








ໃນວັນທີ 28 ສິງຫາ 2026 ຜ່ານມານີ້ ຢູ່ທີ່ສະໂມສອນກອງຮ້ອຍທະຫານຊາຍແດນ 122 ໄດ້ຈັດພິທີມອບ-ຮັບໜ້າທີ່ຄະນະບັນຊາ ກອງຮ້ອຍທະຫາຍຊາຍແດນ 122 ທີ່ຂຶ້ນກັບຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງບໍ່, ໂດຍໃຫ້ກຽດເປັນປະທານຂອງສະຫາຍ ພັນໂທ ບຸນນອງ ອະໄພ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີພະແນກການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງພາຍໃນກົມກອງເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ພັນໂທ ມານິດ ຈັນສີ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານຢູ່ກອງຮ້ອຍທະຫານຊາຍແດນ 122, ກອງບັນຊາການທະຫານແຂວງບໍ່ແກ້ວຕົກລົງ ຍົກຍ້າຍ ສະຫາຍ ພັນຕີ ບຸນຄົງ ອິນທະວົງ ຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 122 ໄປຮັບໜ້າທີ່ໃໝ່ຢູ່ກອງຮ້ອຍທະຫານຊາຍແດນ 121, ແຕ່ງຕັ້ງສະຫາຍ ພັນຕີ ອຳພອນ ສາຍລໍຄຳເຕາະ ຫົວໜ້າການທະຫານກອງຮ້ອຍທະຫານຊາຍແດນ 122 ເປັນຫົວໜ້າການເມືອງກອງຮ້ອຍທະຫາຍຊາຍແດນ 122, ແຕ່ງຕັ້ງສະຫາຍ ຮ້ອຍເອກ ຄຳທອງ ວິໄລພອນ ເປັນຫົວໜ້າການທະຫານ, ສະຫາຍ ຮ້ອຍເອກ ບຸນສົງ ຄຳລື ເປັນຮອງຫົວໜ້າການທະຫານ ແລະ ແຕ່ງຕັ້ງຂັ້ນໝວດ, ໝູ່ ທີ່ຂື້ນກັບກອງຮ້ອຍທະຫານຊາຍແດນ 122 ອີກຈຳນວນໜຶ່ງ. ໂອກາດດຽວກັນນີ້ ສະຫາຍ ພັນໂທ ຄຳພັນ ວິລະສັກ ຫົວໜ້າພະແນກຈັດຕັ້ງພັກ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກ ກອງຮ້ອຍທະຫານຊາຍແດນ 122 ໂດຍບົ່ງຕົວແຕ່ງຕັ້ງ ສະຫາຍ ພັນຕີ ອຳພອນ ສາຍລໍຄຳເຕາະ ເປັນເລຂາໜ່ວຍພັກ, ສະຫາຍ ຮ້ອຍເອກ ຄຳທອງ ວິໄລພອນ ເປັນຮອງເລຂາໜ່ວຍພັກ, ສະຫາຍ ຮ້ອຍເອກ ທອງວັນ ຂັດຕິຍະ ເປັນກຳມະການໜ່ວຍພັກ. ໂອກາດດຽວກັນນີ້ ຍັງໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ຫົວໜ້າການເມືອງ, ຫົວໜ້າການທະຫານ ຜູ້ເກົ່າ ແລະ ຫົວໜ້າການເມືອງ, ການທະຫານ ຜູ້ໃໝ່ຕື່ມອີກ.
ໂອກາດນີ້ສະຫາຍ ພັນໂທ ບຸນນອງ ອະໄພ ປະທານພິທີໄດ້ມີຄຳເຫັນໂອ້ລົມກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍຍາດມາໄດ້ໃນໄລຍະຜ່ານມາ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ສະຫາຍຍັງໄດ້ເນັ້ນໜັກຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງເພີ່ມທະວີຄວາມຮັບຜິດຊອບການເມືອງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ການເຮັດວຽກຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ສືບຕໍ່ຮັບປະກັນໃນການເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງບໍ່ແກ້ວ ທາງດ້ານວຽກງານຕ່າງໆໃຫ້ມີຄວາມວ່ອງໄວ ແລະ ມີຜົນສຳເລັດສູງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະ, ມີລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາການສາມາດຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ.
ໂດຍ: ພາກ ສຸທິປັນຍາ.