ພິທີມອບ-ຮັບໜ້າທີ່ຄະນະບັນຊາ ກອງຮ້ອຍທະຫານຊາຍແດນ 121.

ໃນວັນທີ  14 ກັນຍາ 2026 ນີ້ ຢູ່ກອງຮ້ອຍທະຫານຊາຍແດນ 121 ໄດ້ຈັດພິທີມອບ-ຮັບໜ້າທີ່ຄະນະບັນຊາ ກອງຮ້ອຍທະຫາຍຊາຍແດນ 121 ທີ່ຂຶ້ນກັບຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງບໍ່, ໂດຍໃຫ້ກຽດເປັນປະທານຂອງສະຫາຍ ພັນໂທ ບຸນນອງ ອະໄພ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີພະແນກການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງພາຍໃນກົມກອງເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ພັນໂທ ມານິດ ຈັນສີ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານຢູ່ກອງຮ້ອຍທະຫານຊາຍແດນ 121, ກອງບັນຊາການທະຫານແຂວງບໍ່ແກ້ວຕົກລົງ ຍົກຍ້າຍ ສະຫາຍ ພັນໂທ ທອງໄລ ສາຍນ້ຳຊຳ ຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 121 ໄປເປັນຫົວໜ້າຂະແໜງໂຄສະນາອົບຮົມ ກອງບັນຊາການທະຫານເມືອງເມິງ, ສະຫາຍ ພັນຕີ ບຸນເລີດ ຫຼ້າສາຄອນ ຮອງຫົວໜ້າກອງຮ້ອຍ ຮັບຜິດຊອບວຽກງານພາລາທິການ-ເຕັກນິກ ໄປລໍຖ້າຢູ່ ຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ແຕ່ງຕັ້ງສະຫາຍ ພັນຕີ ບຸນຄົງ ອິນທະວົງ ຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 122  ເປັນຫົວໜ້າການເມືອງກອງຮ້ອຍທະຫາຍຊາຍແດນ 121, ແຕ່ງຕັ້ງສະຫາຍ ພັນຕີ ລຸນ ໄຊຍະວົງ ການເງິນກອງຮ້ອຍ ເປັນຮອງຫົວໜ້າກອງຮ້ອຍ ຮັບຜິດຊອບວຽກງານພາລາທິການ-ເຕັກນິກ ກອງຮ້ອຍທະຫານຊາຍແດນ 121. ໂອກາດດຽວກັນນີ້ ຍັງໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ຫົວໜ້າການເມືອງກອງຮ້ອຍ ຜູ້ເກົ່າ ແລະ ຫົວໜ້າການເມືອງກອງຮ້ອຍຜູ້ໃໝ່ຕື່ມອີກ.

ໂອກາດນີ້ສະຫາຍ ພັນໂທ ບຸນນອງ ອະໄພ ປະທານພິທີໄດ້ມີຄຳເຫັນໂອ້ລົມກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍຍາດມາໄດ້ໃນໄລຍະຜ່ານມາ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ສະຫາຍຍັງໄດ້ເນັ້ນໜັກຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງເພີ່ມທະວີຄວາມຮັບຜິດຊອບການເມືອງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ການເຮັດວຽກຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ສືບຕໍ່ຮັບປະກັນໃນການເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງບໍ່ແກ້ວ ທາງດ້ານວຽກງານຕ່າງໆໃຫ້ມີຄວາມວ່ອງໄວ ແລະ ມີຜົນສຳເລັດສູງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະ, ມີລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາການສາມາດຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ.

ໂດຍ: ພາກ ສຸທິປັນຍາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa