ກໍາມະບານຮາກຖານວັດທະນະທຳ ໄດ້ປະເມີນຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2026.

ໃນຕອນເຊົ້າຂອງ ວັນທີ 15 ກັນຍາ 2026 ນີ້, ກໍາມະບານຮາກຖານວັດທະນະທຳ ເມືອງເມິງ ໄດ້ປະເມີນຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5  ເປັນເຈົ້າ ປະຈຳປີ 2026 ຢູ່ທີ່ຫ້ອງປະຊຸມຂອງຫ້ອງການຍຸຕິທຳເມືອງເມິງ ໂດຍການເປັນປະທານຂອງສະຫາຍ ທອງລຸນ ວິໄລທອງ ກຳມະການພັກເມືອງ, ຫົວໜ້າຫ້ອງການຍຸຕິທຳເມືອງເມິງ, ມີບັນດາຄະນະຮັບຜິດຊອບຈາກສະຫະພັນກຳມະບານເມືອງ ແລະ ສະມາຊິກກຳມະບານພາຍໃນຮາກຖານເຂົ້າຮ່ວມປະເມີນ.

ກອງປະຊຸມ ສະຫາຍ ສັງວອນ ບົວຜາແກ້ວ ປະທານກຳມະບານຮາກຖານວັດທະນະທຳໄດ້ຜ່ານ ເນື້ອໃນ ຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກຳມະບານລາວ ສະບັບເລກທີ 299/ສກລ. ຈາກນັ້ນ ສະຫາຍ ຖາວອນ ແສງພະວົງ ຮອງປະທານກໍາມະບານຮາກຖານວັດທະນະທຳ ໄດ້ຜ່ານບົດສະຫຼູບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າປະຈຳປີ 2026 ແລະ ທິດທາງແຜນການ ປີ 2027, ເຊິ່ງໃຫ້ຮູ້ວ່າ: ກໍາມະບານຮາກຖານວັດທະນະທຳ-ສັງຄົມ ເປັນຮາກຖານໜຶ່ງທີ່ມາຈາກການຍຸບໂຮມເຂົ້າກັນມີ 3 ຫ້ອງການຄື: ຫ້ອງການຍຸຕິທຳເມືອງ, ຫ້ອງການວັດທະນະທຳ ແລະ ທ່ອງທ່ຽວເມືອງ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ເຊິ່ງມີພາລະບົດບາດເປັນເສນາທິການໃຫ້ແກ່ໜ່ວຍພັກພາຍໃຕ້ການຊີ້ນໍານໍາພາຂອງໜ່ວຍພັກ,ກໍາມະບານຮາກຖານວັດທະນະທຳ-ສັງຄົມ ປະກອບມີສະມາຊິກທັງໝົດ 16 ສະຫາຍ, ຍິງ 5 ສະຫາຍ, ແຕ່ລະສະຫາຍໄດ້ເປັນເຈົ້າການໃນການປະຕິບັດລະບຽບຂອງພັກ ກົດໝາຍຂອງລັດ ແລະປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ ມີສະຕິລະວັງຕົວຢູ່ສະເໝີ ແລະ ຕ້ານທຸກປະກົດການຫຍໍ້ທໍ້ໃນສັງຄົມ, ປະກອບສ່ວນເຂົ້າໃນການປ້ອງການເວນຍາມຫ້ອງການ, ເຮັດສຳເລັດທຸກໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍຕໍ່ກັບວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດເຮັດໃຫ້ພາຍໃນຮາກຖານກໍາມະບານມີຄວາມສະຫງົບໂດຍ ພື້ນຖານ.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ທອງລຸນ ວິໄລທອງ ກຳມະການພັກເມືອງ ຫົວໜ້າຫ້ອງການຍຸຕິທຳເມືອງ ໄດ້ຍ້ອງຍໍຊົມເຊີຍຕໍ່ສະມາຊິກກໍາມະບານຮາກຖານວັດທະນະທຳ ທີ່ຍາດໄດ້ຜົນສໍາເລັດໃນຫຼາຍດ້ານຕະຫຼອດໄລຍະທີ່ຜ່ານມາ ແລະທ່ານໄດ້ຮຽກຮ້ອງມາຍັງສະມາຊິກກໍາມະບານທຸກສະຫາຍໃນຮາກຖານ, ແຕ່ລະສະຫາຍໃຫ້ເປັນເຈົ້າການໃນການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ລະບຽບຂອງພັກ, ກົດໝາຍຂອງລັດ, ຊ່ວຍກັນປ້ອງກັນສະຫງົບ, ມີສະຕິລະວັງຕົວ, ຕ້ານທຸກປະກົດການຫຍໍ້ທໍ້ໃນສັງຄົມ, ປັບປຸງສະມາຊິກຢູ່ພາຍໃນໜ່ວຍໃຫ້ເຂົ້າສູ່ລະບຽບຂອງ ສະຫະພັນກຳມະບານລາວ, ສຶບຕໍ່ສ້າງເສດຖະກິດຄອບຄົວຂອງຕົນເອງໃຫ້ຮັງມີເຂັ້ມແຂງ ແລະ ພ້ອມກັນສຶບຕໍ່ຮັກສານາມມະຍົດ 5 ເປັນເຈົ້າ ໃຫ້ໝັ້ນຄົງຍືນຍົງຕະຫຼອດໄປ.

ພາບ-ຂ່າວ: ອຳພອນ ລີເຊຍປໍ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa