ຫ້ອງການຍຸຕິທໍາເມືອງ ຜາອຸດົມ, ແຂວງ ບໍ່ແກ້ວ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ ຂັ້ນບ້ານ.

ຕອນເຊົ້າຂອງ ວັນທີ 27 ສິງຫາ 2026 ຄະນະທິມງານຫ້ອງການຍຸຕິທໍາເມືອງ ຜາອຸດົມ, ແຂວງ ບໍ່ແກ້ວ ໄດ້ລົງເຄື່ອນໄຫວ ໂຄສະນາເຜີຍແຜ່ກົດໝາຍ ແລະ ລົງຊຸກຍູ້ ປະເມີນຄືນ ຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ, ປັບປຸງໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ

ໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາປິວ ປານຄໍາ ຫົວໜ້າຫ້ອງການຍຸຕິທໍາເມືອງ ແລະ ທ່ານ ອຸ່ນແກ້ວ ສາລີວົງ ປະທານບ້ານ-ບ້ານໃຫ່ຍຖິ່ນແກ້ວ, ການລົງໂຄສະນາເຜີຍແຜ່ໃນຄັ້ງນີ້ກໍ່ມີ, ເຖົ້າແນວໂຮມ, ອົງການຈັດຕັ້ງບ້ານທຸກຂັ້ນ, ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ແລະ  ພໍ່ແມ່ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ

ຈຸດປະສົງໃນການລົງຈັດຕັ້ງປະຕິບັດວຽກງານຍຸຕິທໍາຢູ່ຂັ້ນບ້ານ ໃນຄັ້ງນີ້ແມ່ນ: ລົງໂຄສະນາເຜີຍແຜ່ກົດໝາຍ, ປະເມີນຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ ແລະ ປັບປຸງໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ເພື່ອເຮັດໃຫ້ການຈັດຕັ້ງບ້ານ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຂອງລັດທີວາງອອກໃນແຕ່ໄລຍະ, ເພື່ອຍົກສູງສະຕິໃນການເຄົາລົບກົດໝາຍ, ຫັນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍເທື່ອລະກ້າວ. ກົດໝາຍທີ່ນໍາມາໂຄສະນາເຜີຍແຜ່ມີຄື: ກົດໝາຍວ່າດ້ວຍທະບຽນສານ, ກົດໝາຍວ່າດ້ວຍປະຕິບັດຄໍາຕັດສີນຂອງສານ, ດໍາລັດ 77/ລບ ວ່າດ້ວຍການຊ່ວຍເຫຼື່ອທາງດ້ານກົດໝາຍ ແລະ ດຳລັດ 626/ລບ ວ່າດ້ວຍການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ

ໃນຕອນທ້າຍ ທ່ານ ຄໍາປິວ ປານຄໍາ ຫົວໜ້າຫ້ອງການຍຸຕິທໍາເມືອງ ກໍໄດ້ມີຄໍາເຫັນ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ອົງການຈັດຕັ້ງບ້ານ, ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ໃຫ້ເອົາໃຈໃສ່ ແລະ ເປັນເຈົ້າການຕໍ່ກັບການຕ້ານບັນດາປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນ ແລະ ພ້ອມກັນແກ້ໄຂ່ບັນດາຂໍ້ຂັດແຍ່ງຕ່າງໆພາຍໃນບ້ານໃຫ້ມີຄວາມສະຫງົບ.

ພາບ, ຂ່າວ: ນາງ ພອນ ຈະເລີນຜົນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa