ເມືອງຜາອຸດົມ ແຂວງບໍ່ແກ້ວ ປາຖະກະຖາ ວັນສ້າງຕັ້ງ ວັນສຳຄັນຕ່າງໆຂອງຊາດ.

  ຕອນເຊົ້າ ວັນທີ 18 ສິງຫາ 2026ນີ້ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງ 6 ວັນສຳຄັນຕ່າງໆຂອງຊາດ ຂື້ນຢູ່ທີສະໂມສອນຂອງເມືອງ ພາຍໃຕ້ການເປັນປະທານ ຂອງທ່ານ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຜາອຸດົມ, ມີຄະນະປະຈຳພັກ – ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ, ກອງພັນໃຫ່ຍ 302, ສານປະຊາຊົນ ແລະ ໄອຍະການປະຊາຊົນເຂດII, ຕະຫຼອດຮອດພະນັກງານລັດຖະກອນອ້ອມຂ້າງເມືອງ, ແນວລາວສ້າງຊາດບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.

  ພິທີ ຕາງໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຮອງປະທານຄະນະກວດກາພັກ ເມືອງຜາອຸດົມ, ພ້ອມດ້ວຍ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຮອງປະທານອົງການກວດກາລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງເມືອງ. ໃນນີ້ ຄະນະປະຈຳພັກເມືອງຜາອຸດົມ ຕົກລົງ ເຫັນດີແຕ່ງຕັ້ງ ສະຫາຍ ສົມພົງ ຈີນຈາລະນີ ຂື້ນເປັນຮອງປະທານຄະນະກວດກາພັກເມືອງ, ແລະ ຄະນະກຳມະການປົກຄອງເມືອງ ເຫັນດີແຕ່ງຕັ້ງ ສະຫາຍ ສົມພົງ ຈີນຈາລະນີ ຂື້ນເປັນຮອງອົງການກວດກາລັດ ແລະ ຮອງຫົວໜ້າອົງການ ຕ້ານການສໍ້ລາດບັງຫຼວງ ເມືອງຜາອຸດົມ, ຈາກນັ້ນ ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການປາຖະກະຖາ ເລົາຄືນມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ, ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ ( 13 ສິງຫາ 1950 – 13 ສິງຫາ 2026 ), ວັນຍຶດອໍານາດ ຄົບຮອບ 81 ປີ ( 23 ສິງຫາ 1945 – 23 ສິງຫາ 2026 ) ແລະ ຄົບຮອບ 51 ປີ ( 23 ສິງຫາ 1975 – 23 ສິງຫາ 2026 ), ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ ( 15 ສິງຫາ 1991 – 15 ສິງຫາ 2026 ), ວັນສ້າງຕັ້ງ ສານປະຊາຊົນ ແຫ່ງ ສປປ ລາວ ຄົບຮອບ 44 ປີ  ( 15 ສິງຫາ 1982 – 15 ສິງຫາ 2026 ) ແລະ ວັນສ້າງຕັ້ງອາຊຽນ ຄົບຮອບ 59 ປີ ( 8 ສິງຫາ 1967 – 8 ສິງຫາ 2026 ).

  ທັງນີ້ ກໍ່ເພື່ອຍົກໃຫ້ເຫັນເຖິງປະຫວັດ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອຜົນງານອັນໃຫຍ່ຫຼວງແຕ່ລະໄລຍະໃນເມື່ອກ່ອນຈົນເຖີງປັດຈຸບັນ ຂອງແຕ່ລະວັນສໍາຄັນດັ່ງກ່າວ ທັງເປັນການໂຄສະນາ ສຶກສາອົບຮົມການເມືອງ-ແນວຄິດໃຫ້ຄະນະນໍາຂອງເມືອງ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ອົງການປົກຄອງບ້ານ ເຫັນໄດ້ບົດບາດຄວາມສໍາຄັນຂອງວັນສໍາຄັນຕ່າງໆ ຂອງພັກ – ຂອງຊາດ ໃນການກຳເນີດເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອອັນດີງາມ ແລະ ພ້ອມກັນນໍາເອົາມູນເຊື້ອດັ່ງກ່າວໄປເສີມຂະຫຍາຍ, ເຜີຍແຜ່ເຊື່ອມຊຶມ, ຈັດຕັ້ງປະຕິບັດໃນທ້ອງຖິ່ນຮາກຖານຂອງຕົນໃຫ້ໄດ້ຮັບຮູ້ຢ່າງທົ່ວເຖິງ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ ແນໃສ່ເຮັດໃຫ້ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ປະຊາຊົນ ຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ-ພາບ: ພອນສະຫວັນ ມະນີສີ.

ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa