




ໃນວັນທີ 31 ສິງຫາ 2026 ນີ້, ຢູ່ທີ່ ກອງບັນຊາການທະຫານເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງ ຄະນະບັນຊາກອງບັນຊາການທະຫານເມືອງຫ້ວຍຊາຍ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ, ຄະນະປະຈຳພັກ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ ແຂກຖືກເຊີນ ພະແນກການກ່ຽວຂ້ອງ ຕະຫຼອດພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມ.
ສະຫາຍ ພັນໂທ ມານິດ ຈັນສີ ຫົວໜ້າພະແນກພະນັກງານ ກອງບັນຊາທະຫານແຂວບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງຄະນະບັນຊາກອງບັນຊາການທະຫານເມືອງຫ້ວຍຊາຍ, ຕົກລົງແຕ່ງຕັ້ງ: ສະຫາຍ ພັນໂທ ສີສຸພັນ ລີຄະວົງ ເປັນຮັກສາການຮອງຫົວໜ້າການທະຫານ ທັງເປັນຫົວໜ້າພະແນກເສນາທິການ,ສະຫາຍ ພັນໂທ ວິໄຊ ພອນທະນາ ເປັນຮັກສາການຫົວໜ້າພະແນກ ບໍລິຫານ ກອງບັນຊາການທະຫານເມືອງຫ້ວຍຊາຍ,ສະຫາຍ ພັນຕີ ນາງ ອຳພອນວັນ ວຽງສະຫວັນ ເປັນຫົວໜ້າຂະແໜງເສນາຮັກ.
ໂອກາດນີ້, ສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ໄດ້ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນຕໍ່ຜູ້ທີ່ມາຮັບໜ້າທີ່ໃໝ່ ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ຮັກຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ ແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບວຽກງານຕົວຈິງ, ປະຕິບັດຂໍ້ກຳນົດ, ກົດລະບຽບ ຂອງກອງທັບໃຫ້ເຂັ້ມງວດ, ສືບຕໍ່ເຮັດສໍາເລັດໜ້າທີ່ອັນມີກຽດ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
ຂ່າວໂດຍ: ນີ່ ທຳມະວົງ.