ທ່ານ ນາຍົກລັດຖະມົນຕີ ຊີ້ນຳການຄຸ້ມຄອງ ແລະ ພັດທະນາເຂດເສດຖະກິດພິເສດສາມຫ່ຼຽມຄຳ.

  ໃນຕອນບ່າຍ ວັນທີ 18 ສິງຫາ 2026 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແລະ ຄະນະ ໄດ້ເຄື່ອນໄຫວຊີ້ນຳວຽກງານ ຢູ່ເຂດເສດຖະກິດພິເສດສາມຫ່ຼຽມຄຳ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ; ມີທ່ານ ປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ, ພ້ອມດ້ວຍຄະນະນຳຂອງ ແຂວງ, ເມືອງຕົ້ນເຜິ້ງ, ອົງການຄຸ້ມຄອງ-ບໍລິຫານເຂດ, ສະພາບໍລິຫານເຂດ ແລະ ກຸ່ມບໍລິສັດຜູ້ພັດທະນາເຂດ ໃຫ້ການຕ້ອນຮັບ.

  ເຂດເສດຖະກິດພິເສດສາມຫ່ຼຽມຄຳ ສ້າງຕັ້ງຂຶ້ນໃນປີ 2007, ມີເນື້ອທີ່ 10 ພັນເຮັກຕາ, ໃນນັ້ນ ເຂດພັດທະນາຕົວເມືອງ 3 ພັນເຮັກຕາ ແລະ ເຂດປ່າພື້ນທີ່ສີຂຽວ 7 ພັນເຮັກຕາ. ໄລຍະ 19 ປີຜ່ານມາ ສາມາດດຶງດູດການລົງທຶນພັດທະນາກິດຈະການຕ່າງໆ ເປັນຕົ້ນ ການຜະລິດ, ອະສັງຫາລິມະຊັບ, ທີ່ຢູ່ອາໄສ, ໂຮງແຮມ, ການຄ້າ, ທະນາຄານ, ການທ່ອງທ່ຽວ, ການບໍລິການ ແລະ ອື່ນໆ ລວມມູນຄ່າທັງໝົດ ປະມານ 10 ຕື້ໂດລາສະຫະລັດ, ຊຶ່ງທຽບໃສ່ບັນດາກິດຈະການລົງທຶນ ທີ່ກໍານົດຕາມສັນຍາ ແມ່ນປະຕິບັດໄດ້ປະມານ 60%, ປັດຈຸບັນ ມີແຮງງານ ທີ່ໄດ້ຈົດທະບຽນຢູ່ເຂດ 10 ພັນກວ່າຄົນ, ນອກນັ້ນ ແມ່ນນັກລົງທຶນ, ເຈົ້າຂອງທຸລະກິດ, ຜູ້ທີ່ພັກອາໄສ ແລະ ນັກທ່ອງທ່ຽວ ມີປະມານ 10 ພັນກວ່າຄົນ. ສໍາລັບພະນັກງານລັດຈາກຂະແໜງ ການຕ່າງໆ ມີທັງໝົດ 400 ກວ່າທ່ານ.

  ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳວຽກງານບາງດ້ານ ເປັນຕົ້ນ ໃຫ້ພາກສ່ວນກ່ຽວຂ້ອງສົມທົບກັນ ສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນ, ການບໍລິການຜ່ານລະບົບກົນໄກປະຕູດຽວ, ຊຸກຍູ້ສົ່ງເສີມວຽກງານການລົງທຶນຢ່າງແຂງແຮງ ໂດຍສະເພາະ ຂະແໜງການທີ່ຈະເປັນເສົາຄໍ້າເສດຖະກິດໃຫ້ຂະຫຍາຍຕົວ ແລະ ມີຄວາມຍືນຍົງ ເປັນຕົ້ນ ການທ່ອງທ່ຽວ, ການຜະລິດ, ການປຸງແຕ່ງ, ການຂົນສົ່ງ, ການສຶກສາ, ສາທາລະນະສຸກ ແລະ ອື່ນໆ; ໃຫ້ຂະແໜງການກ່ຽວຂ້ອງຂອງແຂວງ ສົມທົບກັບກັບຄະນະຄຸ້ມຄອງ-ບໍລິຫານເຂດ ແລະ ຜູ້ລົງທຶນພັດທະນາເຂດ ຈັດຕັ້ງລະບົບການຮຽນ-ການສອນ ລະດັບສາມັນສຶກສາ ຕາມຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາວາງອອກ, ລວມທັງ ສູນຝຶກວິຊາຊີບ ໃນສາຂາຕ່າງໆ ໃຫ້ກາຍເປັນຮູບປະທຳໂດຍໄວ; ເອົາໃຈໃສ່ບັງຄັບໃຊ້ກົດໝາຍ ວ່າດ້ວຍວິສາຫະກິດ ຢ່າງເຂັ້ມງວດ; ໃຫ້ຄຸ້ມຄອງການຊໍາລະສະສາງຕ່າງໆ ເປັນຕົ້ນ ການຄ້າ, ການລົງທຶນ, ການເບີກຈ່າຍຄ່າແຮງງານ, ການບໍລິການ ແລະ ອື່ນໆ ຜ່ານລະບົບທະນາຄານ ຂອງສປປ ລາວ ໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເຂັ້ມງວດ ແລະ ມີປະສິດທິຜົນຫຼາຍຂຶ້ນກວ່າເກົ່າ; ໃຫ້ຜູ້ພັດທະນາເຂດ ສ້າງກິດຈະກຳຕ່າງໆ ເພື່ອດຶງດູດການທ່ອງທ່ຽວ, ການລົງທຶນ ໃຫ້ມີບັນຍາກາດຟົດຟື້ນ-ຕໍ່ເນື່ອງ; ສືບຕໍ່ພົວພັນຮ່ວມມື ແລະ ຂະຫຍາຍສາຍການບິນກັບທ້ອງຖິ່ນຕ່າງໆ ຂອງບັນດາປະເທດໃກ້ຄຽງ ໃຫ້ນັບມື້ຫຼາຍຂຶ້ນ; ຄຸ້ມຄອງການເຂົ້າ-ອອກເມືອງ ໂດຍສະເພາະ ການເຂົ້າ-ອອກເຂດ ຢ່າງເຄັ່ງຄັດ, ຈຳກັດຊ່ອງຫວ່າງການສວຍໂອກາດເຄື່ອນໄຫວບໍ່ດີຕ່າງໆ; ຮີບຮ້ອນປັບປຸງສັນຍາສຳປະທານເຂດ ໃຫ້ຮັດກຸມ, ສອດຄ່ອງກັບກົດໝາຍ-ລະບຽບການທີ່ກ່ຽວຂ້ອງ ແລະ ຍາດແຍ່ງໄດ້ຜົນປະໂຫຍດຫຼາຍຂຶ້ນ; ປັບປຸງຄະນະຄຸ້ມຄອງ-ບໍລິຫານເຂດ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ, ເຄື່ອນໄຫວວຽກງານມີຄວາມໂລ່ງລ່ຽນ ແລະ ຮັບປະກັນປະສິດທິຜົນ; ໃຫ້ມີກົນໄກການພົວພັນຮ່ວມມືກັບແຂວງຊາຍແດນ ຂອງປະເທດໃກ້ຄຽງ ເພື່ອຄຸ້ມຄອງແຮງງານ ຈາກບັນດາປະເທດເຫຼົ່ານັ້ນ ໃຫ້ໄດ້ຮັບຜົນດີ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa