ສະຫະພັນກຳມະບານ ເມືອງຜາອຸດົມ ປະກາດສ້າງຕັ້ງ ກຳມະບານຮາກຖານ ຕາແສງຜາອຸດົມ ສະໄໝທີ I ແລະ ບົງແຕ່ງຕັ້ງປະທານ – ຮອງປະທານ ກຳມະບານຮາກຖານ ຕາແສງຜາອຸດົມ ຄັ້ງທີ I.

ໃນຕອນເຊົ້າວັນທີ 16 ກັນຍາ 2026ນີ້ ຢູ່ທີ່ຫ້ອງປະຊຸມ ສຳນັກງານປົກຄອງຕາແສງຜາອຸດົມ ໄດ້ຈັດພິທີປະກາດສ້າງຕັ້ງກຳມະບານຮາກຖານ ຕາແສງຜາອຸດົມ ສະໄໝທີ I ແລະ ປະກາດບົງຕົວແຕ່ງຕັ້ງ ປະທານ-ຮອງປະທານ ກຳມະບານຮາກຖານ ຕາແສງຜາອຸດົມ ຄັ້ງທີ I ຂື້ນ, ເປັນກຽດເຂົ້າຮວມຂອງ ທ່ານ ພັນ ໄຊສົງຄາມ ກຳມະການພັກເມືອງ ປະທານສະຫະພັນກຳມະບານເມືອງ, ມີທ່ານ ຫຸມພັນ ຈັນທະວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຜາອຸດົມ, ມີຄະນະປົກຄອງຕາແສງ, ຄະນະຮັບຜິດຊອບພ້ອມດ້ວຍສະມາຊິກກຳມະບານ ແລະ ແຂກເຊີນ ເຂົ້າຮ່ວມ.

ພິທີ ຄະນະຮັບຜິດຊອບ ໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະບໍລິຫານງານສະຫະພັນ ກຳມະບານເມືອງ ເລກທີ 82/ສກມ, ລົງວັນທີ 3 ກັນຍາ 2026  ວ່າດ້ວຍການສ້າງຕັ້ງ ກຳມະບານຮາກຖານ ຕາແສງຜາອຸດົມ ສະໄໝທີ I ແລະ ມະຕິຕົກລົງ ເລກທີ 83/ສກມ, ລົງວັນທີ 3 ກັນຍາ 2026 ວ່າດ້ວຍການບົງຕົວແຕ່ງຕັ້ງ ປະທານ ແລະຮອງປະທານ ກຳມະບານຮາກຖານ ຕາແສງຜາອຸດົມ ຄັ້ງທີ I ໃນນີ້ຄະນະປະທານສະຫະພັນ ກໍາມະບານເມືອງຜາອຸດົມ ເຫັນດີຕົກລົງແຕ່ງຕັ້ງ ສະຫາຍ ບຸນແກ້ວ ກົມມາລີ ເປັນປະທານ ກຳມະບານຮາກຖານ ຕາແສງຜາອຸດົມ, ສະຫາຍ ບຸນປະເສີດ ຈິດຕະວົງ, ສະຫາຍ ນາງ ສີຄຳ ຫຼ້າລະເດດ ເປັນຮອງປະທານ ກຳມະບານຮາກຖານ ຕາແສງຜາອຸດົມ ຊຸດໃໝ່, ເຫັນດີແຕ່ງຕັ້ງ ສະຫາຍ ບຸນປະເສີດ ຈິດຕະວົງ ເປັນປະທານກວດກາ ແລະ , ສະຫາຍ ນາງ ສີຄຳ ຫຼ້າລະເດດ ເປັນຮອງປະທານກວດກາ ກຳມະບານຮາກຖານຕາແສງຜາອຸດົມ ຊຸດໃໝ່.

ໂອກາດດຽວກັນນີ້ ທ່ານ ພັນ ໄຊສົງຄາມ ກຳມະການພັກເມືອງ ປະທານສະຫະພັນກຳມະບານເມືອງ ຍັງມີຄຳເຫັນໂອ້ລົມເໜັ້ນໜັກໃຫ້ຄະນະກຳມະບານຮາກຖານ ຕາແສງຜາອຸດົມຊຸດໃໝ່ ຕ້ອງໄດ້ເອົາໃຈໃສ່ປະຕິບັດລະບຽບຫຼັກການຂອງສະຫະພັນກຳມະບານຢ່າງເຂັ້ມງວດ, ແບ່ງວຽກ, ແບ່ງງານ ໃຫ້ໝູ່ຄະນະຮັບຜິດຊອບຢ່າງລະອຽດຈະແຈ້ງ, ເອົາໃຈໃສ່ສຶກສາອົບຮົມ ການເມືອງແນວຄິດໃຫ້ສະມາຊິກກຳມະບານຮາກຖານຂອງຕົນ ຢ່າງເລິກເຊິງເຖິງຖອງ ເພື່ອກຳໄດ້ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໂດຍສະເພາະ ກໍ່ແມ່ນລະບຽບຫຼັັກການຂອງສູນກາງສະຫະພັນກຳມະບານລາວ, ສະຫະພັນກຳມະບານແຂວງ ແລະ ເມືອງ ວາງອອກ, ນອກນີ້ ຕ້ອງໄດ້ພ້ອມກັນປະຕິບັດຄຳຂວັນ ແລະ ຂໍແຂງຂັນ 5 ເປັນເຈົ້າ ຢ່າງຕັ້ງໜ້າ, ເພື່ອສ້າງໃຫ້ກຳມະບານຮາກຖານ ຕາແສງຜາອຸດົມ ໄດ້ກາຍເປັນ ກຳມະບານຮາກຖານ 5 ເປັນເຈົ້າໃນຕໍ່ໜ້າ.

ຂ່າວ-ພາບ: ພອນສະຫວັນ ມະນີສີ.

ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa