ສະຫະພັນກຳມະບານເມືອງເມິງ ເປີດຂະບວນການຂໍ້ແຂ່ງຂັນ 5 ເປັນເຈົ້າ.

ໃນວັນທີ 26 ສິງຫາ 2026 ນີ້ຢູ່ທີ່ສະໂມສອນເມືອງເມິງ ແຂວງບໍ່ແກ້ວ ສະຫະພັນກຳມະບານເມືອງເມິງໄດ້ເປີດຂະບວນການຂໍ້ແຂງຂັນ 5 ເປັນເຈົ້າ ໂດຍການເປັນປະທານຂອງສະຫາຍ ຕູ້ຍເພັດສົງຄາມ ກຳມະການພັກເມືອງ ປະທານສະຫະພັນກຳມະບານເມືອງ ເປັນກຽດເຂົ້າຮ່ວມໂດຍສະຫາຍ ສີວິໄລ ສີແສນດີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ແກ້ວລາ ນໍລະສິງ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ປະທານສະຫະພັນກຳມະບານແຂວງ, ມີ ບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮ້ອງຫົວໜ້າຫ້ອງການ, ຄະນະກຳມະການປົກຄອງຕາແສງ, ກອງບັນຊາການ ປກສ ເມືອງ, ຄະນະບໍລິຫານງານສະຫະພັນກຳມະບານເມືອງ, ປະທານ-ຮອງປະທານກຳມະບານຮາກຖານຕະຫຼອດຮອດສະມາຊິກກຳມະບານອ້ອມຂ້າງເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ຕຸ້ຍ ເພັດສົງຄາມ ກຳມະການພັກເມືອງ ປະທານສະຫະພັນກຳມະບານເມືອງ ໄດ້ກ່າວເປີດພິທີຂໍ້ແຂງຂັນ 5 ເປັນເຈົ້າຂື້ນຢ່າງເປັນທາງການ ໃນໂອກາດດຽວກັນນີ້ ສະຫາຍນາງ ແອ່ນຄຳ ພົມມະທັດ ຮອງປະທານສະຫະພັນກຳມະບານເມືອງ ໄດ້ຂຶ້ນຜ່ານບົດແນະນຳຂອງສູນກາງກຳມະບານລາວ ສະບັບເລກທີ 299/ສກລ, ລົງວັນທີ 6 ກຸມພາ 2026ວ່າດ້ວຍການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂງຂັນ 5 ເປັນເຈົ້າ ຂອງສະຫະພັນກຳມະບານລາວ ຈາກນັ້ນສະຫາຍ ບຸນງາ ເພັດສຳລານ ຮອງປະທານສະຫະພັນກຳມະບານເມືອງໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ສະບັບເລກທີ 144/ຄປມ.ມມ ວ່າດ້ວຍການແຕ່ງຕັ້ງຜູ້ຊີ້ນຳລວມ ແລະ ຄະນະຮັບຜິດຊອບພິທີເປີດຂໍ້ແຂ່ງຂັນ 5 ເປັນເຈົ້າສະຫະພັນກຳມະບານເມືອງເມິງ ແລະ ແຜນການແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານເມືອງເມິງແຕ່ປີ 2026-2029 ເມືອງເມິງມີກຳມະບານຮາກຖານທັງໝົດ 23 ຮາກຖານ, ມີສະມາຊິກກຳມະບານທັງໝົດ 437 ສະຫາຍ ໃນນັ້ນສະມາຊິກກຳມະບານພະນັກງານ-ລັດຖະກອນ, ກຳມະກອນ ແລະ ຜູ້ອອກແຮງງານບັນດາເຜົ່າແມ່ນຈະໄດ້ພ້ອມກັນຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຄື: ເປັນເຈົ້າຝຶກຝົນຫຼໍ່ຫຼອມທາງດ້ານການເມືອງແນວຄິດ, ເປັນເຈົ້າປະຕິບັດກົດໝາຍ ແລະ ລະບຽບການຂອງລັດ, ເປັນເຈົ້າພັດທະນາຕົນເອງ ແລະ ການຈັດຕັ້ງ, ເປັນເຈົ້າປົກປ້ອງສິດຜົນປະໂຫຍດອັນຊອບທຳ ແລະ ເປັນເຈົ້າປະຕິບັດໜ້າທີວິຊາສະເພາະຢ່າງປະດິດສ້າງ ເພື່ອເຮັດໃຫ້ສະມາຊິກກຳມະບານກຳໄດ້ເນື້ອໃນຈິດໃຈຂອງຂໍ້ແຂ່ງຂັນ 5 ເປັນເຈົ້າຕາມແຕ່ລະມາດຖານເງື່ອນໄຂ-ບາດກ້າວການຈັດຕັ້ງປະຕິບັດໃນຕໍ່ໜ້າຈາກນັ້ນກຳມະບານຮາກຖານທັງ 23 ຮາກຖານທົ່ວເມືອງເມິງ ຍັງໄດ້ຂືນຈັບມືຮັບຮອງເອົາເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານເມືອງເມິງຢ່າງເປັນທາງການຕືມອີກ.

ໃນພິທີອັນມີຄວາມໝາຍຄວາມສຳຄັນນີ້ຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ສີວິໄລ ສີແສນດີ ກຳມະການພັກແຂວງ ເລຂາພັກເມືອງ ແລະ ສະຫາຍ ແກ້ວລາ ນໍລະສິງ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ປະທານສະຫະພັນກຳມະບານແຂວງບໍ່ແກ້ວ ເຊີ່ງສະຫາຍໄດ້ເນັ້ນໜັກບັນຫາທີ່ສຳຄັນເປັນຕົນແມ່ນໃຫ້ຄະນະບໍລິຫານງານສະຫະພັນກຳມະບານເມືອງແຕ່ລະຂັ້ນຕ້ອງເປັນເຈົ້າການຄົ້ນຄວ້າເຊື່ອມຊຶມມະຕິຄຳສັງຂອງພັກ-ລັດກຳແໜ້ນຕໍ່ແນວທາງນະໂຍບາຍໃຫ້ເລິກເຊິ່ງເອົາໃຈໃສ່ຍົກສູງພາລະບົດບາດ, ສິດ ແລະ ໜ້າທີຂອງສະຫະພັນກຳມະບານໃນແຕ່ລະຂັ້ນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານກຳມະກອນ ແລະ ຊາວຜູ້ອອກແຮງງານໃຫ້ທົ່ວເຖິງ, ໃຫ້ ຄະນະບໍລິຫານງານສະຫະພັນກຳມະບານເມືອງກໍ່ຄືປະທານ-ຮອງປະທານກຳມະບານຮາກຖານຈົ່ງເປັນເຈົ້າການໃນການຊີ້ນຳໆພາ ສະມາຊິກກຳມະບານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເພື່ອສຸ່ມໃສໃນການຈັດຕັ້ງປະຕິບັດຕາມເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວທີໄດ້ວາງອອກໃຫ້ເຂັ້ມງວດຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາເພີ້ມທະວີການປະສານງານກັບອົງການຈັດຕັ້ງຕ່າງໆເພື່ອເປັນກຳລັງແຮງໃນການຈັດຕັ້ງປະຕິບັດໜ້າທີວຽກງານທີ່ໄດ້ຮັບການມອບໝາຍຈາກຄະນະພັກຂັ້ນເທິງໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີກຳນົດໄວ້.

ພາບ-ຂ່າວ ຄຳແສນ ເພັດຕິກອນ.

ຈາກ: ສະຫະພັນກຳມະບານ ແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa