





ສໍາເລັດກອງປະຊຸມໃຫຍ່ຄັ້ງທີ່ I ຂອງ 3 ໜ່ວຍພັກຫ້ອງການກະສິກໍາ ແລະສິ່ງແວດລ້ອມເມືອງຜາອຸດົມ.
ກອງປະຊຸມໃຫຍ່ຂອງ 3 ໜ່ວຍພັກຫ້ອງການກະສິກໍາ ແລະສິ່ງແວດລ້ອມ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດຂຶ້ນ ແລະສໍາເລັດລົງໃນຕອນເຊົ້າຂອງວັນທີ 4 ກັນຍາ 2026 ນີ້. ຢູ່ທີ່ສະໂມສອນຫ້ອງວ່າການ ເມືອງຜາອຸດົມ ແຂວງບໍ່ແກ້ວ ໂດຍການເປັນປະທານຮ່ວມຂອງສະຫາຍ ດວງແກ້ວ ໄຊວົງກົດ ເລຂາໜ່ວຍພັກບໍລິຫານ, ສະຫາຍ ສົມໄຊ ວັນນະຈອມຈັນ ເລຂາໜ່ວຍພັກ ສິ່ງແວດລ້ອມ ແລະປ່າໄມ້, ສະຫາຍ ປັນແສງ ພົງສະຫວັນ ເລຂາໜ່ວຍພັກ ສົ່ງເສີມກະສິກໍາ ແລະສະຫະກອນ, ເປັນກຽດເຂົ້າຮ່ວມກອງປະຊຸມຂອງສະຫາຍ ບຸນສີ ທອງສະໄຫວ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ, ມີສະຫາຍ ບົວເກດ ສືບໄຊຍາ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ມີຄະນະຮັບຜິດຊອບຫ້ອງການກ່ຽວຂ້ອງ, ແຂກເຊີນ ພ້ອມດ້ວຍສະມາຊິກພັກສົມບູນພາຍໃນ 3 ໜ່ວຍພັກເຂົ້າຮ່ວມທັງໝົດ 36 ສະຫາຍ, ຍິງ 9 ສະຫາຍ.
ກອງປະຊຸມຄະນະຮັບຜິດຊອບໄດ້ຜ່ານຮ່າງບົດລາຍງານການເມືອງທັງສອງພາກເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະບົດຮຽນທີ່ຖອດ-ຖອນໄດ້. ຕະຫຼອດໄລຍະ 5 ປີ ຜ່ານມາຄະນະໜ່ວຍພັກໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ, ຄະນະໜ່ວຍພັກໄດ້ເອົາໃຈໃສ່ຊຸກຍູ້-ສົ່ງເສີມສະມາຊິກພັກ, ພະນັກງານທຸກສະຫາຍເອົາໃຈໃສ່ເຊື່ອມຊືມແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ,ກົດລະບຽບຂອງພັກ ແລະກົດໝາຍຂອງລັດ, ພ້ອມທັງຜ່ານຮ່າງແຜນພັດທະນາເສດຖະກິດສັງຄົມຂອງໜ່ວຍພັກ ກອງປະຊຸມຄະນະໜ່ວຍພັກຊຸດເກົ່າໄດ້ຂຶ້ນກ່າວລາໜ້າທີ່. ຈາກນັ້ນ, ຄະນະຮັບຜິດຊອບຫ້ອງການກ່ຽວຂ້ອງໄດ້ຜ່ານມະຕິຕົກລົງຮັບຮອງເອົາຊາຍຊື່ຜູ້ມີສິດສະໝັກເປັນຄະນະພັກຊຸດໃໝ່ທັງ 3 ໜ່ວຍ ແລະຜ່ານມາດຖານເງື່ອນໄຂຂອງຜູ້ທີ່ຈະເປັນຄະນະໜ່ວຍພັກ ພ້ອມທັງດໍາເນີນການບ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ເຊິ່ງມີລາຍຊື່ຜູ້ສະໝັກ 5 ສະຫາຍ ໃນນີ້ ເລືອກເອົາ 3 ສະຫາຍ, ຜ່ານການໃຊ້ສິດປະຊາທິປະໄຕຂອງສະມາຊິກພັກສົມບູນໃນການປ່ອນບັດຄັດເລືອກ ແລະຜົນຂອງກອງປະຊຸມປະຖົມມະລຶກໄດ້ເປັນເອກະສັນເລືອກເອົາ ສະຫາຍ ອໍາພອນ ຈະເລີນສຸກ ເປັນເລຂາໜ່ວຍພັກບໍລິຫານ, ເລືອກເອົາສະຫາຍ ນາງ ປິ່ນແກ້ວ ລໍມະນີ ເປັນຮອງເລຂາໜ່ວຍພັກທັງເປັນປະທານກວດກາໜ່ວຍພັກ, ເລືອກເອົາສະຫາຍ ສົມໄລ ຮັກພາສິດ ເປັນກໍາມະການໜ່ວຍພັກ, ເລືອກເອົາສະຫາຍ ສົມໄຊ ວັນນະຈອມຈັນ ເປັນເລຂາໜ່ວຍພັກສິ່ງແວດລ້ອມ ແລະປ່າໄມ້, ເລືອກເອົາສະຫາຍ ຈອມແສງ ສຸລິຍະແສງ ເປັນຮອງເລຂາໜ່ວຍພັກທັງເປັນປະທານກວດກາໜ່ວຍພັກ, ເລືອກເອົາສະຫາຍ ອາລຸນສະຫວັດ ຮໍ່ຄໍາ ເປັນກໍາມະການໜ່ວຍພັກ, ເລືອກເອົາສະຫາຍ ປັນແສງ ພົງສະຫວັນ ເປັນເລຂາໜ່ວຍພັກສົ່ງເສີມກະສິກໍາ ແລະສະຫະກອນ, ເລືອກເອົາສະຫາຍ ຄໍາຫຼ້າ ຜົງອາດີດ ເປັນຮອງເລຂາໜ່ວຍພັກທັງເປັນປະທານກວດກາໜ່ວຍພັກ, ເລືອກເອົາສະຫາຍ ແອລາວ ລ້ານຄໍາແດງ ເປັນກໍາມະການໜ່ວຍພັກ.
ໂອກາດນີ້, ສະຫາຍ ບຸນສີ ທອງສະໄຫວ ປະທານຄະນະກໍາມະການປົກຄອງເມືອງ ໄດ້ມີຄໍາເຫັນເນັ້ນໜັກ ຫຼາຍດ້ານຕໍ່ກັບບັນດາສະຫາຍທີ່ໄດ້ຮັບການປ່ອນບັດຄັດເລືອກມາເປັນຄະນະໜ່ວຍພັກຊຸດໃໝ່ຕ້ອງຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດບັນດາຫຼັກການ, ລະບອບແບບແຜນວິທີນຳພາ ແລະມີຄວາມຮັບຜິດຊອບໂດຍກົງຕໍ່ຜົນໄດ້-ຜົນເສຍ ຂອງວຽກງານ ໃຫ້ມີປະສິດທິພາບ ແລະປະສິດທິຜົນສູງ, ແບ່ງວຽກ-ແບ່ງງານ, ແບ່ງຄວາມຮັບຜິດ ຊອບພາຍໃນຄະນະພັກໃຫ້ແຕ່ລະສະຫາຍໃຫ້ລະອຽດອຽດ, ຈະແຈ້ງ, ດຳລົງຊີວິດແບບປອດໃສຂາວສະອາດ, ດຸໝັ່ນ, ຊື່ສັດ, ກຳແຫນ້ນ ແລະຮູ້ຜັນຂະຫຍາຍແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງໃຫ້ເປັນ ແຜນການ, ເປັນໂຄງການວຽກງານລະອຽດ ທີ່ສອດຄ່ອງກັບຈຸດພິເສດ, ທ່າແຮງບົ່ມຊ້ອນ ແລະຕ້ອງເຂົ້າໃຈຕື່ມອີກວ່າການເຂົ້າມາຢູ່ໃນຄະນະພັກ ບໍ່ ແມ່ນເພື່ອມາເປັນອາດຍາເຈົ້ານາຍ, ບໍ່ແມ່ນເພື່ອຫາຜົນປະໂຫຍດສ່ວນຕົວ, ແຕ່ຕ້ອງຖືວ່າແມ່ນເຂົ້າມາເພື່ອຮັບໃຊ້ພາລະກິດ ປະຕິວັດອັນສູງສົ່ງຂອງພັກ ນັ້ນແມ່ນເຮັດທຸກສິ່ງທຸກຢ່າງ ເພື່ອຄວາມສົມບູນພູນສຸກ ຂອງປະຊາຊົນໃຫ້ນັບມື້ດີຂື້ນເທື່ອລະກ້າວ. ຕອນທ້າຍຂອງກອງປະຊຸມໄດ້ມີການຍົກບັດແດງຂອງສະມາຊິກພັກສົມບູນເພື່ອຮັບຮອງເອົາຜົນສໍາເລັດ ແລະມະຕິຂອງກອງປະຊຸມໃຫຍ່ຄັ້ງທີ່ I ຂອງ 3 ໜ່ວຍພັກຫ້ອງການກະສິກໍາ ແລະສິ່ງແວດລ້ອມ ເມືອງ.
ພາບ-ຂ່າວ ໂສພາ ທິບພະວົງ. ວິຊາການຂ່າວຄະນະໂຄສະນາອົບຮົມເມືອງຜາອຸດົມ.