





ວັນທີ 26 ສີງຫາ 2026 ນີ້, ທີ່ກອງບັນຊາການທະຫານເມືອງປາກທາ ໄດ້ເປີດກອງປະຊຸມ ສະຫຼຸບ ຜົນສໍຳເລັດວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ໂດຍການເປັນປະທານຮ່ວມຂອງ ສະຫາຍ ສາລີ ວັນນະສານ ກຳມະການພັກແຂວງ ເລຂາຄະນະບໍລີຫານງານພັກເມືອງ, ສະຫາຍ ພັທ ສັງທອງ ບຸດສາ ຄະນະປະຈຳພັກເມືອງ ຫົວຫນ້າການເມືອງ ກອງບັນຊາການທະຫານເມືອງປາກທາ, ມີຄະນະພັກ-ຄະນະບັນຊາ ຕະຫລອດຮອດພະນັກງານ-ນັກຮົບເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ພັທ ທອງສີ ຈັນທະວັງໂສ ຫົວຫນ້າພະແນກບໍລີຫານ ໄດ້ຂື້ນຜ່ານຮ່າງບົດສະຫລຸບຕີລາຄາຄືນວຽກງານທີ່ໄດ້ຈັດຕັ້ງປະຕີບັດໃນໄລຍະຜ່ານມາ ເຊິງຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ຊີ້ນໍາ-ນຳມາກົມກອງເຄື່ອນໄຫວ ປະຕິບັດຫນ້າທີ່ວຽກງານ ສືກສາອົບຮົມດ້ານການເມືອງແນວຄິດ ປັນວຽກງານໜຶ່ງອັນສຳຄັນໃຫ້ແກ່ນາຍ ແລະ ພົນທະຫານໃນກົມກອງ ເປັນຕົ້ນແມ່ນການເຜີຍແຜ່ບັນດາເອກກະສານຄຳສັ່ງແນະນຳເພີມທະວີວຽກງານ ສືກສາອົບຮົມການເມືອງແນວຄິດ,ກົດລະບຽບຂອງກອງທັບປະຊາຊົນລາວ,ເຊື່ອມຊືມບັນດາມະຕິກອງປະຊຸມໃຫຍ່ຂອງສູນກາງ, ມູນເຊື້ອຂອງຊາດ-ຂອງພັກ ແລະ ຂອງກອງທັບ,ຈັດຕັ້ງເຜີ່ຍແຜ່ ສະພາບການຂອງໂລກ,ພາກພື້ນ ແລະ ພາຍໃນປະເທດ ເພື່ອໃຫ້ນາຍ ແລະ ພົນທະຫານເຂົ້າໃຈແຈ້ງ,ພະນັກງານ-ນັກຮົບມີຄວາມອຸ່ນອ່ຽນທຸ່ນທ່ຽງໃນການປະຕິບັດຫນ້າທີ່ການເມືອງ ຢ່າງມີສະຕິສູງ,ເປັນເຈົ້າການຕັດສິນບັນຫາຢ່າງມີໄຫວພິກ ສັນຕິວິທີການທີ່ຖືກຕ້ອງ,ມີຄວາມສາມັກຄີພາຍໃນ-ພາຍນອກຢ່າງກວ້າງຂວາງ, ຈາກນັ້ນ ແຕ່ລະພະແນກ-ຂະແໜ່ງການໄດ້ມີຄຳເຫັນແລກປ່ຽນຖອດຖອນບົດຮຽນໃສ່ຮ່າງບົດສະຫລຸບຢ່າງກົງໄປກົງມາ ເພື່ອເຮັດໃຫ້ຮ່າງບົດສະຫລຸບ ແລະ ວຽກທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດໃນຕໍ່ຫນ້າໃຫ້ຄົບຖ້ວນເລີກເຊິ່ງຂື້ນກ້າວເກົ່າ.
ພ້ອມດຽວກັນນີ້ກໍ່ໄດ້ຜ່ານດຳລັດຂອງປະທານປະເທດ ແລະ ລັດຖະມົນຕີວ່າດ້ວຍການປະດັບຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະ ໃບຍ້ອງຍໍລັດຖະມັນຕີ 75 ປີ,ໃຫ້ແກ່ນາຍ ແລະ ພົນທະຫານ ຜູ້ມີຜົນງານດີເດັ່ນຜ່ານມາ ເປັນກຽດຂື້ນປະດັບ ແລະ ມອບໂດຍ ສະຫາຍ ພັທ ສັງທອງ ບຸດສາ ຄະນະປະຈຳພັກເມືອງ ຫົວຫນ້າການເມືອງ ແລະ ສະຫາຍ ພັທ ຂັນທະລີ ອິນພະວົງ ຫົວຫນ້າການທະຫານ ກອງບັນຊາກການທະຫານເມືອງປາກທາ ຢ່າງສົມກຽດ.
ໂອກາດດຽວກັນນີ້ ສະຫາຍ ສາລີ ວັນນະສານ ກໍາມະການພັກແຂວງ ເລຂາຄະນະບໍລີຫານງານພັກເມືອງ ໄດ້ໃຫ້ກຽດໂອລົມ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນຫນັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນສືບຕໍ່ຍົກສູງສືກສາອົບຮົມການເມືອງແນວຄິດ,ປັບປຸງແບບແຜນຊີ້ນໍາ-ນຳພາແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ-ເຂັ້ມງວດ ຕິດພັນກັບການສ້າງຄວາມສາມັກຄີ ພາຍໃນກົມກອງໃຫ້ແໜ້ນແຟ້ນເຮັດສຳເລັດທຸກໜ້າທີໄດ້ມອບໝາຍ ເພື່ອໃຫ້ກົມກອງມີຄວາມເຂັ້ມແຂງ,ເອົາໃຈໃສ່ສືບຕໍ່ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ່ພາຍໃນກົມກອງ ແລະ ພາຍໃນສັງຄົມໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.
ພາບ-ຂ່າວ ຮທ ກ້ອນໃຈ ບຸດຕະວົງ