ຫ້ອງການສຶກສາທິການ ແລະ ກິລາ ເມືອງຜາອຸດົມ ມອບລົດຖີບໃຫ້ກັບນ້ອງນັກຮຽນ ທີ່ຂາດເຂີນ ຈຳນວນ 30 ຄັນ.

ໃນວັນທີ 16 ກັນຍາ 2026ນີ້ ຫ້ອງການສຶກສາທິການ ແລະ ກິລາ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ມອບລົດຖີບຈຳນວນ 30 ຄັນ, ໃຫ້ກັບນ້ອງນັກຮຽນທີຂາດເຂີນດ້ານງົບປະມານໃນການຈັດຊື້ອຸປະກອນພາຫະນະ ແຕ່ມີຄວາມດຸໝັ່ນ,  ຜົນການຮຽນດີ ໃນບັນດາໂຮງຮຽນເປົ້າໝາຍ ພາຍໃນເມືອງຜາອຸດົມ ໂດຍເປັນກຽດເຂົ້າຮ່ວມມອບຂອງທ່ານ ນາງ ຄຳພັນ ຄຳປ໋ອງ ຮອງຫົວໜ້າຫ້ອງການສຶກສາ ທິການ ແລະ ກິລາ ເມືອງ ຮັບໂດຍນ້ອງນັກຮຽນຜູ້ທີ່ມີລາຍຊື້ຮັບຈຳນວນ 30 ນ້ອງ, ຍິງ 18 ນ້ອງ ແລະ ຄູ-ອາຈານ ເຂົ້າຮ່ວມເພື່ອເປັນສັກຂີພິຍານ.

ລົດຖີບທີ່ນຳມາມອບຄັ້ງນີ້ ແມ່ນໄດ້ຮັບການຊ່ວຍເຫຼືອລ້າຈາກ ມູນນິທິ ສປຈີນ ເພື່ອພັດທະນາຊົນນະບົດ ຜ່ານຄະນະສັນຕິພາບ ແລະ ສາມັກຄີລາວ, ໃນນີ້ມອບໃຫ້ ຫ້ອງການສາສຶທິການ ແລະ ກິລາເມືອງຜາອຸດົມ ຈຳນວນ 30 ຄັນ. ຈຶ່ງໄດ້ສົມທົບກັບບັນດາໂຮງຮຽນເປົ້າໝາຍ ເພື່ອຄັດເລືອກເອົານັກຮຽນ ຜູ້ທີ່ມີຄວາມດຸໝັ່ນ, ຮຽນດີ, ຮຽນເກັ່ງ ແລະ ຕັ້ງໃຈຮຽນ ແຕ່ບ້ານເຮືອນຢູ່ຫ່າງໄກຈາກໂຮງຮຽນ, ແຕ່ບໍ່ມີພາຫະນະທຽ່ວໄປໂຮງຮຽນ ພ້ອມນີ້ໄດ້ມອບໃຫ້ໂຮງຮຽນມັດທະຍົມສົມບູນ 4 ແຫ່ງຄື: ມສ ຜາອຸດົມ, ມສ ປຸ່ງລາດ, ມສ ປາງທອງ ແລະ ມສ ປາກຫາດ, ໃນນີ້ ມັດທະຍົມຕົ້ນ 2 ແຫ່ງຄື:  ມຕ ມົກໂຊະ ແລະ ມຕ ສຸກຈະເລີນ. ລວມນ້ອງນັກຮຽນທີ່ໄດ້ຮັບຄັ້ງນີີ້ ມີທັງໝົດ 30 ນ້ອງ, ຍິງ 18 ນ້ອງ.

ລົດຖີບທີ່ນຳມາມອບໃຫ້ນ້ອງນັກຮຽນຄັ້ງນີ້ ແມ່ນມອບໃຫ້ນຳໃຊ້ຢ່າງຂາດຕົວ ພາຍຫຼັງຮຽນຈົບຈາກຊັ້ນມັດທະຍົມປາຍ ແລະ ຈົບມັດທະຍົມຕັ້ນແລ້ວ ໃຫ້ສືບຕໍ່ນຳໃຊ້ເຂົ້າໃນການຮຽນມັດທະຍົມປາຍຕືມອີກ ຈະບໍ່ໄດ້ມອບຄືນໃຫ້ກັບໂຮງຮຽນ. ໂອກາດດຽວກັນນີ້ ທ່ານ ນາງ ຄຳພັນ ຄຳປ໋ອງ ຮອງຫົວໜ້າຫ້ອງການສຶກສາ ທິການ ແລະ ກິລາເມືອງ ຍັງໄດ້ຮຽກຮ້ອງໃຫ້ນ້ອງນັກຮຽນ ຜູ້ທີ່ໄດ້ຮັບລົດຖີບໃໝ່ຄັ້ງນີ້ ຈົ່ງພ້ອມກັນປົກປັກຮັກສາ ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ, ສິ່ງສຳຄັນແມ່ນຈົ່ງເພີ້ມທະວີເອົາໃຈໃສ່ຕໍ່ການຮ່ຳຮຽນ ໃຫ້ກາຍເປັນນັກຮຽນທີ່ດີເດັ່ນ ມີຜົນສຳເລັດໃນຕໍ່ໜ້າ ແລະ ຕາງໜ້ານ້ອງນັກຮຽນ ທັງ 30 ນ້ອງ ຍັງໄດ້ສະແດງຄວາມຮູ້ຄຸນ, ຂອບໃຈ ແລະ ດີໃຈເປັນຢ່າງຍິ່ງ, ທີ່ຍາມໃດຄະນະພັກຂັ້ນເທິງ ກໍ່ຄື ມູນນິທິ ສປຈີນ ເພື່ອພັດທະນາຊົນນະບົດ ຜ່ານຄະນະສັນຕິພາບ ແລະ ສາມັກຄີລາວ, ການຈັດຕັ້ງທີ່ກ່ຽວຂ້ອງ ໄດ້ມີຄວາມເປັນຫວ່ງເປັນໃຍ ໃຫ້ການຊ່ວຍເຫຼືອນ້ອງນັກຮຽນ ໃນຍາມທຸກຍາກລຳບາກ ແລະ ຂໍໃຫ້ສືບຕໍ່ພິຈາລະນາສູ້ຊົນຍາດແຍ່ງເອົາທຶນຮອນມາພັດທະນາວຽກງານການສຶກສາໃຫ້ຫຼາຍຂື້ນກວ່າເກົ່າ.

ຂ່າວ: ພອນສະຫວັນ ມະນີສີ.

ພາບ: ຫ້ອງການສຶກສາທິການ ແລະ ກິລາ ເມືອງຜາອຸດົມ.

ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa