ສະຫະພັນກຳມະບານເມືອງຜາອຸດົມ ສຳເລັດການເປີດຂະບວນການຂໍ້ແຂ່ງຂັນ 5 ເປັນເຈົ້າ.

ພິທີ ເປີດຂະບວນການຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນ ກໍາມະບານ ເມືອງຜາອຸດົມ ໄດ້ສໍາເລັດລົງຢ່າງເປັນທາງການ ໃນວັນທີ 28 ສິງຫາ 2026 ນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງສະຫາຍ ພັນ ໄຊສົງຄາມ ກຳມະການພັກເມືອງ ປະທານສະຫະພັນກຳມະບານເມືອງ ເປັນກຽດເຂົ້າຮ່ວມ ຂອງສະຫາຍ ບຸນເລື່ອນ ສິດຊົມພູ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ສະຫາຍ   ແກ້ວລາ ນໍລະສິງ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ປະທານສະຫະພັນກຳມະບານແຂວງບໍ່ແກ້ວ, ມີຕາງໜ້າອົງການຈັດຕັ້ງມະຫາຊົນ ມີຄະນະບໍລິຫານງານສະຫະພັນກຳມະບານເມືອງ, ປະທານ – ຮອງປະທານກຳມະບານຮາກຖານ ຕະຫຼອດຮອດສະມາຊິກກຳມະບານອ້ອມຂ້າງເມືອງເຂົ້າຮ່ວມ.

ພິທີ ໄດ້ຮັບຟັງການຜ່ານບົດແນະນຳຂອງສູນກາງກຳມະບານລາວ ສະບັບເລກທີ 299/ສກລ, ລົງວັນທີ 6 ກຸມພາ 2026 ວ່າດ້ວຍການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ, ມະຕິຕົກລົງຂອງຄະນະປະຈຳພັກເມືອງ ວ່າດ້ວຍການແຕ່ງຕັ້ງຜູ້ຊີ້ນຳລວມ ແລະ ຄະນະຮັບຜິດຊອບຂະບວນການຂໍ້ແຂ່ງຂັນ 5 ເປັນເຈົ້າສະຫະພັນກຳມະບານລາວ ແລະ ແຜນການແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານເມືອງຜາອຸດົມແຕ່ປີ 2026-2029 ໃນນີ້ ເມືອງຜາອຸດົມ ມີກໍາມະບານຮາກຖານທັງໝົດ 42 ຮາກຖານ, ມີສະມາຊິກກຳມະບານທັງໝົດ 838 ສະຫາຍ, ຍິງ 359 ສະຫາຍ, ຜ່ານມາໄດ້ຖືເອົາການປະເມີນຜົນຂະບວນການແຂ່ງຂັນ 5 ເປັນເຈົ້າ ເປັນບັ້ນດໍາເນີນຊີວິດການເມືອງ ໃນແຕ່ລະປີ ເພື່ອເປັນການປັບປຸງ, ພັດທະນາການຈັດຕັ້ງກຳມະບານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ສາມາດຊອກໃຫ້ເຫັນສະມາຊິກກຳມະບານທີ່ດີເດັ່ນ ເພື່ອຍ້ອງຍໍ, ສ້າງເປັນພະນັກງານສືບທອດ ປ່ຽນແທນໄດ້, ນອກນີ້ຍັງໄດ້ຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຄື: ເປັນເຈົ້າຝຶກຝົນຫຼໍ່ຫຼອມທາງດ້ານການເມືອງແນວຄິດ,  ຄາດໝາຍສູ້ຊົນໃຫ້ໄດ້ 95%, ເປັນເຈົ້າປະຕິບັດກົດໝາຍ ແລະ ລະບຽບການຂອງລັດ ຄາດໝາຍສູ້ຊົນໃຫ້ໄດ້ 94%, ເປັນເຈົ້າການພັດທະນາຕົນເອງ ແລະ ການຈັດຕັ້ງ ຄາດໝາຍສູ້ຊົນໃຫ້ໄດ້ 94%, ເປັນເຈົ້າປົກປ້ອງສິດຜົນປະໂຫຍດອັນຊອບທຳ ຄາດໝາຍສູ້ຊົນໃຫ້ໄດ້ 95%,  ແລະ ເປັນເຈົ້າການປະຕິບັດໜ້າທີວິຊາສະເພາະຢ່າງປະດິດສ້າງ ຄາດໝາຍສູ້ຊົນໃຫ້ໄດ້ 94%,

ໂອກາດດຽວກັນນີ້ ສະຫາຍ ແກ້ວລາ ນໍລະສິງ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ປະທານສະຫະພັນກຳມະບານແຂວງບໍ່ແກ້ວ ໄດ້ມີຄຳເຫັນເໜັ້ນໜັກບາງບັນຫາທີ່ສຳຄັນເປັນຕົນ: ແມ່ນໃຫ້ຄະນະບໍລິຫານງານສະຫະພັນກຳມະບານເມືອງແຕ່ລະຂັ້ນ, ຄະນະປະທານກຳມະບານຂັ້ນຕ່າງໆ ຕ້ອງເປັນເຈົ້າການຕື່ນຕົວຄົ້ນຄ້ວາ, ເຊື່ອມຊຶມ, ກຳແໜ້ນ ມະຕິຄຳສັງຂອງພັກ-ລັດ, ກົດໝາຍກ່ຽວກັບວຽກງານກຳມະບານໄລຍະໃໝ່, ຍົກສູງບົດບາດ ແລະ ຂີດຄວາມສາມາດຂອງຄະນະບໍລິຫານສະຫະພັນກຳມະບານເມືອງ ກໍ່ຄືການຈັດຕັ້ງກຳມະບານແຕ່ລະຂັ້ນ, ເອົາໃຈໃສ່ດຳເນີນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ສະມາຊິກຳມະບານ, ກຳມະກອນ, ຜູ້ອອກແຮງງານອື່ນໆໃຫ້ທົ່ວເຖິງ, ຊຸກຍູ້ຢ່າງແຂງແຮງຂະບວນແຂ່ງຂັນ 5 ເປັນເຈົ້າຂອງກຳມະບານລາວ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ໃຫ້ພັດທະນາດ້ວຍຫຼາຍຮູບຫຼາຍສີ, ຫຼາຍລະດັບ, ກຳມະບານແຕ່ລະຂັ້ນຕ້ອງປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດອັນໃໝ່ໆຂື້ນເລື້ອຍໆ.

ຂ່າວ-ພາບ: ພອນສະຫວັນ ມະນີສີ.

ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa