ແຂວງບໍ່ແກ້ວ ເປີດກອງປະຊຸມປຶກສາຫາລື ເພື່ອສ້າງຄວາມເປັນເອກະພາບ ໃນການອະນຸຍາດສ້າງຕັ້ງວິສາຫະກິດໃໝ່ ແລະ ການຄຸ້ມຄອງທຸລະກິດ.

ໃນວັນທີ 28 ສິງຫາ 2026, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ເພື່ອສ້າງຄວາມເປັນເອກະພາບ ໃນການອະນຸຍາດສ້າງຕັ້ງວິສາຫະກິດໃໝ່ ແລະ ການຄຸ້ມຄອງຫົວໜ່ວຍທຸລະກິດຢູ່ພາຍໃນແຂວງ. ກອງປະຊຸມໄດ້ຈັດຂຶ້ນໂດຍການເປັນປະທານຂອງ ທ່ານ ຂັນທອງ ທຳມະວົງ, ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ (ຜູ້ຊີ້ນຳຂົງເຂດເສດຖະກິດ), ພ້ອມດ້ວຍຕາງໜ້າຈາກບັນດາຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ຂັນທອງ ທຳມະວົງ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ ໄດ້ມີຄຳເຫັນເນັ້ນໃຫ້ບັນດາພະແນກການທີ່ກ່ຽວຂ້ອງ ເພີ່ມທະວີຄວາມຮັບຮອບຊອບ ແລະ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອສ້າງຄວາມເປັນເອກະພາບໃນການອອກໃບອະນຸຍາດ, ການຕິດຕາມ ແລະ ກວດກາຫົວໜ່ວຍທຸລະກິດ. ທັງນີ້, ກໍເພື່ອປັບປຸງກົນໄກການພົວພັນ-ປະສານງານ ໃຫ້ມີຄວາມຄ່ອງໂຕ, ອຳນວຍຄວາມສະດວກທຸກດ້ານໃຫ້ແກ່ການສ້າງຕັ້ງວິສາຫະກິດໃໝ່ ໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ.

ໃນກອງປະຊຸມ, ທ່ານ ນາງ ສີອຳໄພ ໂສລະຖີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານແຈ້ງຂຶ້ນທະບຽນວິສາຫະກິດ, ການອອກໃບອະນຸຍາດດຳເນີນທຸລະກິດ ແລະ ໃບອະນຸຍາດລົງທຶນ, ພ້ອມທັງໄດ້ຍົກໃຫ້ເຫັນຂໍ້ຍຸ້ງຍາກໃນໄລຍະຜ່ານມາ ເປັນຕົ້ນແມ່ນ, ຂອດການປະສານງານ ລະຫວ່າງເຈົ້າໜ້າທີ່ທະບຽນວິສາຫະກິດ ແລະ ຂະແໜງການອ້ອມຂ້າງແຂວງ ຍັງບໍ່ທັນເປັນອັນໜຶ່ງອັນດຽວກັນ ເນື່ອງຈາກຕ່າງຝ່າຍຕ່າງປະຕິບັດຕາມນິຕິກຳໃຕ້ກົດໝາຍຂອງຕົນ, ນິຕິກຳໃຕ້ກົດໝາຍ ຂອງຫຼາຍຂະແໜງການ ຍັງບໍ່ທັນໄດ້ຮັບການປັບປຸງໃຫ້ສອດຄ່ອງກັບ ກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ ປີ 2022), ຍັງຂາດການລາຍງານ ແລະ ແຈ້ງກັບຄືນຫາເຈົ້າໜ້າທີ່ທະບຽນ ເພື່ອອັບເດດຂໍ້ມູນ.

ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຮ່ວມກັນຄົ້ນຄວ້າ, ທົບທວນລະບຽບການ ແລະ ແລກປ່ຽນທັດສະນະຢ່າງກົງໄປກົງມາ ເພື່ອຊອກຫາທາງອອກໃນການປັບປຸງຂັ້ນຕອນການບໍລິການໃຫ້ ວ່ອງໄວ, ໂປ່ງໃສ ແລະ ຖືກຕ້ອງຕາມກົດໝາຍ, ພ້ອມທັງກຳນົດມາດຕະການຕິດຕາມ-ຄຸ້ມຄອງທຸລະກິດໃຫ້ມີລະບຽບຮຽບຮ້ອຍ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ຜູ້ປະກອບການ ທີ່ຈະເຂົ້າມາລົງທຶນຢູ່ແຂວງບໍ່ແກ້ວ ແລະ ເປັນການຊຸກຍູ້ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ຂອງແຂວງໃຫ້ເຂັ້ມແຂງຢ່າງຕໍ່ເນື່ອງ.

ຂ່າວ: ສາຍສະໝອນ ແກ້ວວິສິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa