




ຕອນເຊົ້າຂອງ ວັນທີ 27 ສິງຫາ 2026 ຄະນະທິມງານຫ້ອງການຍຸຕິທໍາເມືອງ ຜາອຸດົມ, ແຂວງ ບໍ່ແກ້ວ ໄດ້ລົງເຄື່ອນໄຫວ ໂຄສະນາເຜີຍແຜ່ກົດໝາຍ ແລະ ລົງຊຸກຍູ້ ປະເມີນຄືນ ຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ, ປັບປຸງໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ
ໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາປິວ ປານຄໍາ ຫົວໜ້າຫ້ອງການຍຸຕິທໍາເມືອງ ແລະ ທ່ານ ອຸ່ນແກ້ວ ສາລີວົງ ປະທານບ້ານ-ບ້ານໃຫ່ຍຖິ່ນແກ້ວ, ການລົງໂຄສະນາເຜີຍແຜ່ໃນຄັ້ງນີ້ກໍ່ມີ, ເຖົ້າແນວໂຮມ, ອົງການຈັດຕັ້ງບ້ານທຸກຂັ້ນ, ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ
ຈຸດປະສົງໃນການລົງຈັດຕັ້ງປະຕິບັດວຽກງານຍຸຕິທໍາຢູ່ຂັ້ນບ້ານ ໃນຄັ້ງນີ້ແມ່ນ: ລົງໂຄສະນາເຜີຍແຜ່ກົດໝາຍ, ປະເມີນຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ ແລະ ປັບປຸງໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ເພື່ອເຮັດໃຫ້ການຈັດຕັ້ງບ້ານ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຂອງລັດທີວາງອອກໃນແຕ່ໄລຍະ, ເພື່ອຍົກສູງສະຕິໃນການເຄົາລົບກົດໝາຍ, ຫັນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍເທື່ອລະກ້າວ. ກົດໝາຍທີ່ນໍາມາໂຄສະນາເຜີຍແຜ່ມີຄື: ກົດໝາຍວ່າດ້ວຍທະບຽນສານ, ກົດໝາຍວ່າດ້ວຍປະຕິບັດຄໍາຕັດສີນຂອງສານ, ດໍາລັດ 77/ລບ ວ່າດ້ວຍການຊ່ວຍເຫຼື່ອທາງດ້ານກົດໝາຍ ແລະ ດຳລັດ 626/ລບ ວ່າດ້ວຍການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ
ໃນຕອນທ້າຍ ທ່ານ ຄໍາປິວ ປານຄໍາ ຫົວໜ້າຫ້ອງການຍຸຕິທໍາເມືອງ ກໍໄດ້ມີຄໍາເຫັນ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ອົງການຈັດຕັ້ງບ້ານ, ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ໃຫ້ເອົາໃຈໃສ່ ແລະ ເປັນເຈົ້າການຕໍ່ກັບການຕ້ານບັນດາປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນ ແລະ ພ້ອມກັນແກ້ໄຂ່ບັນດາຂໍ້ຂັດແຍ່ງຕ່າງໆພາຍໃນບ້ານໃຫ້ມີຄວາມສະຫງົບ.
ພາບ, ຂ່າວ: ນາງ ພອນ ຈະເລີນຜົນ