ບໍ່ແກ້ວກຽມຄວາມພ້ອມຮອບດ້ານ ເພື່ອເປີດສົກຮຽນໃໝ່ 2026-2027.ໃຫ້ມີຂະບວນຟົດຟື້ນ ແລະ ບັນລຸຜົນສໍາເລັດ.

ເມື່ອລົມເຢັນຕົ້ນລະດູໃບໄມ້ຫຼົ່ນເລີ່ມພັດຜ່ານ ເປັນສັນຍານເຕືອນໃຫ້ຮູ້ວ່າ ເວລາແຫ່ງການພັກແລ້ງໄດ້ສິ້ນສຸດລົງ ແລະ ບັນຍາກາດແຫ່ງການຮຽນ-ການສອນ ກຳລັງຈະກັບຄືນມາອີກຄັ້ງ.ໃນສົກຮຽນໃໝ່ 2026-2027 ທີ່ກຳລັງຈະມາເຖິງນີ້ ແມ່ນຫຍັບມາຢ່າງຮີບດ່ວນ, ເຊິ່ງເປັນຈຸດເລີ່ມຕົ້ນຂອງເສັ້ນທາງແຫ່ງການຄົ້ນຄວ້າຮຽນຮູ້ ແລະ ການພັດທະນາ ຊັບພະຍາກອນມະນຸດຂອງຊາດ. ເພື່ອເຮັດໃຫ້ການເປີດສົກຮຽນໃໝ່ປີນິ້. ດຳເນີນໄປຢ່າງມີປະສິດທິພາບ,ບັນລຸຕາມຄາດໝາຍ ຂອງກະຊວງສຶກສາທິການ ແລະ ກິລາ ວາງໄວ້, ຄວາມຮ່ວມມື ແລະ ການກະກຽມຄວາມພ້ອມຢ່າງຮອບດ້ານຈາກ 4 ຝ່າຍຫຼັກ ໄດ້ແກ່: ຜູ້ບໍລິຫານການສຶກສາ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ຕົວນັກຮຽນເອງ ແມ່ນມີຄວາມສໍາຄັນຢ່າງຍິ່ງ.

ໃນຖານະທີ່ເປັນເສົາຫຼັກໃນການຄຸ້ມຄອງ, ຜູ້ບໍລິຫານການສຶກສາທຸກຂັ້ນ ຕັ້ງແຕ່ລະດັບກະຊວງ, ພະແນກ, ຮ້ອງການ ຕະຫຼອດຮອດຄະນະອຳນວຍການໂຮງຮຽນ ຕ້ອງໄດ້ສຸມໃສ່ການກະກຽມໃນດ້ານຕ່າງໆ ດັ່ງນິ້:ການປັບປຸງໂຄງຮ່າງພື້ນຖານໂຄ່ງລ່າງ: ແມ່ນຕ້ອງເລັ່ງກວດກາ, ຊ້ອມແຊມ ອາຄານສະຖານທີ່, ຫ້ອງຮຽນ, ຫ້ອງທົດລອງ, ຫ້ອງສະໝຸດ, ລະບົບໄຟຟ້າ-ນ້ຳປະປາ ແລະ ຫ້ອງນ້ຳ ໃຫ້ມີຄວາມປອດໄພ, ສະອາດ ແລະ ພ້ອມໃຊ້ງານ.ມີການຈັດແຮງງານຄູໃຫ້ພຽງພໍ ແລະ ເໝາະສົມກັບແຕ່ລະວິຊາຮຽນ,ຫຼຸດຜ່ອນບັນຫາຄູບໍ່ພໍໃນເຂດຫ່າງໄກສອກຫຼີກ, ພ້ອມທັງຈັດຝຶກອົບຮົມຍົກລະດັບຄວາມຮູ້-ຄວາມສາມາດດ້ານວິທີການສອນໃໝ່ໆ ແລະ ການນໍາໃຊ້ເຕັກໂນໂລຊີ ເຂົ້າໃນການຮຽນ-ການສອນ ໃຫ້ກັບຄູ-ອາຈານ ກ່ອນເປີດສົກຮຽນ.ການສະໜອງອຸປະກອນການຮຽນ-ການສອນ: ຕ້ອງຮັບປະກັນໃຫ້ມີປຶ້ມແບບຮຽນ, ຄູ່ມືຄູ, ແລະ ອຸປະກອນການຮຽນ-ການສອນ ຢ່າງພຽງພໍ ແລະ ສົງເຖິງໂຮງຮຽນທຸກແຫ່ງໃຫ້ທັນກຳນົດເວລາ.ການວາງແຜນບໍລິຫານ ກຳນົດແຜນການສອນ, ແຜນກິດຈະກຳນອກຫຼັກສູດ, ລະບຽບການຂອງໂຮງຮຽນ, ລະບົບການຮັກສາຄວາມປອດໄພ ແລະ ມາດຕະການສົ່ງເສີມໂພຊະນາການໃນໂຮງຮຽນ ໃຫ້ມີຄວາມຈະແຈ້ງ.

ບັນດາຄູ-ອາຈານ: ແມ່ນແມ່ພິມຂອງຊາດ ຜູ້ຖ່າຍທອດຄວາມຮູ້ ແລະ ແຮງບັນດານໃຈ ຄືຫົວໃຈສໍາຄັນຂອງການປະຕິຮູບການສຶກສາ.ເພື່ອຕ້ອນຮັບສົກຮຽນໃໝ່, ຄູ-ອາຈານ ທຸກທ່ານ ຕ້ອງກະກຽມດ້ານວິຊາການ: ຄົ້ນຄວ້າຫຼັກສູດການສອນໃໝ່, ບົດສອນ ຈັດກຽມສື່ການສອນ ໃຫ້ມີຄວາມຫຼາກຫຼາຍ, ໜ້າສົນໃຈ ແລະ ທັນສະໄໝ ໂດຍການດຶງເອົາເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ໆ ເຂົ້າປະສົມປະສານ.ຈັດ ແລະ ປະດັບປະດາຫ້ອງຮຽນໃຫ້ມີບັນຍາກາດສົດຊື່ນ,ເອື້ອອຳນວຍຕໍ່ການຮຽນຮູ້, ເຮັດໃຫ້ຫ້ອງຮຽນເປັນສະຖານທີ່ທີ່ອົບອຸ່ນ ແລະ ເປັນມິດສຳລັບນັກຮຽນ, ສ້າງທັດສະນະຄະຕິທີ່ດີ,ມີຄວາມພ້ອມ ແລະ ເຕັມໄປດ້ວຍພະລັງ ທີ່ຈະອົບຮົມສັ່ງສອນ,ໃຫ້ຄວາມຮັກ ແລະ ແນະນຳແນວທາງທີ່ດີໃຫ້ກັບນັກຮຽນ.

ສ່ວນພໍ່ແມ່ ແລະ ຜູ້ປົກຄອງເປັນ ເສົາຫຼັກແຮງໃຈ ແລະ ເປັນຜູ້ສະໜັບສະໜູນຫຼັກ  ຄອບຄົວແມ່ນຮູບແບບການສຶກສາທຳອິດຂອງເດັກ.ຄວາມຮ່ວມມືຈາກພໍ່ແມ່ຜູ້ປົກຄອງ ແມ່ນປັດໄຈຊີ້ຂາດຜົນສໍາເລັດຂອງການຮຽນ.ໃນສົກຮຽນໃໝ່ນິ້, ຜູ້ປົກຄອງຄວນກະກຽມ ດ້ານວັດຖຸ ແລະ ອຸປະກອນ ຈັດຫາເຄື່ອງນຸ່ງປະຈໍາໂຮງຮຽນ,ປຶ້ມ, ບິກ,ສໍ ແລະ ອຸປະກອນການຮຽນທີ່ຈຳເປັນໃຫ້ຄົບຖ້ວນ ກ່ອນມື້ເປີດຮຽນ ເພື່ອໃຫ້ລູກຫຼານມີຄວາມພ້ອມ ແລະ ຄວາມໝັ້ນໃຈ.ແນະນໍາ ຊ່ວຍລູກຫຼານປັບເວລາການນອນ-ການຕື່ນ,ຫຼຸດຜ່ອນການຫຼິ້ນໂທລະສັບ ຫຼື ເກມ ແລະ ເລີ່ມສ້າງຕາຕະລາງເວລາການຄົ້ນຄວ້າຮຽນຢູ່ເຮືອນ ໃຫ້ກັບມາເຂົ້າຮູບເຂົ້າຮອຍ.ໃຫ້ກຳລັງໃຈ, ເວົ້າ ແລະ ຮັບຟັງຄວາມຮັກ,ຄວາມກັງວົນຂອງລູກ ກ່ຽວກັບສົກຮຽນໃໝ່, ສ້າງຄວາມຮູບສຶກຕື່ນເຕັ້ນ ແລະ ຢາກໄປໂຮງຮຽນໃຫ້ກັບເດັກ.ກຽມຄວາມພ້ອມທີ່ຈະໃຫ້ຄວາມຮ່ວມມືກັບໂຮງຮຽນ ແລະ ຄູປະຈຳຫ້ອງ,ເຂົ້າຮ່ວມການປະຊຸມຜູ້ປົກຄອງ ເພື່ອຕິດຕາມພັດທະນາການຂອງລູກຫຼານຢ່າງໃກ້ຊິດ.

ສໍາລັບຕົວນັກຮຽນເອງ ຜູ້ເຊິ່ງເປັນສູນກາງຂອງການຮຽນຮູ້, ການເປີດສົກຮຽນໃໝ່ ແມ່ນໜ້າທ້າທາຍ ແລະ ຄວາມຫວັງໃໝ່. ນັກຮຽນທຸກຄົນຕ້ອງກຽມຄວາມພ້ອມດ້ານຮ່າງກາຍ ແລະ ຈິດໃຈ ຮັກສາສຸຂະພາບໃຫ້ແຂງແຮງ, ພັກຜ່ອນໃຫ້ພຽງພໍ, ປັບທັດສະນະຄະຕິໃຫ້ມີຄວາມກະຕືລືລົ້ນ,ພ້ອມທີ່ຈະຮຽນຮູ້ສິ່ງໃໝ່ໆ ແລະ ເປີດຮັບມິດຕະພາບໃໝ່.ແລະ  ກໍານົດເປົ້າໝາຍໃຫ້ຊັດເຈນສຳລັບສົກຮຽນ 2026-2027 ເຊັ່ນ: ຢາກໄດ້ຜົນການຮຽນລະດັບໃດ, ຢາກພັດທະນາທັກສະດ້ານໃດ (ພາສາ, ເຕັກໂນໂລຊີ,ກິລາ ຫຼື ສິລະປະ) ເພື່ອເປັນແຮງຈູງໃຈໃນການຮຽນ.ກວດກາອຸປະກອນການຮຽນ, ເຄື່ອງແບບນັກຮຽນ ໃຫ້ຮຽບຮ້ອຍ, ພ້ອມທັງທົບທວນບົດຮຽນເກົ່າ ແລະ ອ່ານບົດຮຽນໃໝ່ລ່ວງໜ້າ ເພື່ອໃຫ້ສາມາດຕິດຕາມການສອນຂອງຄູໄດ້ຢ່າງທັນທ່ວງທີ. ປະຕິບັດຕາມລະບຽບຂອງໂຮງຮຽນຢ່າງເຄັ່ງຄັດ,ມີຄວາມຮັບຮອງໃນການຮຽນ ແລະ ການເຮັດວຽກບ້ານ.

ສະນັ້ນ, ການເປີດສົກຮຽນໃໝ່ ບໍ່ແມ່ນພຽງແຕ່ການເລີ່ມຕົ້ນຂອງການໄປໂຮງຮຽນຕາມລະບຽບການເທົ່ານັ້ນ,ແຕ່ມັນແມ່ນການຫວ່ານເມັດພັນແຫ່ງປັນຍາ ແລະ ອະນາຄົດຂອງຊາດ. ຄວາມສໍາເລັດຂອງການສຶກສາ ບໍ່ສາມາດເກີດຂຶ້ນໄດ້ຈາກຝ່າຍໃດຝ່າຍໜຶ່ງ, ແຕ່ຕ້ອງອາໄສຄວາມສາມັກຄີ, ການຮ່ວມມື ແລະ ການກຽມຄວາມພ້ອມຢ່າງຮອບດ້ານ ຈາກທັງ ຜູ້ບໍລິຫານ, ຄູ-ອາຈານ, ຜູ້ປົກຄອງ ແລະ ນັກຮຽນ.ຖ້າທຸກຝ່າຍຮ່ວມມືກັນຢ່າງພ້ອມເພຽງ, ສົກຮຽນ 2026-2027 ນິ້,ຈະເປັນສົກຮຽນແຫ່ງຄວາມສໍາເລັດ, ເຕັມໄປດ້ວຍຮອບຍິ້ມ, ຄວາມຮູ້, ແລະ ການພັດທະນາທີ່ຍືນຍົງ, ພ້ອມທີ່ຈະສ້າງຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ເພື່ອພັດທະນາປະເທດຊາດ ກໍຄືແຂວງບໍ່ແກ້ວໃຫ້ຈະເລີນຮຸ່ງເຮືອງຕໍ່ໄປ.

ບົດຂ່າວໂດຍ: ເງິນຫຼົງ ຈິດພູວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa