

ວັນທີ 16 ກັນຍາ 2026, ຄະນະຜູ້ແທນເຈົ້າໜ້າທີ່ຕຳຫຼວດໄທ ນຳໂດຍ ທ່ານ ພົຕ ມົນຕີ ເທບຂັນ, ຮອງຜູ້ບັນຊາການຕຳຫຼວດສອບສວນກາງ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຄຳນັບ ຄະນະນຳຂອງແຂວງບໍ່ແກ້ວ ຕ່າງໜ້າໂດຍທ່ານ ຂັນທອງ ທຳມະວົງ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ທີ່ຫ້ອງວ່າການແຂວງບໍ່ແກ້ວ ເພື່ອສະແດງຄວາມຂອບໃຈຢ່າງເລິກເຊິ່ງ ໃນການຊ່ວຍເຫຼືອປະສານງານສົ່ງໂຕພົນເມືອງໄທທີ່ເຮັດຜິດກົດໝາຍການຫຼອກລວງທາງສະແກມເມີ້ ກັບຄືນປະເທດ.
ນອກນີ້ທັງສອງຝ່າຍຍັງໄດ້ປຶກສາຫາລື ແລະ ທົບທວນໝາກຜົນຂອງການປະສານງານທີ່ຜ່ານມາ ແລະ ພ້ອມກັນສືບຕໍ່ເພີ້ມທະວີການຮ່ວມມືຕ້ານອາຊະຍາກຳຂ້າມຊາດໂດຍສະເພາະບັນຫາສະແກມເມີ້ ແລະ ເອົາໃຈໃສ່ດ້ານການສະໝອງຂໍ້ມູນ ແລະ ພະຍານຫຼັກຖານຂອງການສໍ້ໂກງ, ການດຳເນີນການກວດກາ ແລະ ຈັບກຸມ ທີ່ກ່ຽວຂ້ອງກັບຂະບວນການສໍ້ໂກງອອນໄລນ໌ ແລະ ສະແກມເມີ້, ແລະ ໄດ້ເຫັນດີຮ່ວມກັນໃນການເພີ່ມທະວີການຮ່ວມມືໃນຕໍ່ໜ້າໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ສ້າງກົນໄກການແລກປ່ຽນຂໍ້ມູນຂ່າວສານດ້ານອາຊະຍາກຳຂ້າມຊາດຢ່າງວ່ອງໄວ ແລະ ທັນທ່ວງທີ ການສະກັດກັ້ນຂະບວນການສະແກມເມີ້: ຮ່ວມມືກັນກວດກາ, ປາບປາມ ແລະ ທຳລາຍຂະບວນການຕົ້ມໂກງທາງໂທລະສັບ ແລະ ເຄືອຂ່າຍອອນໄລນ໌ ຕາມບໍລິເວນຊາຍແດນຢ່າງເດັດຂາດ ແລະ ເພີ່ມຄວາມເຂັ້ມງວດໃນການກວດກາລັກລອບເຂົ້າເມືອງ ແລະ ບັນຫາອື່ນໆທີ່ຜິດກົໝານໃຫ້ມີປະສິດທິພາບຂື້ນຕື່ມ.