ພິທີໄຂສົກຮຽນໃໝ່ ສົກຮຽນ 2026-2027 ຢູ່ໂຮງຮຽນ ບໍລິສັດເຕີຊານ ຢາງພາລາ ຕາແສງຜາດໍາ ບ້ານຈອມແຈ້ງ.

ວັນທີ15 ກັນຍາ 2026 ຜ່ານມານີ້ ຢູ່ທີບໍລິສັດເຕີຊານ ຢາງພາລາ ຕາແສງຜາດໍາ ບ້ານຈອມແຈ້ງ ເມືອງເມິງ ແຂວງບໍ່ແກ້ວ ໄດ້ໄຂສົກຮຽນໃໝ່ ສົກຮຽນ 2026-2027 ໂດຍການເປັນປະທານຮ່ວມ ຂອງທ່ານ ສົມບັດ ຄັດຕິຍະວົງ ຄະນະປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາສັງຄົມ, ມີທ່ານ ສຸລິສັກ ເຢຍມະນີ ຮັກສາການຫົວໜ້າຫ້ອງການສຶກທິການແລະກິລາເມືອງ ມີທ່ານ ອາໂລ ຕ່າງໜ້າບໍລິສັດເຕີສານ ພ້ອມດ້ວຍຄະນະທິມງານ, ຄູອາ-ຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ໃນພິທີ ທ່ານ ໄຊຄໍາ ຄູປະຈໍາຢູ່ໂຮງຮຽນບໍລິສັດເຕີຊານ ໄດ້ລາຍງານໂດຍຍໍ້ພາຍໃນໂຮງຮຽນ ເຊິ່ງໄດ້ຍົກໃຫ້ເຫັນໃນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນສົກຮຽນທີ່ຜ່ານມາ ໂຮງຮຽນປະກອບມີ 4 ຂັ້ນຮຽນຄື: ຫ້ອງປ1, ຫ້ອງປ2, ຫ້ອງປ3 ແລະ ຫ້ອງປ4, ມີຄູສອນ 1 ທ່ານ, ມີນ້ອງນັກຮຽນທັງໝົດ 25 ນ້ອງ, ຍິງ 14 ນ້ອງ ໃນນັ້ນຫ້ອງປ1 ມີ 9 ນ້ອງ, ຍິງ 7 ນ້ອງ, ຫ້ອງປ2 ມີ 9 ນ້ອງ, ຍິງ 6 ນ້ອງ, ຫ້ອງປ3 ມີ 4 ນ້ອງ ແລະ ຫ້ອງປ4 ມີ 3 ນ້ອງ, ຍິງ 1 ນ້ອງ ດ້ວຍຄາມເປັນຫວງເປັນໄຍຂາກຄະນະພັກຂັ້ນເທິງ ກໍ່ຄືພາກສວນທີ່ກ່ຽວຂ້ອງຂອງເມືອງ ທີ່ໄດ້ກະຕຸກຊຸກຍູ້ ສ້າງໂຮງຮຽນກັບທີ ຢູ່ບໍລິສັດເຕີຊານ ສວນຢາງພາລາ ບ້ານຈອມແຈ້ງ ທັງນີ້ກໍ່ເພຶ່ອອານາຄົດຂອງລູກຫຼານຂອງພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ອອກມາເຮັດວຽກກີດຢາງພາລາຢູ່ບໍລິສັດເຕີຊານ ທີ່ໄດ້ມີໂອກາດໄດ້ຮໍາຮຽນ ເຮັດໃຫ້ເຂົາເຈົ້າມີຄວາມຮູ້ຄວາມສາມາດ ແລະ ເປັນຜູ້ສຶບທອດພາກິດຂອງປະເທດຊາດ ໃນອານາຄົດ.

ໃນໂອກາດທີ່ໄດ້ເຂົ້າຮ່ວມພິທີໃນຄັ້ງນີ້ ທ່ານ ສົມບັດ ຄັດຕິຍະວົງ ຄະນະປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ໄດ້ມີຄໍາເຫັນແໜ້ນໜັກໃຫ້ທາງບໍລິສັດ ໂດຍສົມທົບກັບຫ້ອງການສຶກທິການ ແລະ ກິລາເມືອງ ເພຶ່ອສຶບຕໍ່ປັບປຸງອາຄານສະຖານທີ່ເປັນຕົ້ນແມ່ນ: ປັບປຸງໂຮງຮຽນໃຫ້ມີຄວາມແໜ້ນໜາຖາວອນ, ສ້າງເຮືອນນອນຄູ, ສ້າງເຮືອນຄົວ, ສ້າງຫ້ອງນໍ້າ ແລະ ສ້າງເດີນກິລາ, ໃຫ້ຄູເອົາໃຈໃສ່ໃນການຮຽນ-ການສອນໃຫ້ເປັນເປັນປົກກະຕິ ສ້າງກິດຈະກໍາໃຫ້ມີຫລາຍຮູບແບບໃຫ້ຄົບຕາມ 5 ຫລັກມູນ ຂອງກະຊວງສຶກສາທີ່ວາງອອກ ເພື່ອດຶງດູດໃຫ້ແກ່ນ້ອງນັກຮຽນມາເຂົ້າຮຽນຫລາຍຂື້ນ ຄູຕ້ອງເປັນໃຈກາງໃນການຄົ້ນຄວ້າຮໍ່າຮຽນສິດສອນນັກຮຽນໃຫ້ໄດ້ຕາມມາດຕະຖານຕາມລັກສູດຂອງໂຮງຮຽນທີ່ໄດ້ວາງອອກ ແລະ ສຶບຕໍ່ປຸກລະດົມນ້ອງນັກຮຽນທີ່ຍັງບໍ່ທັນໄດ້ມາເຂົ້າໂຮງຮຽນ ໃຫ້ມາເຂົ້າໃຫ້ຄົບຕາມເກນອາຍຸທີ່ກໍານົດໄວ້.

ຂ່າວ: ອຸ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa