ບໍລິສັດ ຂວັນໄຊນໍາໂຊກ ກຣຸບ ຈໍາກັດ ເປັນຜູ້ຊະນະການປະມູນ ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ.

ໃນຕອນບ່າຍຂອງວັນທີ 28 ສິງຫາ 2026 ນິ້.ຢູ່ທີ່ຫ້ອງປະຊຸມ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມເປີດຊອງປະມູນທາບທາມລາຄາ ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ພາຍໃນບ້ານຈັດສັນ-ຍົກຍ້າຍ ເຂດຫາດໝວກ ເມືອງຜາອຸດົມ ແຂວງບໍ່ແກ້ວ.ໂດຍດານເປັນປະທານໂຂອງ ທ່ານ ຂັນທອງ ທໍາມະວົງ ຄະນະປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງ (ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ), ທ່ານ ນາງ ສີອໍາໄພ ໂສລະຖີ ກໍາມະການພັກແຂວງ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍ່ແກ້ວ;ມີບັນດາທ່ານ ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ; ຄະນະກໍາມະການປະມູນໂຄງການ ແລະ ຕົວແທນຈາກບັນດາບໍລິສັດທີ່ຍື່ນຊອງປະມູນເຂົ້າຮ່ວມ.

ກອງປະຊຸມ.ທ່ານ ຂັນທອງ ທໍາມະວົງ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ ໄດ້ມີຄໍາເຫັນຊີ້ນໍາຢ່າງຈະແຈ້ງ ແລະ ເນັ້ນຢໍ້າໃຫ້ຄະນະກໍາມະການປະມູນ ຕ້ອງມີຄວາມໂປ່ງໃສ ແລະ ມີມາດຕະຖານເຕັກນິກ: ເອົາໃຈໃສ່ຄົ້ນຄວ້າ ໄຈ້ແຍກ ແລະ ພິຈາລະນາເອກະສານຢ່າງລະອຽດ, ເລືອກເອົາບໍລິສັດທີ່ມີຄວາມຮູ້, ຄວາມສາມາດ, ປະສົບການ ແລະ ມີຄວາມຮັບຜິດຊອບສູງ ເພື່ອຮັບປະກັນໃຫ້ການກໍ່ສ້າງມີຄຸນນະພາບຕາມມາດຕະຖານເຕັກນິກ ແລະ ສຳເລັດຕາມກຳນົດເວລາ. ພິຈາລະນາບໍລິສັດທີ່ມີການສະເໜີມູນຄ່າໃກ້ຄຽງກັບລາຄາກາງ ແລະ ມີຄວາມເປັນໄປໄດ້ສູງໃນການຈັດຕັ້ງປະຕິບັດຕົວຈິງ.

ຜ່ານການກວດກາ ແລະ ສົມທຽບເງື່ອນໄຂຕ່າງໆ ຂອງແຕ່ລະບໍລິສັດຢ່າງຄົບຖ້ວນ ໂດຍອີງໃສ່ລາຄາກາງມູນຄ່າ 738,178 ໂດລາ , ຄະນະກໍາມະການໄດ້ເຫັນດີເປັນເອກະພາບຮັບຮອງເອົາ ບໍລິສັດ ຂວັນໄຊນໍາໂຊກ ກຣຸບ ຈໍາກັດ ເປັນຜູ້ຊະນະການປະມູນໃນຄັ້ງນີ້.ໂຄງການ:ກໍ່ສ້າງເສັ້ນທາງມີຂະຫນາດ ໜ້າທາງກວ້າງ 5 ແມັດ, ຄວາມຍາວ 3.442 ກິໂລແມັດ ເປັນເສັ້ນທາງປູຢາງ 2 ຊັ້ນ. ມູນຄ່າໂຄງການ: 738,178 ໂດລາ .ໄລຍະເວລາສ້າງ: 12 ເດືອນ.ໂດຍແມ່ນທຶນພັດທະນາຊຸມຊົນ ຂອງໂຄງການເຂື່ອນໄຟຟ້ານໍ້າທາ 1 ລາວ ຈໍາກັດ.ໂຄງການນີ້ຖືເປັນສິ່ງກໍ່ສ້າງພື້ນຖານໂຄງລ່າງທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ຕໍ່ການພັດທະນາຄຸນນະພາບຊີວິດຂອງ ປະຊາຊົນເຂດບ້ານຈັດສັນ-ຍົກຍ້າຍ ຫາດໝວກ.ເມືອງຜາອຸດົມ ແຂວງບໍ່ແກ້ວ ເມື່ອເສັ້ນທາງນີ້ສ້າງສໍຳເລັດແລ້ວ ຈະຊ່ວຍໃຫ້ການສັນຈອນໄປ-ມາ ມີຄວາມສະດວກສະບາຍ, ເອື້ອອໍານວຍຕໍ່ການຂົນສົ່ງຜົນຜະລິດ ທາງດ້ານເສດຖະກິດ, ສົ່ງເສີມການຄ້າຂາຍ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.

ຂ່າວໂດຍ: ເງິນຫລົງ ຈິດພູວົງ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa