
ໃນວັນທີ 16 ກັນຍາ 2026, ຢູ່ທີ່ຫ້ອງວ່າການແຂວງບໍ່ແກ້ວແຂວງບໍ່ແກ້ວ ໄດ້ມີພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນ ແຂວງບໍ່ແກ້ວ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ເພື່ອເພີ່ມທະວີຄວາມຮ່ວມມືໃນການພັດທະນາອຸດສາຫະກຳການທ່ອງທ່ຽວ ແລະ ການເຊື່ອມໂຍງເສັ້ນທາງການທ່ອງທ່ຽວທາງບົກ ລະຫວ່າງ ລາວ, ຫວຽດນາມ ແລະ ໄທ ຝ່າຍລາວ ມີທ່ານ ຄຳແສງ ສຸລິຍະວົງ ຮອງປະທນຄະນະກຳມະການປົກຄອງແຂວງບໍ່ແກ້ວ, ຝ່າຍຫວຽດນາມ ມີ ທ່ານນາງ ກາວ ທິຕວຽດ ລານ ຮອງປະທານຜູ້ປະຈຳການສະພາປະຊາຊົນແຂວງດຽນບຽນ ແລະ ບັນດາພາກສວນທີ່ກ່ຽວຂ້ອງຂອງສອງຝ່ານເຂົ້າຮ່ວມ.
ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ທັງສອງຝ່າຍໄດ້ລາຍງານສະພາບລວມ, ຈຸດທີ່ຕັ້ງ ແລະ ທ່າແຮງຂອງການທ່ອງທ່ຽວ, ການຄຸ້ມຄອງ, ການພັດທະນາ ແລະ ການສົ່ງເສີມແຫຼ່ງທ່ອງທ່ຽວ ຂອງແຕ່ລະແຂວງ, ການຍົກລະດັບມາດຕະຖານການບໍລິການ, ເພື່ອເປັນບ່ອນອິງໃນການສ້າງ ແລະ ເຊື່ອມໂຍງເສັ້ນທາງຄົມມະນາຄົມທາງບົກ ລະຫວ່າງ ລາວ – ຫວຽດນາມ – ໄທ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການເດີນທາງຂອງນັກທ່ອງທ່ຽວຂ້າມແດນ, ເຊິ່ງທັງສອງຝ່າຍໄດ້ເຫັນດີຮ່ວມມືກັນສ້າງເງື່ອນໄຂໃຫ້ມີກິດຈະກຳກ່ຽວກັບການທ່ອງທ່ຽວ ຂອງຜູ້ປະກອບການທຸລະກິດທ່ອງທ່ຽວ ລາວ – ຫວຽດນາມ ໃຫ້ມີການເຊື່ອມໂຍງເສັ້ນທາງຕໍ່ໄປຫາ ປະເທດໄທ ແລະ ເປັນເຈົ້າການເພີ່ມການແລກປ່ຽນຂໍ້ມູນຂ່າວສານດ້ານວັດທະນະທຳ ແລະ ການທ່ອງທ່ຽວ ເພື່ອຮ່ວມກັນໂຄສະນາເຜີຍແຜ່ໃຫ້ເລິກເຊິ່ງ ແລະ ກວ້າງຂວາງ, ໃຫ້ມີຈັດການພົບປະແລກປ່ຽນບົດຮຽນ ແລະ ປະສົບການວິຊາການ ລະຫວ່າງ ພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ (ລາວ) ແລະ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງດຽນບຽນ (ຫວຽດນາມ) ໂດຍຜັດປ່ຽນກັນເປັນເຈົ້າພາບ ແລະ ອຳນວຍຄວາມສະດວກໃຫ້ກັນ ແລະ ກັນໃນທຸກດ້ານ ເພື່ອການສົ່ງເສີມການທ່ອງທ່ຽວຮ່ວມກັນ, ດຶງດູດນັກທ່ອງທ່ຽວພາກພື້ນ ແລະ ສາກົນ ໃຫ້ເຂົ້າມາທ່ຽວຊົມຫຼາຍຂຶ້ນ.
ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ຖືເປັນກ້າວສຳຄັນ ໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ແຂວງບໍ່ແກ້ວ ແລະ ແຂວງດຽນບຽນ, ທັງເປັນການເປີດໂອກາດໃໝ່ ໃນການຂະຫຍາຍຕົວຂອງອຸດສາຫະກຳການທ່ອງທ່ຽວ ໃນພາກພື້ນ ລາວ – ຫວຽດນາມ – ໄທ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ.
ຂ່າວ: ສາຍສະໝອນ ແກ້ວວິສິດ