

ໃນຕອນບ່າຍຂອງວັນທີ 16 ກັນຍາ 2026 ນີ້, ຢູ່ທີ່ສະໂມສອນ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີມອບ-ຮັບໃບຍ້ອງຍໍ ໃຫ້ແກ່ພະນັກງານ-ທະຫານ, ຕຳຫຼວດ ຜູ້ທີ່ມີຜົນງານດີເດັ່ນໃນການລົງກໍ່ສ້າງຮາກຖານການເມືອງ ປະຈຳຢູ່ຕາມແຕ່ລະກຸ່ມບ້ານຕ່າງໆ ທົ່ວແຂວງບໍ່ແກ້ວ ເພື່ອເປັນການຍົກຍ້ອງ ແລະ ເປັນກຳລັງໃຈໃຫ້ແກ່ຜູ້ທີ່ມີຄວາມສຸມໃສ່ປະຕິບັດໜ້າທີ່ຢ່າງມີຜົນສໍາເລັດ.ເຂົ້າຮ່ວມເປັນປະທານໃນພິທີໂດຍ ສະຫາຍ ພົຈວ ແປ້ນຄຳ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງ,ປະທານສະພາປະຊາຊົນແຂວງບໍ່ແກ້ວ.ມີບັນດາສະຫາຍໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ກຳລັງ ປກຊ-ປກສ, ຕ່າງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ພະນັກງານ ເຂົ້າຮ່ວມ.
ໃນພິທີ,ຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຍ້ອງຍໍສັນລະເສີນ ໃຫ້ແກ່ພະນັກງານຜູ້ທີ່ມີຜົນງານດີເດັ່ນໃນການລົງກໍ່ສ້າງຮາກຖານການເມືອງ ປະຈຳແຕ່ລະກຸ່ມບ້ານຕ່າງໆ ທົ່ວແຂວງບໍ່ແກ້ວ ຈຳນວນ 46 ສະຫາຍ. ເຊິ່ງຕະຫຼອດໄລຍະຜ່ານມາ, ບັນດາສະຫາຍດັ່ງກ່າວ ໄດ້ເຄື່ອນໄຫວໃກ້ຊິດກັບປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການເມືອງຢູ່ຮາກຖານ, ພ້ອມທັງຮັກສາຄວາມສະຫງົບ ຮຽບຮ້ອຍ ແລະ ຄວາມອຸ່ນອ່ຽງທຸ່ນທ່ຽງຂອງປະຊາຊົນໃນບັນດາກຸ່ມບ້ານຢ່າງຕັ້ງໜ້າ.ຈາກນັ້ນ,ສະຫາຍ ພົຈວ ສຸກພະຈັນ ສີລາເພັດ ປະທານຄະນະກຳມະການປົກຄອງແຂວງ ໄດ້ໃຫ້ກຽດມອບໃບຍ້ອງຍໍຢ່າງສົມກຽດ ໃຫ້ແກ່ 46 ສະຫາຍ ຜູ້ທີ່ມີຜົນງານດີເດັ່ນ ຂໍໃຫ້ບັນດາພະນັກງານທີ່ກຳລັງສືບຕໍ່ ຈົ່ງເພີ່ມພູນຄູນສ້າງຄວາມຮັບຜິດຊອບ ແລະ ຄວາມເປັນແບບຢ່າງ ໃຫ້ສົມກັບຄວາມໄວ້ວາງໃຈຂອງພັກ-ລັດ ແລະ ປະຊາຊົນ.ສືບຕໍ່ລົງໃກ້ຊິດຮາກຖານ, ກຳສະພາບຄວາມເປັນຢູ່ ແລະ ຄວາມຕ້ອງການຂອງປະຊາຊົນຢ່າງແທ້ຈິງ.ສຸມໃສ່ການສ້າງກຸ່ມບ້ານ ແລະ ບ້ານ ໃຫ້ມີຄວາມເຂັ້ມແຂງໃນທຸກດ້ານ ເພື່ອເປັນຮາກຖານອັນໜັກແໜ້ນໃຫ້ແກ່ການພັດທະນາແຂວງບໍ່ແກ້ວ ໃຫ້ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.ການມອບໃບຍ້ອງຍໍແມ່ນດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ເຕັມໄປດ້ວຍຄວາມພາກພູມໃຈຂອງບັນດາພະນັກງານທີ່ໄດ້ຮັບການຍ້ອງຍໍໃນຄັ້ງນິ້..
ຂ່າວ: ເງິນຫຼົງ ຈິດພູວົງ
ພາບ: ຄູນໄຊຄໍາ ວົງປະເສີດ