ພາຍຫຼັງສຳເລັດການພົບປະກັບຄະນະນຳແຂວງເຊີນລາ ມາໃນວັນທີ 18 ສິງຫາ 2026 ນີ້ ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະໄດ້ສືບຕໍ່ໄປທັດສະນະທ່ຽວຊົມ ສະຖານທີ່ທ່ອງທ່ຽວຟາມງົວນົມ ມົກເຈົາ ແຂວງເຊີນລາ
ເປັນຟາມງົວນົມແຫ່ງທຳອິດ ແລະ ມີຊື່ສຽງໃນເຂດພູສູງມົກເຈົາ ທີ່ເປີດໃຫ້ນັກທ່ອງທ່ຽວເຂົ້າຊົມ ນັກທ່ອງທ່ຽວສາມາດຮຽນຮູ້ ແລະ ເຮັດກິດຈະກຳໄດ້ ເຊັ່ນ: ການໃຫ້ອາຫານງົວ ແລະ ການທົດລອງລີດນົມງົວ, ມີຮ້ານຈຳໜ່າຍ ແລະ ໃຫ້ຊີມຜະລິດຕະພັນນົມສົດ ແລະ ຂະໜົມນົມທີ່ແປຮູບສົດໆ ຈາກຟາມ ເປັນໂຄງການໜຶ່ງຕາແສງ ໜຶ່ງຜະລິດຕະພັນ ຫຼື OCOP ຂອງມົກເຈົາ ທີ່ເນັ້ນສຸມໃສ່ການພັດທະນາຜະລິດຕະພັນກະສິກຳ ແລະ ສິນຄ້າທ້ອງຖິ່ນທີ່ມີທ່າແຮງ; ຈຸດຂາຍ ແມ່ນໄດ້ສົ່ງເສີມການຕະຫຼາດ ເພື່ອຂາຍຜະລິດຕະພັນ ຈົນກາຍເປັນທີ່ນິຍົມ ແລະ ຮູ້ຈັກຢ່າງແພ່ຫຼາຍ, ໂດຍສະເພາະ ເສືອຈົວ ຫຼືເອີ້ນທາງບ້ານເຮົາກໍແມ່ນນົມສົ້ມ ເຊິ່ງມີຫຼາກຫຼາຍສົດຊາດທີ່ແຊບຊ້ອຍ ນອກນັ້ນຍັງມີ ປະເພດເຂົ້າໜົມ, ໝາກໄມ້ອົບແຫ້ງ ແລະ ນົມງົວສົດ ດື່ມນົມ ງົວອຸ່ນໆຮັບລົດຊາດສົດໆເຖິງທີ່ກັນເລີຍ ພ້ອມທັງຊື້ເປັນຂອງຝາກຂອງຕ້ອນໃຫ້ຄົນທາງບ້ານ.
ສະຖານທີ່ທ່ອງທ່ຽວຟາມງົວນົມ ມົກເຈົາ ຕັ້ງຢູ່ພາກຕາເວັນຕົກສຽງເໜືອຂອງຫວຽດນາມ, ຫາກຈະມາທ່ຽວມົກເຈົາ ເຂົ້າທາງຊຳເໜືອແມ່ນຫ່າງຈາກເທສະບານເມືອງຊຳເໜືອ ແຂວງຫົວພັນພຽງແຕ່ 160 ກິໂລແມັດ, ຂີ່ລົດປະມານ 4 ຊົ່ວໂມງ ເທົ່ານັ້ນ.











ຂ່າວ: ຈ.ຈັນທະລິດ
ພາບ: ສາຍສະໝອນ ແກ້ວວິສິດ