວງ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງຄະນະຈັດຕັ້ງເມືອງປາກທາ ປີ 2026 ຈາກ ສະຫາຍ ນາງ ອິນທອງ ເລືອງສີຈັນທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ເຊິ່ງໃຫ້ຮູ້ວ່າ: ຄະນະຈັດຕັ້ງເມືອງກໍ່ແມ່ນການຈັດຕັ້ງໜຶ່ງທີ່ສໍາຄັນໃນການເຮັດວຽກເປັນເສນາທິການໃຫ້ແກ່ອົງຄະນະພັກເມືອງ; ເຊີ່ງປະກອບມີ 4 ວຽກງານຂື້ນກັບຄື: 1 ວຽກງານຫ້ອງການ, 2. ວຽກງານພັກ,ພະນັກງານ-ລັດຖະກອນ, 3. ວຽກງານພັກທະນາການຈັດຕັ້ງພັກ-ລັດ, 4. ວຽກງານປົກຄອງ, ມີພະນັກງານ-ລັດຖະກອນ ະທັງໝົດ 7 ສະຫາຍ, ຍິງ 4 ສະຫາຍ.  ທົ່ວເມືອງ ມີ 4 ຄະນະພັກຮາກຖານ, ໃນນີ້໊ມີ 4 ອົງຄະນະພັກຮາກຖານຕາແສງ; ມີ 81 ໜ່ວຍພັກ. ໃນນີ້ມີໜ່ວຍພັກທີຂຶ້ນກັບອົງຄະນະພັກເມືອງໂດຍກົງ 19 ໜ່ວຍພັກ, ມີ 62 ໜ່ວຍພັກໜ່ວຍພັກທີຂຶ້ນກັບອົງຄະນະພັກຮາກຖານ; ມີ 47 ໜ່ວຍພັກ; ອົງຄະນພັກຮາກຖານຕາແສງ; ມີ 15 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານສໍານັກງານ.

ຈາກນັ້ນ, ສະຫາຍ ຄຸນເພັງ ໄຊສະຫວາດ ໄດ້ມີຄໍາເຫັນແລກປ່ຽນດ້ານວິຊາການ ພ້ອມທັງໃຫ້ຄຳແນະນຳກ່ຽວກັບວິທີການນໍາພາ ແລະ ແບບແຜນວິທີເຮັດວຽກ.ການລົງຕິດຕາມ, ຊຸກຍູ້ວຽກງານໃນຄັ້ງນີ້, ມີຈຸດປະສົງເພື່ອເກັບກໍາສະພາບການຈັດຕັ້ງປະຕິບັດບັນດານິຕິກຳກ່ຽວກັບວຽກງານກໍ່ສ້າງພັກເປັນຕົ້ນແມ່ນ: ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຮາກຖານພັກ, ວຽກງານ ປ້ອງກັນພັກ-ພະນັກງານ, ວຽກງານຄຸ້ມຄອງສະມາຊິກພັກ, ວຽກງານອອກບັດ-ມອບບັດ, ວຽກງານຂະຫຍາຍພັກ, ວຽກງານຂໍ້ມູນສະຖິ ທັງນີ້, ກໍເພື່ອເປັນການໃຫ້ທິດຊີ້ນຳ, ແນະນຳ ແລະ ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ຂໍ້ກຳນົດທີ່ພັກໄດ້ວາງໄວ້.

ພາບ-ຂ່າວ: ວັນະເດດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa